Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ວິທີແກ້ໄຂກໍລະນີລືມລະຫັດຜ່ານບັນຊີ Facebook ຂອງຕົນເອງ

ວິທີແກ້ໄຂກໍລະນີລືມລະຫັດຜ່ານ Facebook 

      ຂ້າພະເຈົ້າຄິດວ່າບັນຫານີ້ຫຼາຍທ່ານຈະພົບຫຼາຍ ເພາະວ່າຕົນບໍ່ເຄີຍຄິດວ່າລະຫັດຜ່ານຈະສໍາຄັນສໍາລັບບັນຊີ Facebook  ຂອງຕົນເອງ ມີແຕ່ເຂົ້າໄປນໍາໃຊ້ Facebook  ໄດ້ແລ້ວກໍ່ພໍເທົ່ານັ້ນ ແລະ ບາງຄົນກໍ່ໃຫ້ຜູ້ອື່ນຕັ້ງບັນຊີ Facebook  ໃຫ້ເຮົາແລ້ວກໍ່ບໍ່ຖາມລະຫັດຜ່ານນໍາຜູ້ທີ່ຕັ້ງນັ້ນ ແລ້ວເວລາເຂົ້າໄປຫຼີ້ນບັນຊີ Facebook ຂອງຕົນເອງກໍ່ຈໍາລະຫັດຜ່ານໄວ້ເລີຍ, ສຸດທ້າຍກໍ່ລຶມລະຫັດຜ່ານ Facebook ໄປແຕ່ຍັງຢູ່ໃນລະບົບບັນຊີ Facebook ເພາະໄດ້ເຂົ້າລະບົບໄວ້ດົນແລ້ວ ແຕ່ພັດລືມລະຫັດຜ່ານ.

ຂັ້ນຕອນການແກ້ໄຂມີດັ່ງນີ້: 

ໝາຍເຫດ: ອາດຈະມີຫຼາຍວິທີໃນການແກ້ໄຂ ແຕ່ຂໍນໍາສະເໜີວິທີທີ່ຂ້າພະເຈົ້າໃຊ້ແລ້ວມັນໄດ້ຜົນ



1. ຖ້າເຮົາຍັງເຂົ້າຢູ່ໃນລະບົບບັນຊີ Facebook ແລະ ຫຼີ້ນໄດ້ປົກກະຕິແຕ່ລືມລະຫັດຜ່ານ



2. - 
ຄຣິກໃສ່ລູກສອນ 3 ຫຼຽ່ມ, ເລືອກເມນູ Settings



3. 
ເລືອກເມນູ General  , ທີ່ຊ່ອງ Contact ຄຣິກໃສ່ Edit




4. ໃຫ້
ສັງເກດວ່າ email ທີ່ໃຊ້ແມ່ນຍັງສາມາດເຂົ້າໄປໄດ້ປົກກະຕິບໍ,   ຖ້າວ່າອິມີວນັ້ນກໍ່ບໍຈື່ລະຫັດຜ່ານຄຶກັນແມ່ນໃຫ້ຄຣິກໃສ່ Add another email or mobile number  ເພື່ອເພີ່ມອິມີວ ຫຼື ເບີໂທໃໝ່ໃສ່ເພື່ອການຢຶນຢັນ



5. ເພີ່ມບັນຊີ email ທີ່ໃສ່  ຫຼື ເພີ່ມເບີໂທໃໝ່ໃສ່ກໍ່ໄດ້  ຂື້ນກັບຄວາມສະດວກ ຈະເພີ່ມອິມີວ ຫຼື ເບີໂທ ກໍ່ໄດ້ 
ໝາຍເຫດ: ບັນຊີ email ຕ້ອງແມ່ນບັນຊີທີ່ໄດ້ສະໝັກນໍາໃຊ້ແລ້ວຈື່ງສາມາດໃຊ້ໄດ້ເພາະລະບົບຈະສົ່ງຕົວເລກເພື່ອຢຶນຢັນກ່ອນ. ການສະໝັກບັນຊີ Email: https://www.sisavanhyait.com/2020/10/gmail.html

ໃນກໍລະນີນີ້ຈະແນະນໍາວິທີເພີ່ມເບີໂທໃສ່ ເພາະຈະສະດວກກວ່າ



6. 
ຄຣິກໃສ່ເພີ່ມ Add your phone number? 




7. 
ເລືອກລະຫັດເບີໂທເປັນປະເທດລາວແລ້ວໃສ່ເບີໂທຕົນເອງທີ່ໃຊ້ໃນປະຈຸບັນໃສ່ຕົວຢ່າງ 20597.............ແລ້ວຄຣິກໃສ່ Continues 


8. 
ກວດເບີ່ງຂໍ້ຄວາມທາງເບີໂທ ແລ້ວເອົາລະຫັດທີ່ Facebook ສົ່ງມານັ້ນປ້ອນໃສ່ ແລ້ວກົດ Confirm 



9. ຄຣິກໃສ່ Okay 



10. 
ຈະມີການແຈ້ງເຕືອນວ່າໄດ້ເປິດການຮັບຂໍ້ຄວາມແລ້ວ



 
11. ຄຣິກເລືອກເມນູ Mobile ແລ້ວຈະເຫັນເບີໂທລະສັບທີ່ໄດ້ປ້ອນເຂົ້າໄປນັ້ນ 




12. ເລືອກເມນູ Security and Login ທີ່ຊ່ອງ Login Change password ຄຣິກໃສ່ Edit 


13. ຄຣິກໃສ່ Forgot your password?


14.  ເລືອກຮູບແບບການສົ່ງລະຫັດເພື່ອປ່ຽນລະຫັດຜ່ານເປັນການສົ່ງຜ່ານເບີໂທລະສັບ ເບີໂທລະສັບຈະບໍສະແດງອອກໝົດແຕ່ໃຫ້ສັງເກດ 2 ຕົວເລກທ້າຍວ່າແມ່ນເບິໂທຂອງຕົນເອງຫຼືບໍ ຖ້າແມ່ນໃຫ້ກົດໃສ່ Continue 




15. ກວດເບີ່ງຂໍ້ຄວາມທາງເບີໂທລະສັບແລ້ວເອົາມາປ້ອນໃສ່ ແລ້ວກົດໃສ່ Continue 




16. ປ່ຽນລະຫັດຜ່ານຕາມຕ້ອງການໃໝ່ໄດ້ເລີຍ ແນະນໍາ ໃຫ້ໃສ່ລະຫັດຜ່ານຢ່າງນ້ອຍ 8 ຕົວສອນປະກອບມີ ຕົວອັກສອນໃຫ່ຍ, ນ້ອຍ ເຄື່ອງໝາຍອື່ນໆເຊັ່ນ: Lauj@!588588888 ປະມານນີ້ ແລ້ວກົດໃສ່ Continue ໝາຍເຫດ: ຕ້ອງຈື່ລະຫັດຜ່ານທີ່ປ່ຽນໃໝ່ນັ້ນ ເພື່ອໂອກາດໜ້າຈື່ງບໍ່ລຶມ


17. ສໍາເລັດການປ່ຽນລະຫັດຜ່ານ facebook ສາມາດເຂົ້າລະບົບໂດຍໃຊ້ລະຫັດຜ່ານໃໝ່ໄດ້ເລີຍ




Post a Comment

0 Comments