ການສະໝັກສະມາຊິກ Gmail ດ້ວຍຕົນເອງ ຢ່າງລະອຽດ
ບັນຊີ Gmail ຖຶວ່າມີຄວາມສໍາຄັນຫຼາຍເພື່ອນໍາໃຊ້ເຂົ້າໃນວຽກງານສ່ວນ ຫຼື ທາງການເພື່ອຄວາມສະດວກໃນການຕິດຕໍ່ສື່ສານວຽກງານ.
ຂັ້ນຕອນ ການສະໝັກສະມາຊິກ Gmail ມີດັ່ງນີ້:
1. ເປິດໂປຣແກຣມຫຼີ້ນອິນເຕີເນັດເຊັ່ນ: Google Chrome, Opera Browser ຂື້ນມາ
2. ພີມເວັບໄຊ້ https://www.google.com/ ທີ່ຊ່ອງ URL ແລ້ວກົດ Enter ຈະເຫັນໜ້າຕ່າງ google ສະແດງຂື້ນມາ
3. ຄຣິກທີ່ Gmail
4. ຄຣິກທີ່ Create an Account
5. ທີ່ໜ້າຕ່າງ Create your Google Account ໃຫ້ປະກອບຂໍ້ມູນໃຫ້ຄົບຖ້ວນ
6. ຫຼັງຈາກປ້ອນຂໍ້ມູນຄົບຖ້ວນແລ້ວກົດ Next ທີ່ text Password ໃຫ້ໃສ່ລະຫັດຢ່າງນ້ອຍ 8 ຕົວອັກສອນຂື້ນໄປປະກອບດ້ວຍຕົວເລກ, ຕົວໜັງສື ແລະ ຕົວອື່ນໆ ທີ່ເຮົາສາມາດຈື່ໄດ້
7. ທີ່ໜ້າຕ່າງ welcome to Google ໃຫ້ປະກອບຂໍ້ມູນຄຶ: ເບີໂທລະສັບ, ວັນ,ເດືອນ, ປິເກິດ ແລະ ເພດ ແລ້ວກົດ Next, ໝາຍເຫດ: ເບີໂທລະສັບຕ້ອງແມ່ນເບີໂທທີ່ໃຊ້ປະຈຸບັນ ແລະ ຢູ່ນໍາໜ່ວຍໂທລະສັບທີ່ໃຊ້ປະຈຸບັນ ເພາະວ່າ Google ຈະສົ່ງ 6 ຕົວເລກມາທາງຂໍ້ຄວາມເພື່ອຢຶນຢັນການສະໝັກສະມາຊິກ
8. ເລື່ອນເມົ້າສລົງມາແລ້ວຄຣິກໃສ່ I agree ເພື່ອຍອມຮັບທຸກນະໂຍບາຍ ແລະ ຂໍ້ກໍານົດຂອງ Google
9. ຄຣິກໃສ່ Got it
11. ວິທີກວດເບີ່ງບັນຊີ Gmail ຂອງຕົນເອງ ເພື່ອໃຫ້ຮູ້ວ່າ email ຂອງຕົນເອງຊື່ແນວໃດເພື່ອເອົາໄປໃຊ້ງານ
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ