ວິທີການຕັ້ງຄ່າ word 2013, word 2016, word 2019 ບໍ່ໃຫ້ສະແດງໜ້າ Start Screen
ສໍາລັບ word 2013, word 2016, word 2019 ເວລາເຮົາເປິດຂື້ນມາແລ້ວຈະສະແດງໜ້າ Start Screen ອອກມາເຊີ່ງເຮັດໃຫ້ເຮົາເລືອກ Template ຮູບແບບຂອງເອກະສານເສຍກ່ອນ ທໍາໃຫ້ເສຍເວລາ ແລະ ຄິດວ່າຫຼາຍຄົນອາດຈະຢາກຍົກເລີກໜ້ານີ້ບໍ່ໃຫ້ສະແດງ ເພື່ອບໍ່ໃຫ້ເສຍເວລາ ແລະ ຫຼາຍຂັ້ນຕອນ
ມີວິທີດັ່ງນີ້:
1. ເປີດ Microsoft word ຂື້ນມາ ແລ້ວຄຣິກທີ່ File
2. ຄຣີກເລືອກ Options
3. ທີ່ໜ້າຕ່າງ word Options ຄຣິກທີ່ General ສັງເກດທີ່ check box "show the start screen when this application starts" ໃຫ້ຕິກອອກດັ່ງຮູບ ແລ້ວຄຣິກ OK
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ