Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ໄຂຂໍ້ສົງໄສ SSD ຄືຫຍັງ ແລະ ຂໍ້ໄດ້ປຽບເມື່ອທຽບກັບ HDD

   ອຸປະກອນຮາດແວຕ່າງໆ ທີ່ຢູ່ໃນເຄື່ອງຄອມພິວເຕີ ມີຫຼາກຫຼາຍສ່ວນທີ່ເຮົາຍັງບໍ່ຮູ້ຈັກ ບົດຄວາມນີ້ເຮົາຈະມາທໍາຄວາມຮູ້ຈັກ SSD  ອຸປະກອນຈັດເກັບຂໍ້ມູນ ສີ້ນສ່ວນສໍາຄັນໃນການເຮັດວຽກຂອງເຄື່ອງຄອມພິວເຕີໃຫ້ເຮົາສາມາດເກັບຂໍ້ມູນລວມທັງການເຂົ້າໂປຣແກຣມຕ່າງໆ ໄດ້ວ່ອງໄວຂື້ນ.




SSD  ຄືຫຍັງ ?


    SSD  ຫຍໍ້ມາຈາກ Solid State driver ຄືເປັນຮາດແວຄືກັບອຸປະກອນຕົວອື່ນໆ ຢ່າງກາດຈໍ, ກາດສຽງ, ແຜງວົງຈອນ. SSD  ເປັນອຸປະກອນຈັດເກັບຂໍ້ມູນໃນຄອມພິວເຕີຊະນິດໜື່ງທີ່ເຮັດໜ້າທີ່ຄືກັບ HDD ຫຼຶ ຮາດດິດ ຊື່ງຕົວ SSD  ຈະໃຊ້ຊີບວົງຈອນລວມຊື່ງປະກອບຂື້ນເປັນໜ່ວຍຄວາມຈໍາ ໃຊ້ຫຼັກການໃນການບັນທຶກຂໍ້ມູນແບບ Flash Memory ເໝືອນ Flash drive.


SSD ມີສ່ວນປະກອບສໍາຄັນຢູ່ 2 ສ່ວນດັ່ງນີ້:


1, ຊີບຄອນໂທຣເລີ (Controller) ເປັນສ່ວນທີ່ຄວບຄຸມການທໍາງານຂອງ SSD  ບໍ່ວ່າຈະເປັນການອ່ານ, ການຂຽນຂໍ້ມູນລົງ Memory.

2. ຊີບໜ່ວຍຄວາມຈໍາ (Memory) ເປັນໜ່ວຍຄວາມຈໍາຂອງ SSD  ຊື່ງປະຈຸບັນໃຊ້ເປັນແບບ Flash Memory ຊື່ງມີແຍກອອກໄປອິກ 2 ແບບຄື NOR Flash ເປັນ Flash  ແມມໂມລີທີ່ລາຄາສູງ ສ່ວນ Flash ແມມໂມລີແບບ NAND Flash ຈະມີລາຄາຖຶກກວ່າ.


HDD ຄຶຫຍັງ ?


     HDD  ຫຍໍ້ມາຈາກ Hard Disk Drive ເປັນອຸປະກອນຈັດເກັບຂໍ້ມູນທີ່ໃຊ້ກັນມານານກວ່າ 60 ປີ ມີລັກສະນະເປັນຈານໂລຫະທີ່ໝູນໃນຂະນະທີ່ທໍາງານ ຕິດຕັ້ງໂດຍການຕໍ່ເຂົ້າກັບແມນບອດ ສາມາດປ້ອນຂໍ້ມູນແລ້ວຂຽນກັບລົງໄປໄດ້ ເຮັດໃຫ້ສາມາດໃຊ້ງານໄດ້ດົນ ແຕ່ຂໍ້ເສຍຄືເຮັດໃຫ້ເກີດຄວາມຮ້ອນສູງ ເສຍຫາຍໄດ້ງ່າຍຫາກເກີດແຮງກະທົບ ແລະນໍ້າໜັກຫຼາຍ.


ປຽບທຽບ SSD ດີກວ່າ HDD ແນວໃດ


1.ມີຄວາມທົນທານກວ່າ


    ສ່ວນໜື່ງທີ່ SSD ແຕກຕ່າງໄປຈາກ HDD  ກໍ່ຄື SSD ບໍ່ມີມໍເຕີຈານໝູນພາຍໃນ ຫຼື ກົນໄກທີ່ເກີດການເຄື່ອນໄຫວໃນຂະນະເຮັດວຽກ ເຮັດໃຫ້ SSD ມີຄວາມທົນທານຕໍ່ແຮງສັ່່ນສະເທືອນ ຫຼຶ ແຮງກະທົບໄດ້ດີກວ່າ.


2.  ມີຄວາມໄວໃນການອ່ານຂໍ້ມູນຫຼາຍກວ່າ


    SSD ສາມາດອ່ານ ແລະ ຂຽນຂໍ້ມູນໄດ້ໄວກວ່າ HDD ເຖີງ 10 ເທົ່າ ລວມທັງມີຄວາມໄວຫຼາຍກວ່າ HDD ເຖີງ 100 ເທົ່າ ໃນການເຂົ້າເຖີງຂໍ້ມູນ ແລະ ຮັບຄໍາສັ່ງ ສົ່ງຜົນໃຫ້ການເປີດໃຊ້ງານໂປຣແກຣມ ແລະ ລະບົບຕ່າງໆວ່ອງໄວຂື້ນ.


3. ໃຊ້ພະລັງງານນ້ອຍກວ່າ


   ເນື່ອງຈາກ SSD ມີຂະໜາດນ້ອຍ ແລະ ບໍ່ມີຈານແມ່ເຫຼັກໝູນເຮັດໃຫ້ SSD ໃຊ້ພະລັງງານໃນການເຮັດວຽກນ້ອຍກວ່າ HDD ລວມທັງ SSD ຍັງໃຊ້ພະລັງງານໃນການໂຫຼດຂໍ້ມູນສູງສຸດທີ່ນ້ອຍກວ່າ HDD  ເຖີງ 3 ເທົ່າ ຄວາມຮ້ອນສະສົມນ້ອຍກວ່າ ເຮັດໃຫ້ຄອມໂນດບູກສາມາດໃຊພະລັງງານຈາກແບັດເຕີລີໄດ້ດົນນັ້ນເອງ,


4. ນໍ້າໜັກ ແລະ ສຽງລົບກວນນ້ອຍກວ່າ


    ຢ່າງທີ່ບອກໄປວ່າ SSD  ບໍ່ມີອຸປະກອນ ຫຼື ສີ້ນສ່ວນທີ່ເປັນກົນໄກ ຫຼື ຈານໝູນຄືກັບ HDD ເຮັດໃຫ້ການເຄື່ອນໄຫວຂອງອຸປະກອນ ສົ່ງຜົນໃຫ້ເຮັດວຽກໄດ້ງຽບ ແລະ ດ້ວຍຂະໜາດທີ່ນ້ອຍລົງ ນໍ້າໜັກຈື່ງນ້ອຍລົງ


5. ຄຸ້ມຄ່າກວ່າ


   ດ້ວຍຄວາມທີ່ SSD ເປັນນະວັດຕະກໍາໃໝ່ທີ່ຜະລິດອອກມາ ແລະ ມີປະສິດທິພາບການໃຊ້ງານທີ່ດີກວ່າ ເຖີງຈະມີລາຄາສູງກວ່າແຕ່ປະສິດທິພາບກໍ່ໄດ້ສູງກວ່າ HDD  ເຖີງ 10 ເທົ່າ ນອກຈາກເລື່ອງປະສິດທິພາບແລ້ວຍັງມີເລື່ອງຄວາມສະດວກໃນການໃຊ້ງານ ຄວາມປະຫຍັດພະລັງງານ ແລະ ນໍ້າໜັກທີ່ນ້ອຍກວ່າ.


ຂໍ້ຈໍາກັດຂອງ SSD ເມື່ອທຽບກັບ HDD  


1. ລາຄາສູງກວ່າ


    SSD  ໃນປະຈຸບັນມີລາຄາທີ່ຖຶກຫຼາຍກວ່າ ແຕ່ກໍ່ຍັງຄືວ່າແພງເມື່ອທຽບໃສ່ HDD ໃນລາຄາທີ່ເທົ່າກັນ ຍົກຕົວຢ່າງລາຄາທີ່ຊື້ SSD 256 GB ສາມາດຊື້ HDD ທີ່ມີຄວາມຈຸ 1-2 TB ໄດ້ແລ້ວ.


2. ກູ້ຂໍ້ມູນຍາກ


   ອັນໜື່ງຂໍ້ຈໍາກັດຂອງ SSD ຄຶຫາກເຮົາບັນທຶກຂໍ້ມູນໄວ້ໃນ SSD ແລ້ວໄຟລເສຍຫາຍໂອກາດໃນການກູ້ຂໍ້ມູນຄຶກັບມາແມ່ນຈະເປັນໄປບໍ່ໄດ້.


3. ຂໍ້ຈໍາກັດໃນການຂຽນຂໍ້ມູນຊໍ້າ


    ເປັນຂໍ້ຈໍາກັດທີ່ມີການພັດທະນາຢ່າງຕໍ່ເນື່ອງຊື່ງ SSD ມີລັກສະນະການເກັບຂໍ້ມູນໃນຊີບເຮັດໃຫ້ໃນຍຸກທໍາອິດ SSD ສາມາດຂຽນຂໍ້ມູນຊໍ້າໄດ້ແຕ່ຫຼັກພັນຄັ້ງ ແຕ່ປະຈຸບັນສາມາດຂຽນຊ້າໄດ້ເປັນ 10 ພັນ ເປັນແສນຄັ້ງ ແຕ່ກໍ່ຍັງຄືວ່າເປັນຂໍ້ຈໍາກັດໃນການໃຊ້ງານ


Post a Comment

0 Comments