ການປົກປິດຕົວຕົນບົນໂລກອອນໄລ(Online Anonymity) ເປັນວິທີທີ່ຫຼາຍຄົນເລີ່ມນໍາມາໃຊ້ ເພາະນອກຈາກຈະຍັງສາມາດໃຊ້ງານໂລກອອນໄລໄດ້ຢ່າງປົກກະຕິແລ້ວ ແຕ່ກໍ່ຍັງມີຄວາມເປັນສ່ວນຕົວຂອງຂໍ້ມູນສ່ວນບຸກຄົນຢູ່ ເຊັ່ນ: ບໍ່ຢາກໃຫ້ຖຶກຕາມຈາກໂຄສະນາຕ່າງໆ ຫຼື ການໂພດສແບບບໍ່ເປິດເຜີຍຕົວຕົນຮວມເຖີງການໂຕ້ຕອບຂອງຜູ້ໃຊ້ງານເຖີງອິນເຕີເນັດດ້ວຍບໍ່ວ່າຈະເປັນ Facebook, Twitter, Instagram ຫຼື ອັບພຣີແຄຊັນອື່ນໆ ເປັນຕົ້ນ.
ເຫດຜົນທີ່ນໍາມາໃຊ້ອາດແຕກຕ່າງກັນໄປຕາມແຕ່ລະບຸກຄົນ ແຕ່ມີຈຸດປະສົງດຽວກັນກໍ່ຄື ບໍ່ຢາກໂດນເກັບຂໍ້ມູນເພື່ອນໍາໄປໃຊ້ຕໍ່ ຫຼື ການໃຊ້ງານຢ່າງມີອິດສະຫຼະ ຕ້ອງການການສະແດງອອກໃນສີ່ງທີ່ຄິດໄດ້ຢ່າງເຕັມທີ່ໂດຍບໍ່ຕ້ອງຢ້ານຜົນກະທົບ ເນື່ອງຈາກບໍ່ມີໃຜຮູ້ວ່າຜູ້ໃຊ້ງານເປັນໃຜນັ້ນເອງ ໃນບົດຄວາມນີ້ຂ້າພະເຈົ້າໄດ້ລວບລວມ ແລະ ສະຫຼຸບເຫດຜົນຕ່າງໆວ່າເປັນຫຍັງບາງຄົນເຖີງໃຊ້ Online Anonymity ເພາະເຫດຜົນ 3 ຂໍ້ດັ່ງນີ້:
1. ຕ້ອງການປົກປິດຂໍ້ມູນສ່ວນຕົວ
ໃນບາງຄັ້ງທີ່ຜູ້ໃຊ້ງານອິນເຕີເນັດຕ້ອງການໂພດສ ຫຼື ເຂົ້າເຖີງເນື້ອຫາອອນໄລບາງຢ່າງ ແຕ່ບໍ່ຕ້ອງການເປິດເຜີຍວ່າໃຜເປັນຄົນໂພດສ ຫຼື ໃຜເປັນຄົນອ່ານເລື່ອງນີ້ ເພື່ອຫຼີກລ້ຽງການໂດນນໍາຂໍ້ມູນໄປວິເຄາະເພື່ອນໍາສີນຄ້າຫຼືບໍລິການນໍາມາສະເໜີຜ່ານໂຄສະນາຕ່າງໆ ຫຼື ໃນບາງຄັ້ງຖຶກນໍາໄປໃຫ້ເປັນເຄື່ອງມືໃນການຫຼີກລ້ຽງຖຶກໝາຍຈັບດ້ວຍ.
2. ຕ້ອງການລະເມີດລິຂະສິດໃນການເຂົ້າເຖີງບາງເວັບໄຊ ຫຼື ແອບຕ່າງໆ
ການຜະລິດເນື້ອຫາຕ່າງໆ ມັກມີຂໍ້ຈໍາກັດ ຫຼື ຂໍ້ກໍານົດເລື່ອງຜູ້ຊົມບາງເລື່ອງເຊັ່ນ: ໜັງຈາກຕ່າງປະເທດທີ່ບໍສາມາດເບີ່ງໄດ້ເພາະ Platform ຕ່າງໆ ເປີດຕົວໃນບາງປະເທດເທົ່ານັ້ນ ບາງຄົນຈື່ງໃຊ້ວິທີການເຂົ້າເຖິງຂໍ້ມູນນັ້ນໆຜ່ານທາງ VPN ແຕ່ກໍ່ເປັນການລະເມີດລະຂະສິດການໃຊ້ງານໂດຍກົງ.
3. ເລື່ອງຄວາມລະອຽດອ່ອນໃນສິດທິເສລີພາບໃນການສະແດງຄວາມຄິດເຫັນບົນໂລກອອນໄລ
ສາເຫດຫຼັກຂອງການປົກປິດຕົວຕົນບົນໂລກອອນໄລ ຄືເຮັດໃຫ້ການໂພດສ ຫຼື ວິຈານເລື່ອງຕ່າງໆ ໃນປະເດັນທີ່ລະອຽດອ່ອນເຮັດໄດ້ຢ່າງເສລີ ຊື່ງອາດສ້າງການປ່ຽນແປງທາງສັງຄົມທີ່ດີໄດ້ ແຕ່ຖ້າເຮັດໂດຍຂາດຈີດສໍານຶກສັງຄົມກໍ່ອາດຈະເປັນໄພກັບສັງຄົມອອນໄລໄດ້.
ຫາກຕ້ອງການປິດຕົວຕົນບົນໂລກອອນໄລມີວິທີແນວໃດ
1. ໃຊ້ VPN
ເຄຶ່ອຄ່າຍສ່ວນຕົວ ຫຼື VPN ຖຶກນໍາມາໃຊ້ຊ່ວຍສໍາລັບການປົກປິດຕົວຕົນບົນໂລກອອນໄລ ບໍ່ວ່າຜູ້ໃຊ້ງານຈະຕ້ອງການເຂົ້າເຖີງຂໍ້ມູນທີ່ຈໍາກັດຈາກບາງປະເທດ ການປົກປີດທີ່ຢູ່ IP ຂອງຜູ້ໃຊ້ ແຕ່ຄວນເລືອກຜູ້ໃຫ້ບໍລິການ VPN ທີ່ໜ້າເຊື່ອຖຶເພື່ອຄວາມປອດໄພກ່ຽວກັບຂໍ້ມູນ.
2. ໃຊ້ Tor Browser
Tor ເປັນບຣາວເຊີທີ່ເນັ້ນເລື່ອງການປົກປິດຕົວຕົນ ເພາະບໍ່ສາມາດຕາມທີ່ຢູ່ຂອງ IP ຂອງຜູ້ໃຊ້ງານໄດ້ຕ່າງກັບບຣາວເຊີອື່ນໆເນື່ອງຈາກການໃຊ້ຮູບແບບ Onion Routing ທີ່ເປັນການເຂົ້າລະຫັດຫຼາຍຊັ້ນ.
ການເລືອກປົກປິດຂໍ້ມູນສ່ວນຕົວ ແລະ ເປີດເຜີຍຂໍ້ມູນແບບຈໍາກັດ ອາດເປັນທາງເລືອກທີ່ດີໃນການດໍາເນີນຊີວິດບົນໂລກອອນໄລ
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ