Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ໄພໄຊເບີ (Cyber threat) ໃນປີ 2021 ທິດທາງຈະເປັນແນວໃດ

      ເມື່ອເຕັກໂນໂລຊີປ່ຽນໄປ ຮູບແບບວິທີການໂຈມຕີຕ້ອງປ່ຽນໄປຕາມ ເພາະແຮັກເກີຈະຊອກຫາວິທີການໃໝ່ໆ ເພື່ອຄອຍໂຈມຕີຜູ້ໃຊ້ງານຢູ່ຕະຫຼອດເວລາ ຫາກເບີ່ງຢ້ອນໄປຕະຫຼອດປີ 2020 ຈະພົບວ່າການໂຈມຕີທາງໄຊເບີມີຄວາມຮຸນແຮງຂື້ນສາເຫດເກີດຈາກການປັບປ່ຽນຮູບແບບການທໍາງານທີ່ໃຊ້ລະບົບໄອທີເຂົ້າມາມີສ່ວນຊ່ວຍຂັບເຄື່ອນທຸລະກິດຫຼາຍຂື້ນຈື່ງເປີດຊ່ອງທາງໃຫ້ແຮັກເກີຫາວິທີໂຈມຕີດ້ວຍຮູບແບບໃໝ່ໆ.




    ໂດຍໃນປີ 2021 ທີ່ມາເຖີງນີ້ມີຄວາມເປັນໄປໄດ້ສູງທີ່ໄພຄຸກຄາມເດີມໆ ຈະຖຶກນໍາມາປັບປ່ຽນເປັນວິທີການໃໝ່ໃຫ້ສອດຄ່ອງກັບສະຖານະການໃນປະຈຸບັນ ຊື່ງໃນບົດຄວາມນີ້  SISAVANHYAIT.COM ໄດ້ລວບລວມ 9 ແນວໂນ້ມຄວາມປອດໄພໄຊເບີປີ 2021 ທີ່ຜູ້ໃຊ້ງານທຸກຄົນຄວນຮັບຮູ້:


1. ການໂຈມຕີແບບ Phishing Attacks ຈະເພີ່ມຂື້ນຢ່າງຕໍ່ເນື່ອງ


    ໃນປີ 2021 ນີ້ການໂຈມຕີດ້ວຍຟີຊີງມີໂອກາດເພີ່ມຂື້ນສູງຢ່າງແນ່ນອນ ແລະ ອາດມີຮູບແບບທີ່ແຕກຕ່າງໄປຂື້ນຢູ່ກັບສະຖານະການ ແລະ ຊ່ອງທາງການໂຈມຕີເຊັ່ນ: ຊ່ອງທາງອີມິວ ຫຼື ການໂຈມຕີຟີຊີງເທີງລະບົບ Cloud ກໍ່ອາດເກີດຂື້ນໄດ້ ໂດຍການລາຍງານຂອງ Microsoft ໃນ ວັນທີ 16 ມີຖຸນາ ປີ 2020 ແຮັກເກີມີຄວາມສົນໃຈທີ່ຈະໂຈມຕີດ້ວຍຟີຊີງເພາະເຮັດໄດ້ງ່າຍ ມີໂອກາດປະສົບຜົນສໍາເລັດສູງ ຊີ່ງມັກຈະອິງກັບສະຖານະການປະຈຸບັນ ຫຼື ຂ່າວສານໃນຊ່ວງເວລານັ້ນໆ ຕົວຢ່າງ ໃນຊ່ວງການແຜ່ລະບາດ Covid -19  ແຮັກເກີໃຊ້ວິທີແອບອ້າງການຕິດຕາມຍອດຜູ້ເສຍຊິວິດ, ຍອດຜູ້ຕິດເຊື້ອເພື່ອຫຼອກຫຼວງໃຫ້ຫຼົງເຊື່ອ.


2. ຂໍ້ມູນສ່ວນບຸກຄົນຍັງຕົກເປັນເປົ້າໝາຍຫຼັກ


    ການລະເມີດຄວາມເປັນສ່ວນຕົວຂອງຂໍ້ມູນຄຶເປົ້າໝາຍຫຼັກໃນການເກີດໄພຄຸກຄາມຕ່າງໆ ຊື່ງມັກຈະເປັນການລັກຂໍ້ມູນສ່ວນບຸກຄົນເພື່ອນໍາໄປໃຊ້ໃນທາງທີ່ຜິດກົດໝາຍ ຫຼື ໃຊ້ຫຼອກລວງຜູ້ອື່ນດັ່ງຕໍ່ໄປນີ້:

- ອົງກອນຕ່າງໆ ຕ້ອງແຈ້ງໃຫ້ຊາບຫາກມີການລະເມີດຂໍ້ມູນສ່ວນຕົວຂອງພະນັກງານ ພາຍໃນເວລາທີ່ກໍານົດ,

- ຜູ້ໃຊ້ງານຈະຕ້ອງເລືອກຕົວເລືອກທີ່ຫ້າມບໍ່ໃຫ້ແບ່ງປັນຂໍ້ມູນສ່ວນຕົວ

- ເມື່ອຕ້ອງການເຂົ້າເຖີງຂໍ້ມູນສ່ວນຕົວຄວນໃຊ້ລະຫັດຜ່ານເຂົ້າເຖີງເທົ່ານັ້ນ


3. ການໂຈມຕີຂອງ Ransomware ຈະທະວີຄວາມຮຸນແຮງຂື້ນ


    ເຖີງໃນປີ 2020 ຈະພົບການໂຈມຕີ Ransomware ພໍສົມຄວນແລ້ວແຕ່ຍັງມີແນວນ້ອມວ່າໃນປີ 2021 ຈະທະວີຄວາມຮູນແຮງຫຼາຍຂື້ນ ເຖີງວ່າຈະມີລະບົບຄວາມປອດໄພທີ່ດີແລ້ວ ກໍ່ອາດຕົກເປັນເຫຍື່ອ Ransomware  ໄດ້ ແລະ ຈາກຜົນສໍາຫຼວດຂອງບໍລິສັດ Veritas Technologies ຜູ້ໃຫ້ບໍລິການຊອບແວດ້ານຄວາມປອດໄພໄອທີພົບວ່າຍັງມີບໍລິສັດກວ່າ 46 % ທີ່ຍອມຈ່າຍເງີນຄ່າໄຖ່ຫາກຖຶກໂຈມຕີ.


4. ອົງກອນເລີ່ມຄິດເລື່ອງປະກັນໄພໄຊເບີ (Cyber Insurance)


    ນອກຈາກການປ້ອງກັນການໂຈມຕີຈາກທາງໄຊເບີ ການມີປະກັນໄພຄວາມສ່ຽງໄພໄຊເບີກໍ່ມີຄວາມສໍາຄັນ ການເຮັດປະກັນໄພຈະຊ່ວຍໃຫ້ທຸລະກິດຫຼຸດຄວາມສ່ຽງທາງດ້ານການເງີນຈາກການໂຈມຕີ. 


5. ການຮັບມືໄພຄຸກຄາມແບບເຊີງຮຸກ


     ການຮັບມືໄພຄຸກຄາມເຊີງຮຸກ ຈະກາຍເປັນສີ່ງທີ່ທຸກບໍລິສັດສົນໃຈ ແລະ ໃຫ້ຄວາມສໍາຄັນຫຼາຍຂື້ນເນື່ອງຈາກຈະຊ່ວຍແກ້ໄຂຕົ້ນສາເຫດກ່ອນເກີດໄພຄຸກຄາມໄດ້ທັນທີ ບໍ່ຕ້ອງລໍໃຫ້ເກີດຄວາມເສຍຫາຍກ່ອນ ໂດຍຈະເປັນການນໍາລະບົບ Machine learning / Machine Learning (AI/ML) ມາຊ່ວຍວິເຄາະຮູບແບບໄພຄຸກຄາມ ແລະ ຫາວິທີແກ້ໄຂກ່ອນຈະເກີດເຫດການດັ່ງກ່າວ.


6. ອາຊີບດ້ານຄວາມໝັ້ນຄົງທາງໄຊເບີຈະເປັນທີ່ຕ້ອງການຫຼາຍຍີ່ງຂື້ນ


    ຫຼາຍໆອົງກອນຍັງຄົງຂາດຜູ້ຊ່ຽວຊານດ້ານຄວາມປອດໄພທາງໄຊເບີ ເນື່ອງຈາກມີສະຖາບັນສ່ວນນ້ອຍ ບໍ່ພຽງພໍຕໍ່ສາຍງານນີ້ ສີ່ງນີ້ເອງທີ່ເຮັດໃຫ້ປີ 2021 ອາດມີສະຖາບັນສອນຫຼັກສຸດດ້ານຄວາມປອດໄພທາງໄຊເບີເພີ່ມຫຼາຍຂື້ນ ເພື່ອໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ.


7. ລະບົບຄວາມປອດໄພເທີງລະບົບ Cloud ຈະພັດທະນາຫຼາຍຍີ່ງຂື້ນ


    ໃນປີ 2021 ຄົງຈະເລີ່ມເຫັນການຮັກສາຄວາມປອດໄພເທີງລະບົບ Cloud  ຂອງອົງກອນມີຕັ້ງແຕ່ພື້ນຖານໄປຈົນເຖີງການພັດທະນາຂັ້ນສູງສຸດ ແລະ ມີການພັດທະນາແກ້ໄຂຢ່າງຕໍ່ເນື່ອງ ເພາະມີງານວິໄຈພົບວ່າການຈັດເກັບຂໍ້ມູນເທີງລະບົບ Cloud  ໂດຍທີ່ບໍ່ຖຶກຕ້ອງນັ້ນຈະກໍ່ໃຫ້ເກີດການຮົ່ວໄຫຼຫຼາຍເຖີງ 2,000 ຄັ້ງອິກທັງຍັງມີແນວໂນ້ມທີ່ທຸກອົງກອນຈະວາງແຜນຂະຫຍາຍຖານຂໍ້ມູນດີຈີຕອນທັງຈະມຸ້ງເນັ້ນໄປທີລະບົບ Cloud  ຫຼາຍຂື້ນ ສະແດງໃຫ້ເຫັນວ່າຄວາມປອດໄພບົນ Cloud  ເປັນເລື່ອງສໍາຄັນ.


8. ການທົດສອບຄວາມປອດໄພໄຊເບີໃນອຸປະກອນໄອທີ


      ນະໂຍບາຍໃນການນໍາອຸປະກອນສ່ວນຕົວມາໃຊ້ໃນອົງກອນ(BYOD) ໃນປີ 2020 ພິສຸດໃຫ້ເຫັນວ່າອົງກອນທີ່ມີການຄວບຄຸມຄວາມປອດໄພທີ່ດີໃນການນໍາເອົາອຸປະກອນຂອງພະນັກງານມາໃຊ້ໃນສໍານັກງານນັ້ນ ຈະເຮັດໃຫ້ພ້ອມທີຈະໃຫ້ພະນັກງານເຮັດວຽກແບບ work From home ຊີ່ງຄາດການວ່າຈະມີຂື້ນໃນປີ 2021 ທີ່ຈະມາເຖີງນີ້ ນັກວິເຄາະເຊື່ອວ່າການທົດສອບຄວາມປອດໄພຈະເຕີບໂຕຂື້ນກວ່າ 22,3 % ລະຫວ່າງປີ 2020 - 2025 ອົງກອນຈໍາເປັນຕ້ອງພັດທະນາການຮັກສາຄວາມປອດໄພທາງໄຊເບີໃຫ້ຫຼາຍຂື້ນ.


9. ຄ່າໃຊ້ຈ່າຍໃນການຮັກສາຄວາມປອດໄພເພີ່ມຫຼາຍຂື້ນ


     ຜູ້ຊ່ຽວຊານດ້ານຄວາມປອດໄພດ້ານໄອທີອາດມີຄວາມກັງວົນວ່າພະນັກງານທີ່ເຮັດວຽກແບບ work from home ຈະລະເມີດນະໂຍບາຍໂດຍບໍ່ຕັ້ງໃຈ ແຕ່ຈາກການສໍາຫຼວດພົບວ່າພະນັກງານທີ່ຍັງ work from home ຈໍານວນຫຼາຍບໍ່ຄຸ້ນເຄີຍກັບແນວທາງປະຕິບັດດ້ານຄວາມປອດໄພຊື່ງອາດເຮັດໃຫ້ລະບົບ ແລະ ຂໍ້ມູນທີ່ເປັນຄວາມລັບຂອງອົງກອນຖຶກເປີດເຜີຍໂດຍບໍ່ໄດ້ຕັ້ງໃຈ ດັ່ງນັ້ນການຝືກອົບຮົມຜູ້ໃຊ້ໃຫ້ມີປະສິດທິພາບຫຼາຍຂື້ນຈະຊ່ວຍໃຫ້ອົງກອນຫຼຸດຄວາມສ່ຽງດ້ານໄພໄຊເບີນ້ອຍລົງ ອິກທັງຍັງເປັນການຮັກສາຄວາມປອດໄພທີ່ດີທີ່ສຸດອີກດ້ວຍ


     ທັງ 9 ຂໍ້ເປັນເລື່ອງກ່ຽວກັບຄວາມປອດໄພໄຊເບີຄາດວ່າໃນປີ 2021 ຈະໄດ້ພົບກັບເຫດການເຫຼົ່ານີ້ ຊື່ງຜູ້ໃຊ້ງານໄອທີທຸກຄົນຄວນຮູ້ໄວ້ ເພື່ອການປອດໄພທີ່ດີກວ່າເດີມ ຮູ້ກ່ອນລະວັງກ່ອນ ປ້ອງກັນໄດ້ກ່ອນ. 


ຕັ້ງເປົ້າ 6 ຂໍ້ ເພື່ອໃຊ້ງານໄອທີໃຫ້ປອດໄພໃນປີ 2021


ຂໍ້ມູນອ້າງອີງ 

https://www.analyticsinsight.net/top-10-cybersecurity-trends-watch-2021/

https://securityscorecard.com/blog/6-cybersecurity-trends-predictions-for-2021

Post a Comment

0 Comments