5 ອາການບົ່ງບອກວ່າ ຄອມພິວເຕີຂອງທ່ານ ເລີ່ມເສື່ອມ
ຄຸນນະພາບ ແນະນໍາໃຫ້ຮິບແກ້ໄຂ
ປະຈຸບັນນີ້ຄອມພິວເຕີໄດ້ກາຍເປັນເຄື່ອງມືຂອງການທໍາງານທີ່ທັນສະໄໝ ເພາະຄືເປັນອຸປະກອນທີ່ສໍານັກງານ, ອົງການຂາດບໍ່ໄດ້ ຈື່ງຈໍາເປັນຕ້ອງໃຊ້ງານທຸກໆວັນກໍ່ວ່າໄດ້ ເຊີ່ງທໍາອິດເຄື່ອງຄອມພິວເຕີຊື້ມາໃໝ່ໆ ຈະເຮັດວຽດໄດ້ຢ່າງເຕັມປະສິດທິພາບ ແຕ່ເວລາຜ່ານໄປກໍ່ສາະແດງອາການທີ່ບົ່ງບອກວ່າຄອມພິວເຕີກໍາລັງເກີດມີບັນຫາ ທີ່ເຕື່ອນບົ່ງບອກວ່າຄອມພິວເຕີໄກ້ຈະເສຍ ຫາກບໍ່ໄດ້ມີການສ້ອມແປງໃຫ້ຖຶກຈຸດ ອາດຈະຕ້ອງເສຍເງີນຊື້ໜ່ວຍໃໝ່.
5 ອາການເຫຼົ່ານີ້ບົ່ງບອກວ່າຄອມພິວເຕີກໍາລັງເສື່ອມຄຸນນະພາບ:
1. 1.ເຄື່ອງກະຕຸກກະຕັກຈົນຄ້າງ
ຄອມພິວເຕີເມື່ອໃຊ້ງານມາຫຼາຍປີ
ອາການທີ່ຄົນສ່ວນຫຼາຍຕ້ອງພົບແນ່ນອນ ຄື ລະບົບວິນໂດເລີ່ມຊ້າ ມີອາການກະຕຸກກະຕັກບາງຄັ້ງ ນັ້ນເປັນອາການຂອງໄວຣັດສ ຫຼື ເມົາແວ ບັນຫານີ້ສາມາດຈັດການໄດ້ດ້ວຍການປິດ process ທີ່ຕົນເອງບໍ່ໄດ້ໃຊ້ງານໃນ Task Manager (Ctrl + Alt+Del) ແລະ ລົງວິນໂດໃໝ່ຈະເຮັດໃຫ້ອາການນີ້ຫາຍໄປ.
1. 2.ສະແດງຈໍຟ້າ
ອາການຈໍຟ້າສ່ວນໃຫ່ຍເກິດຈາກ Software ທີ່ເລີ່ມມີບັນຫາ ບໍ່ວ່າຈະເປັນໄວຮັດສ ຫຼື
ອັນໃດກໍ່ຕາມທີ່ໂຫຼດມາຕິດຕັ້ງໃນເຄື່ອງແລ້ວມີໄວຣັດສຕິດມານໍາ.
ບັນຫາຈໍຟ້າອາດເກີດຈາກຫຼາຍພາກສ່ວນບໍ່ວ່າຈະເປັນຮາດດິກສ,
ຊີພີຢູ, ແມນບອດ ແລະ ແຣມ
ໃຫ້ເບີ່ງຈາກລະຫັດທີ່ຂື້ນມາໃນຈໍຟ້າເພື່ອແກ້ໄຂ
ລາຍລະອຽດເຂົ້າເບີ່ງວິທີແກ້ໄຂອາການຂອງຈໍຟ້າໄດ້ຕາມລີງນີ້:
3. ເຄື່ອງຮ້ອນ
ນີ້້ເປັນອາການທີ່ຫຼາຍຄົນເບີ່ງຂ້າມໄປຄື CPU ຫຼືຕົວເຄື່ອງມີຄວາມຮ້ອນສະສົມ
ເຊີ່ງບໍ່ເອົາມືໄປສໍາພັດ ກໍ່ບໍ່ຮູ້ວ່າເຄື່ອງກໍາລັງຮ້ອນຫຼາຍ
ເພາະປົກກະຕິຄອມພິວເຕິຈະມີລະບົບລະບາຍຄວາມຮ້ອນທີ່ມີປະສິດທິພາບຢ່າງສູງທີ່ຊ່ວຍກະຈາຍຄວາມຮ້ອນອອກຈາກຕົວເຄື່ອງ
ເພື່ອໃຫ້ຢູ່ໃນລະດັບທີ່ປອດໄພຕໍ່ລະບົບ.
ແຕ່ລະບົບຄວາມຮ້ອນເມື່ອຖຶກໃຊ້ງານເປັນໄລຍະຍາວນານ
ການທໍາງານຍ່ອມເສື່ອມສະພາບແນ່ນອນ ຊີ່ງສາເຫດເກິດຈາກຂີ້ຝຸ່ນ
ທີ່ເຂົ້າໄປອຸດຕັນການທໍາງານຂອງຕົວພັດລົມລະບາຍຄວາມຮ້ອນ ເຮັດໃຫ້ພັດລົມໝຸນຊ້າລົງ ຫຼື
ຍຸດການທໍາງານ ສົ່ງຜົນໃຫ້ຊີພີຢູ ເລີ່ມຮ້ອນຂື້ນເລື້ອຍໆ ແລະ ທໍາໃຫ້ອຸປະກອນຂ້າງຄຽງຕ້ອງເສື່ອມສະພາບຢ່າງໄວວາ
ເນື່ອງຈາກຄວາມຮ້ອນຖຶກສະສົມເປັນເວລາດົນນານ
ຫາກບໍ່ມີການສ້ອມແປງຄອມພິວເຕີຈະເຖິງຂັ້ນດັບ ແລະ ບໍ່ສາມາດເປິດເຄື່ອງໄດ້ອິກຕໍ່ໄປ.
4. ຄອມພິວເຕີເລີ່ມດັບ
ອາການເຄື່ອງຮ້ອນສະສົມຫຼາຍ
ປຽບເໝືອນລະເບິດທີ່ລໍວັນຈຸດເທົ່ານັ້ນ ສົ່ງຜົນໃຫ້ລະບົບພາຍໃນຄອມພິວເຕີເສື່ອມສະພາບໄປຢ່າງວ່ອງໄວ
ເນື່ອງຈາກຄວາມຮ້ອນ ແລະ ເວລາທີ່ໃຊ້ງານຍາວນານ ສົ່ງຜົນໃຫ້ໃຫ້ການກະຈາຍໄຟຟ້າບໍ່ສະຖຽນ
ຫາກຍັງຝຶນໃຊ້ງານຕໍ່ໄປຈະເຮັກໃຫ້ການເຮັດວຽກຂອງຮາດດີດສມີບັນຫາເຖີງຂັ້ນຕາຍໄປ
ຂໍ້ມູນເສຍຫາຍໝົດ. ແນະນໍາໃຫ້ຍ້າຍຂໍ້ມູນທີ່ສໍາຄັນໄປໃສ່ໃນ USB ຫຼື ຄອມໜ່ວຍໃໝ່
5. ເປິດບໍ່ຕິດ
ເປັນສັນຍານເຕືອນທີ່ໜັກທີ່ສຸດ
ວ່າເຖີງເວລາທີ່ຈະຕ້ອງປ່ຽນຄອມພິວເຕີໜ່ວຍໃໝ່ແລ້ວ
ຄືອາການເປິດບໍ່ຕິດຈາກສະພາບຂອງຕົວເຄື່ອງທີ່ຖຶກໃຊ້ງານມານານຫຼາຍປີ
ຜ່ານການສ້ອມແປງຫຼາຍຄັ້ງແລ້ວ ສົ່ງຜົນໃຫ້ການທໍາງານເລີ່ມຊ້າລົງ
ອຸປະກອນພາຍໃນເສື່ອມສະພາບຂື້ນເລື້ອຍໆ ຈົນບໍ່ສາມາດໃຊ້ງານໄດ້ອິກຕໍ່ໄປ.
ແນະນໍາໃຫ້ປ່ຽນເຄື່ອງໃໝ່ດີກວ່າ.
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ