ເລີ່ມຕົ້ນປີໃໝ່ ຫຼາຍຕໍ່ຫຼາຍຄົນອາດຈະທໍາການຕັ້ງເປົ້າໝາຍໃນການເລີ່ມເຮັດຫຍັງຫຼາຍໆຢ່າງເຊັ່ນ:
ປີນີ້ອາດຈະຫຼຸດນໍ້າໜັກ, ຈະໄປທ່ຽວ ປີນີ້ຈະເລີ່ມທ້ອນເງີນ ເປັນຕົ້ນ sisavanhyait ຢາກຂໍແນະນໍາເປົ້າໝາຍ
ທີ່ຄວນເລີ່ມເຮັດຕັ້ງແຕ່ປີນີ້້ເພື່ອເພີ່ມຄວາມປອດໄພໃນໂລກໄອທີ ດ້ວຍຕົວຂອງເຮົາເອງ
ເຖີງວ່າຈະເຮັດບໍ່ໄດ້ທັງໝົດ ແຕ່ຖ້າເລີ່ມເຮັດຕັ້ງແຕ່ປີນີ້ກໍ່ເພີ່ມຄວາມປອດໄພໄດ້ລະດັບໜື່ງແລ້ວ.
1 1 ກ່ອນລຸກອອກຈາກຄອມພິວເຕີຕ້ອງລັອກໜ້າຈໍຄອມ
ຫາກໃຊ້ຄອມພິວເຕີໃນສໍານັກງານອົງການ
ຫຼື ທີ່ບ້ານຂອງເຮົາຕ້ອງຄິດວ່າຄວາມເປັນສ່ວນຕົວເປັນເລື່ອງສໍາຄັນ ຕ້ອງຄິດວ່າເມື່ອເຮົາບໍ່ຢູ່ທີ່ໜ້າຈໍຄອມພິວເຕີ
ອາດມີຄົນທີ່ບໍ່ຫວັງດີ ເຂົ້າມາລິເມີດສິດທີ Account ເຂົ້າເຖີງໄຟລສໍາຄັນຕ່າງໆ
ຫຼື ແມ່ນກະທັ້ງລົບຂໍ້ມູນ ຫຼື ໄຟລເອກະສານຕ່າງໆ ດັ່ງນັ້ນກ່ອນລຸກຈາກໜ້າຈໍຄອມພິວເຕີຄວນເລືອກລັອກໜ້າຈໍກ່ອນ
ໂດຍກົດປຸ່ມລັດໃນຄີບອດຄື window key + L ກໍຈະລັອກໜ້າຈໍບໍ່ໃຫ້ໃຜເຂົ້າໃຊ້ງານທັນທີ
2 2 ບໍ່ໃຊ້ WIFI ສາທາລະນະເດັດຂາດ
ຂໍໃຫ້ຄິດສະເໝີວ່າ WIFI ສາທາລະນະບໍ່ປອດໄພ
ນອກຈາກສ່ຽງກັບ Rouge WIFI ຫຼື WIFI Hotspot ປອມແລ້ວ ອາດສ່ຽງໂດນດັກຈັບຂໍ້ມູນດ້ວຍເຊັ່ນກັນ
ຢ່າເຫັນແກ່ການປະຫຍັດເນັດ ຫຼື ຄວາມໄວຂອງອີນເຕີເນັດພຽງເລັກນ້ອຍ ແລ້ວແລກດ້ວຍຂໍ້ມູນສ່ວນຕົວ
ທາງທີ່ດີຄວນໃຊ້ອິນເຕີເນັດມືຖື 4G ຂອງຕົວເອງດີທີ່ສຸດ.
3 3 ມືຖືຕ້ອງຕັ້ງລະຫັດຜ່ານ
ບາງຄົນຄິດວ່າມືຖືເຮົາກໍ່ໃຊ້ງານຄົນດຽວ
ໃນມືຖືກໍ່ບໍ່ມີຂໍ້ມູນສໍາຄັນຫຍັງ ເປັນຫຍັງຈື່ງໃສ່ລະຫັດຜ່ານດ້ວຍ ນັ້ນອາດເປັນຄວາມຈີງໃນອາດິດ
ແຕ່ໃນປະຈຸບັນອຸປະກອນທີ່ມີການຈັດເກັບຂໍ້ມູນສ່ວນຕົວຂອງຜູ້ໃຊ້ຢູ່ສູງຫຼາຍ ບໍ່ວ່າຈະເປັນຮູບຖ່າຍ,
ອິມິວ ແອບທະນະຄານ ຂໍ້ມູນບັນຊີອອນໄລ ຂໍ້ມູນເຮັດທຸລະກິດການເງີນ ແລະ ອື່ນໆ ຫາກເຜີຍໆລືມວາງຖີ້ມໄວ້
ນອກຈາກຕ້ອງລະວັງມືຖືຫາຍແລ້ວ ອາດເປີດໂອກາດໃຫ້ຜູ້ບໍ່ຫວັງດີເຂົ້າເຖີງຂໍ້ມູນໃນເຄື່ອງໄດ້ດ້ວຍ
ແຕ່ຫາກຕັ້ງລະຫັດຜ່ານກໍ່ຊ່ວຍປ້ອງກັນໄດ້ລະດັບໜື່ງ
4. ການຕັ້ງ Password ຕ່າງໆຕ້ອງເດົາຍາກ
ແລະ ບໍ່ໃຊ້ຊໍ້າກັນ
ຕ້ອງຕັ້ງໃຈວ່າ
ຕໍ່ໄປນີ້ຈະບໍ່ຕັ້ງ Password ທີ່ເດົາງ່າຍ ແລະ ບໍ່ໃຊ້ລະຫັດຜ່ານຊໍ້າກັນເດັດຂາດ
ເຖີງຈະມີບັນຊີອອນໄລ ຈົນຕັ້ງລະຫັດຜ່ານຫຼາຍໆເວັບໄຊ ຫຼື ບັນຊີອອນໄລບໍ່ໄຫວ
ແຕ່ການຕັ້ງແຕ່ລະຫັດຜ່ານຄືດຽວກັນໃຊ້ກັບທຸກເວັບໄຊ ເປັນຄວາມຄິດທີ່ຜິດ ນອກຈາກຈະບໍ່ປອດໄພແລ້ວຍັງສ່ຽງໂດນແຮັກທຸກ
Account
ອິກດ້ວຍ ຮ້າຍແຮງກວ່ານັ້ນອາດຖຶກແຮັກເກີເຂົ້າເຖີງຂໍ້ມູນການເງີນໄດ້
ທາງທີ່ດີຄວນຕັ້ງລະຫັດຜ່ານບໍ່ໃຫ້ຊໍ້າກັນ ຫຼື ຖ້າຈື່ຈໍາບໍ່ໄຫວແທ້ໆ ຄວນໃຊ້ Password Manager
ເປັນອິກທາງເລືອກໜື່ງໃນການຊ່ວຍຈັດການລະຫັດຜ່ານຕ່າງໆ.
5 5 ເລີ່ມຕົ້ນ Backup
ຂອງບໍ່ຫາຍບໍ່ຮູ້ສຶກຫຍັງ
ຂໍ້ມູນກໍ່ເຊັ່ນກັນ ການສໍາຮອງຂໍ້ມູນ(Backup) ຈະຊ່ວຍຫຼຸດຄວາມເສຍຫາຍໃນການສູນເສຍຂໍ້ມູນໃນຄອມພິວເຕີ
ໃນກໍລະນີທີ່ເກີດເຫດບໍ່ຄາດຄິດຂື້ນ ກໍ່ຍັງສາມາດນໍາຂໍ້ມູນກັບມາໄດ້ທັນທີ ດັ່ງນັ້ນຈື່ງຄວນໝັ່ນ Backup ຂໍ້ມູນ
6 6 ຄິດກ່ອນຄຣິກສະເໝີ
ຈາກນີ້ໄປກ່ອນຄຣິກລິງຫຍັງ
ຕ້ອງຄິດກ່ອນສະເໝີບໍ່ວ່າຈະເປັນລິງທີ່ມາຈາກອິມິວ ຫຼື ຂໍ້ຄວາມຜ່ານທາງ Social Network ຕ່າງໆ
ທີ່ສົ່ງມາແຈ້ງວ່າ Account ຂອງເຮົາໂດນລະງັບ ຕ້ອງທໍາການຍຶນຍັນ Account
ອິກຄັ້ງ ໃນເມື່ອເຮົາຄຣິກໄປກໍ່ໃຫ້ປ້ອນຂໍ້ມູນ User ແລະ Password ຫຼືແມ່ນກະທັ້ງ
Banner
ເວັບໄຊ ທີ່ຂື້ນລິງກໍ່ໃຫ້ຄຣິກດາວໂລດເຊັ່ນ ເຂົ້າເວັບດາວໂລດໂປຣແກຣມ ແລ້ວຂື້ນຂໍ້ຄວາມເຕື່ອນວ່າ
ເຄື່ອງເຮົາຕິດໄວຣັດ ໃຫ້ດາວໂລດແອບເພື່ອກໍາຈັດໄວຣັດສທັນທີ ຫາກຫຼົງຄຣິກອາດໄດ້ໄວຣັດສມາເປັນຂອງແຖມ
ເຮັດໃຫ້ສ່ຽງຕໍ່ການທໍາງານຂອງຄອມພິວເຕີມີບັນຫາ ຫຼື ຖຶກແຮັກເກີຄວບຄຸມເຄື່ອງ
ລັກຂໍ້ມູນສ່ວນຕົວຜູ້ໃຊ້ງານໂດຍບໍ່ຮູ້ຕົວ ດັ່ງນັ້ນຫາກສັງເກດເຫັນວ່າມີລິງແປກໆ ຂື້ນມາໃຫ້ກົດປິດອອກ
ຫຼື ອອກຈາກເວັບໄຊນັ້ນເລີຍ.
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ