ການຕັັ້ງຄ່າຄວາມປອດໄພຂັ້ນສູງ (2 Step Verification ) ໃຫ້ gmail ເພື່ອຄວາມປອດໄພ
ການຕັັ້ງຄ່າຄວາມປອດໄພຂັ້ນສູງ (2 Step Verification ) ໃຫ້ gmail ເພື່ອຄວາມປອດໄພແມ່ນມີຄວາມສໍາຄັນຫຼາຍເພື່ອບໍ່ໃຫ້ email ຂອງເຮົາຖຶກ hack
ໝາຍຄວາມວ່າ: ຖ້າເຮົາຕັ້ງຄ່າຄວາມປອດໄພຂັ້ນສູງ (2 Step Verification ) ໃຫ້ gmail ແລ້ວທຸກຄັ້ງທີ່ເຂົ້າລະບົບດ້ວຍຊື່ບັນຊີ ແລະ ລະຫັດຜ່ານ ລະບົບຈະສົ່ງ ຕົວເລກ 6 ຕົວເລກມາໃຫ້ທາງເບີໂທລະສັບເພື່ອຢຶນຢັນກ່ອນແລ້ວຈື່ງສາມາດເຂົ້າບັນຊີອີມີວໄດ້.
ຂັ້ນຕອນມີດັ່ງນີ້:
1. ເຂົ້າບັນຊີ email ຂອງເຮົາກ່ອນແລ້ວຄຣິກເຂົ້າຊື່ບັນຊີ ຄຣິກໃສ່ຈັດການບັນຊີ Google ຂອງທ່ານ
2. ຄຣິກເລືອກ ຄວາມປອດໄພ ເລືອກຄຣິກທີ ການພິສູດການຢືນຢັນແບບ 2 ຂັ້ນຕອນ
3. ຄຣິກໃສ່ເລີ່ມຕົ້ນ
4. ໃສ່ລະຫັດຜ່ານອີມິວ ແລ້ວຄຣິກຕໍ່ໄປ
5. ຄຣິກສຶບຕໍ່
6. ກວດສອບເບີໂທລະສັບວ່າຖຶກຕ້ອງແລ້ວບໍ ຖ້າຢາກປ່ຽນເບີໂທໃໝ່ແມ່ນສາມາດປ່ຽນໄດ້ ແລ້ວເລືອກຮູບແບບການຢຶນຢັນວ່າຈະໃຫ້ສົ່ງລະຫັດຢຶນຢັນດ້ວຍການສົ່ງຂໍ້ຄວາມ ຫຼື ໂທລະສັບຫາ ແລ້ວຄຣິກໃສ່ ສົ່ງ
8. ຄຣິກໃສ່ ເປິດ
9. ສໍາເລັດການເປີດ 2 Step Verification ໃຫ້ gmail ເພື່ອຄວາມປອດໄພ ແລ້ວກໍ່ກັບຄຶນໄປຫາບັນຊີອິມີວຂອງເຮົາ
10. ສັງເກດຈະເຫັນວ່າ 2 Step Verification ຈະເປິດແລ້ວ
11. ຈະມີອີມີວສົ່ງມາວ່າໄດ້ສໍາເລັດການຕັ້ງຄ່າ 2 Step Verification ໃຫ້ gmail ແລ້ວ
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ