Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ວິທີການແກ້ໄຂ ບັນຫາເບື້ອງຕົ້ນເມື່ອຄອມພິວເຕີສະແດງ ຈໍສີຟ້າ ຫຼຶ blue screen

 

ວິທີການແກ້ໄຂ ບັນຫາເບື້ອງຕົ້ນເມື່ອຄອມພິວເຕີສະແດງ ຈໍສີຟ້າ ຫຼຶ blue screen



Blue Screen ຄືຫຍັງ?

          “Blue Screen of Death”  “ຈໍຟ້າ ຫຼືຈໍຟ້າແຫ່ງຄວາມຕາຍ”  ຈະເອື້ນແນວໃດກໍ່ໄດ້ ແຕ່ວ່າ Blue Screen ນັ້ນກໍ່ຄຶສີ່່ງທີ່ບໍ່ມີໃຜຢາກຕ້ອງການພົບ ເຊື່ອວ່າຜູ້ໃຊ້ຄອມພິວເຕີທຸກຄົນບໍ່ວ່າຈະເປັນມືໃໝ່ ຫຼື ມືອາຊີບກໍ່ຕ້ອງເຄີຍພົບກັບບັນຫາເຫຼົ່ານີ້ມາແລ້ວຫຼາຍຄັ້ງ

      Blue Screen ກໍ່ຄຶໜ້າຈໍທີ່ເຮັດວຽກສະແດງອາການຜິດປົກກະຕິຂອງລະບົບປະຕິບັດການ Windows ນັ້ນເອງເຊີ່ງອາການທີ່ຈະເຮັດໃຫ້ເກິດໜ້າຈໍຟ້ານີ້ເກີດຈາກຫຼາຍໆສາເຫດທາງດ້ານຊອບແວຫຼືຮາດແວເຊີ່ງເຮັດໃຫ້ບໍ່ສາມາດເປິດວິນໂດມາທໍາງານໄດ້

1.  Error Code : Stop 0x0000007F

           ອາການນີ້ສ່ວນໃຫ່ຍເກິດຈາກ CPU ທໍາງານໜັກເກີນໄປເຊືີ່ງເກິດຈາກການ  Overclock ຂອງຜູ້ໃຊ້ຄອມພິວເຕີເຮັດໃຫ້ການສົ່ງຂໍ້ມູນຈາກ Ram ໄປຍັງ CPU ບໍ່ສໍາພັນກັນ

 ດັ່ງນັ້ນເຮົາຄວນແກ້ບັນຫາໂດຍການຫຼຸດ Clock ລົງມາ ພ້ອມທັງ ເປິດຝາປິດເພື່ອລະບາຍຄວາມຮ້ອນຂອງ CPU

2. Error : 0xC0000221

      ອາການນີ້ສາເຫດຈາກ swapfile ເສຍຫາຍຮວມເຖີງໄດຣເວີ Driver  ຂອງຄອມພິວເຕີຂອງເຮົາດ້ວຍ. ການແກ້ໄຂກໍ່ໃຫ້ທໍາຄວາມສະອາດ ແຣມ RAM ຫຼື ລອງສະຫຼັບແຣມ ຫຼື ເບີ່ງວ່າ Slot ທີ່ສຽບແຣມວ່າສຽບຈໍາຫຼືບໍ ແລະ ກວດເບີ່ງວ່າແຣມຕາຍຫຼືບໍ

3. Error Code : 0x000000BE

         ອາການນີ້ເກິດຈາກການລົງໄດຣເວີ Driver ຫຼື service ທີ່ຜິດພາດເຊັ່ນ: ໄຟລບາງໄຟລເສຍ Driver ຄົນລະລຸ້ນກັນ, ການແກ້ໄຂໃຫ້ Uninstall ໂປຣແກຣມໂຕທີ່ໄດ້ລົງກ່ອນທີ່ຈະເກິດບັນຫານີ້ ຖ້າເປັນ Driver ໃຫ້ roll back Driver ໂຕເກົ່າມາໃຊ້ ຫຼື ຄົ້ນຫາ Driver ທີ່ລ່າສຸດມາລົງໃສ່ , ຖ້າເປັນພວກ service ຕ່າງໆ ທີ່ເຮົາເປິດກ່ອນເກີດບັນຫາກໍ່ໃຫ້ປິດໄປກ່ອນ


4. Error Code : 0x0000002E

      ອາການນີ້ເກິດຈາກການສົ່ງຂໍ້ມູນທີ່ເອີ້ນວ່າ BUS ຂອງຮາດແວທີ່ເສຍຫາຍ ເຊີ່ງໄດ້ແກ່ກໍລະນີຂອງຊີພີຢູ ລະບົບແຣມ memory ຂອງກາດຈໍ, ຮາດດິດສເຮັດວຽກໜັກຈົນເຖີງຂັ້ນ  error


5. Error Code : 0x0000009F

     ອາການນີ້ເກິດຈາກ ລະບົບການຈັດການດ້ານຫຼັງງານກັບ Driver ຫຼື ການທໍາງານຂອງ service ຂັດແຍ້ງກັນ ເມື່ອໃຫ້ຄອມເຮັດວຽກແບບ hiberbate. ແນວທາງການແກ້ໄຂ ຖ້າວິນໂດແຈ້ງ error Driver ຫຼື service ຕົວໃດກໍ່ໃຫ້ uninstall ຕົວນັ້ນອອກໄປກ່ອນ ຫຼື ທໍາການປິດລະບົບຈັດການຫຼັງງານຂອງວິນໂດ

Post a Comment

0 Comments