ໂປຣແກຣມຄ້າງ ເຮັດຫຍັງກໍບໍໄດ້ ບັນຫາງ່າຍໆເຫຼົ່ານີ້ເຮົາມີທາງແກ້ໄຂພຽງງ່າຍໆ ໂດຍໃຊ້ເຄື່ອງມືໃນ window ຂອງເຮົາທີ່ເອີ້ນວ່າ Task Manager ນັ້ນເອງ ຊີ່ງ Task Manager ນັ້ນມີຄວາມສາມາດຢູ່ຫຼາຍຢ່າງ ແຕ່ມື້ນີ້ຈະມາແນະນໍາການໃຊ້ Task Manager ເພື່ອການປິດໂປຣແກຣມທີ່ເກີດອາການ not responsive ຫຼືອາການທີ່ໂປຣແກຣມບໍ່ສາມາດຕອບສະໜອງກັບຜູ້ໃຊ້ງານ ແລະ ລະບົບໄດ້ ຫຼື ເອີ້ນງ່າຍໆວ່າ ໂປຣແກຣມມັນຄ້າງນັ້ນເອງ ຊີ່ງວິທີການນັ້ນເຮັດໄດ້ງ່າຍໆ ດັ່ງຕໍ່ໄປນີ້:
ວິທີປິດໂປຣແກຣມທີ່ຄ້າງໂດຍ Task Manager
1. ກົດຄິລັດ Ctrl + Alt + Delete ຈະປາກົດໜ້າຕ່າງດັ່ງລຸ່ມນີ້ ແລ້ວ ເລືອກ Task Manager
2. ໃນໜ້າຕ່າງຂອງ Task Manager ນັ້ນໃຫ້ເຮົາໄປເບີ່ງທີ່ເມນູ processes ຈະສະແດງລາຍລະອຽດ process ການເຮັດວຽກຂອງໂປຣແກຣມທັງໝົດໃນເຄື່ອງທີ່ເປິດຢູ່ ຊີ່ງແຍກອອກຫຼັກໆເປັນ 2 ປະເພດຄຶ:
1 ສ່ວນຂອງ Apps ໝາຍເຖີງສ່ວນຂອງໂປຣແກຣມທີ່ເຮົາໄດ້ເປີດໃຊ້ງານຈີງ,
2.ສ່ວນຂອງ Background processes ຄືໂປຣແກຣມທີ່ທໍາງານເບື້ອງຫຼັງຕ່າງໆ ເຊັ່ນ Service ຂອງ window ເປັນຕົ້ນ.
ເຖີງຂັ້ນຕອນທີ່ເຮົາຕ້ອງການເບີ່ງວ່າໂປຣແກຣມຂອງເຮົາໂປຣແກຣມໃດມັນຄ້າງ ແລະ ປິດບໍ່ໄດ້ ຊີ່ງປົກກະຕິແລ້ວຖ້າໂປຣແກຣມໃດມັນຄ້າງຈະຂື້ນ not responding ໃຫ້ເຮົາຄຣິກເລືອກທີ່ໂປຣແກຣມນັ້ນແລ້ວກົດ End task ພຽງເທົ່ານີ້ກໍ່ສາມາດປິດໂປຣແກຣມທີ່ຄ້າງເຫຼົ່ານັ້ນໄດ້ແລ້ວ,
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ