Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ແນະນໍາພໍ່ແມ່ ຫຼື ຜູ້ປົກຄອງ 12 ວິທີດູແລລູກໃນໂລກອອນໄລ (Online)

     ອິນເຕີເນັດເປັນຊ່ອງທາງໃນການຊອກຫາຄວາມຮູ້ ແລະ ຄວາມບັນເທີງຂອງທັງເດັກ ແລະ ຜູ້ໃຫ່ຍ ສໍາລັບເດັກໆນັ້ນ ການໄດ້ຮັບການຄວບຄຸມດູແລຈາກພໍ່ແມ່ແມ່ນເປັນສີ່ງຈໍາເປັນ ບໍ່ຄວນປະປ່ອຍໃຫ້ເດັກໃຊ້ງານອິນເຕີເນັດໂດຍລໍາພັງ ເພາະໂລກອິນເຕີເນັດເຖີງຈະມີຄວາມຮູ້ຫຼວງຫຼາຍແຕ່ອາດມີໄພອັນຕະລາຍຢູ່ຫຼາຍເຊັ່ນກັນ ແລະ ທີ່ສໍາຄັນການຫ້າມບໍ່ໃຫ້ໃຊ້ງານເລີຍກໍ່ບໍ່ແມ່ນທາງອອກທີ່ດີ.




   ດັ່ງນັ້ນພໍ່ແມ່ຄວນສ້າງຈິດສໍານຶກທີດີສອນໃຫ້ລູກຮູ້ເທົ່າກັນໄພດີກວ່າປິດກັ້ນເດັກຈາກສື່ອອນໄລ ແລະ ສື່ດີຈີຕອນ ທີ່ເປັນແຫຼ່ງຮຽນຮູ້ໄກ້ຕົວ ແລະ ເຂົ້າເຖີງໄດ້ງ່າຍ ທັງຍັງຊ່ວຍໃຫ້ພໍ່ແມ່ ແລະ ລູກສ້າງຄວາມສໍາພັນຄວາມເຂົ້າໃຈ ແລະ ຄວາມໄກ້ສິດຫຼາຍຂື້ນດ້ວຍ.


   ຈາກການສໍາຫຼວດຂອງ Center For Cyber Safety And Education ພົບວ່າພຶດຕິກໍາການໃຊ້ງານອິນເຕີເນັດຂອງເດັກທີ່ຢູ່ຊັ້ນ ປໍ 4 ເຖີງ ມ 2 ໃນສະຫະລັດກວ່າ 40 % ມັກແທັກກັບຄົນແປກໜ້າ ອິກ 53 % ຍອມຮັບວ່າເປິດເຜີຍເບີໂທໃຫ້ອີກຝ່າຍຮູ້ ແລະ ທີ່ໜ້າຕົກໃຈກໍ່ຄຶ 62 % ຂອງເດັກມັກເບີ່ງໜັງໂປ້.


    ເມື່ອຮູ້ເຖີງຄວາມສ່ຽງທີ່ລູກຫຼານອາດຕ້ອງພົບ ໃນຖານະພໍ່ແມ່ ຫຼື ຜູ້ປົກຄອງຄວນເຮັດແນວໃດ ເຮົາມີເຄັດລັບມາຝາກກັນດັ່ງນີ້:


1. ໃຫ້ການຫຼີ້ນອີນເຕີເນັດຂອງລູກ ເປັນເວລາຂອງຄອບຄົວດ້ວຍ

  ບໍ່ຄວນປ່ອຍໃຫ້ລູກຫຼີ້ນອິນເຕີເນັດລໍາພັງ ພໍ່ແມ່ຄວນຢູ່ໄກ້ໆ ຄອຍແນະນໍາເວັບໄຊ ຫຼື ເນື້ອຫາທີ່ເໝະສົມ ຄືວ່າເປັນການຄອຍສັງເກດລູກໄປໃນຕົວ ຊື່ງເດັກຈະຮູ້ສືກອຸ່ນໃຈ ກ້າເວົ້າ ກ້າຖາມກັບພໍ່ແມ່ຫຼາຍຂື້ນ ກາຍເປັນການສ້າງເວລາຂອງຄອບຄົວໄປດ້ວຍ.


2. ສ້າງວິໄນ ແລະ ກໍານົດຂອບເຂດເວລາການຫຼີ້ນອີນເຕີເນັດ

  ກໍານົດໄລຍະເວລາການຫຼີ້ນຂອງລູກ ເຊັ່ນ ບອກໃຫ້ລູກເຮັດວຽກໃນເຮືອນໃຫ້ສໍາເລັດ ແລ້ວຈື່ງອະນຸຍາດໃຫ້ຫຼີ້ນອີນເຕີເນັດ 1 ຊົ່ວໂມງເປັນຕົ້ນ ຄືວ່າເປັນການສອນໃຫ້ລູກມີຄວາມຮັບຜິດຊອບໄປໃນຕົວ ເມື່ອເຮັດໄດ້ຈະໃຫ້ຫຼີ້ນອີນເຕີເນັດເປັນລາງວັນ.


3. ຢ່າໃຫ້ລູກຢູ່ໃນໂລກອອນໄລຈົນລືມໂລກແຫ່ງຄວາມເປັນຈີງ

  ການສື່ສານບົນໂລກຈີງສໍາຄັນກວ່າໂລກອອນໄລຫຼາຍ ພໍ່ແມ່ຕ້ອງອະທິບາຍໃຫ້ລູກຮູ້ວ່າໂລກອອນໄລ ມີປະໂຫຍດ ແລະ ໂທດແນວໃດ ເພື່ອໃຫ້ລູກສາມາດ ວິເຄາະ, ໄຈ້ແຍກ ແລະ ຮູ້ວ່າໂລກອອນໄລບໍ່ໄດ້ສວຍງາມສະເໝີໄປ.


4. ຢ່າແທັກກັບຄົນແປກໜ້າ

   ບໍ່ວ່າຈະໂລກຈີງ ຫຼື ໂລກອອນໄລ ສໍາລັບເດັກແລ້ວຄົນແປກໜ້າ ບໍ່ຄວນໄວ້ໃຈ ອະທິບາຍລູກໃຫ້ຮູ້ຈັກລະມັດລະວັງໄພອັນຕະລາຍປະເພດນີ້ ຍໍ້າກັບລູກສະເໝີ ຫ້າມບອກຊື່ ທີ່ຢູ່ ເບີໂທ ຫຼື ຊື່ໂຮງຮຽນ ແລະ ຄວຍລະວັງຢ່າໃຫ້ມີການນັດພົບອີກຝ່າຍ.


5. ພໍ່ແມ່ຄວນຮຽນຮູ້ເລື່ອງອີນເຕີເນັດດ້ວຍ

    ຮຽນຮູ້ວິທີໃຊ້ງານເບື້ອງຕົ້ນເພື່ອສາມາດສື່ສານກັບລູກໄດ້ ບໍ່ຈໍາເປັນຕ້ອງຮູ້ເຖີງຂະໜາດວ່າຄອມພິວເຕີເຮັດວຽກຊັບຊ້ອນແນວໃດເຊັ່ນ: ການສົ່ງອິມີວ ການເປີດເຂົ້າອັບພີແຄຊັນ ການດາວໂລດ ການເບີ່ງຂໍ້ມູນທາງເວັບເພຈ ເປັນຕົ້ນ


6. ສອນລູກໃຫ້ຮູ້ຈັກການໃຊ້ງານດ້ານອື່ນໆທີ່ເປັນປະໂຫຍ

   ຄວນສອນລູກເຖີງການໃຊ້ງານອື່ນໆ ນອກເໜືອຈາກການຫຼີ້ນອີນເຕີເນັດເຊັ່ນ: ການຮຽນຂຽນໂຄດອອນໄລ (www.code.org) ການຟັງ podcast ສໍາລັບຝືກພາສາອັງກິດເປັນຕົ້ນ.


7. ຊ່ອງເບີ່ງພຶດຕິກໍາການໃຊ້ງານຜານບັນຊີທີ່ພໍ່ແມ່ສ້າງໃຫ້

  ເພື່ອໃຫ້ການຫຼີ້ນອີນເຕີເນັດຂອງລູກ ຢູ່ໃນສາຍຕາຂອງພໍ່ແມ່ ຄວນສ້າງບັນຊີໂຊຊຽວຂອງລູກໂດຍໃຊ້ອີມີວຂອງພໍ່ແມ່ໃນການສະໝັກ(Google Family Link) ຫາກພົບເຫັນການໃຊ້ງານອີນເຕີເນັດທີ່ຜິດປົກກະຕິຈະໄດ້ຕັກເຕືອນໄດ້ທັນ.


8. ສັງເກດພຶດຕິກໍາຂອງລູກ

   ການໃຊ້ອິນເຕີເນັດຢ່າງລືມຫູລືມຕາມີຜົນກະທົບ ໂດຍກົງກັບພຶດຕິກໍາ ອາດເຮັດໃຫ້ລູກມີຄວາມເຫັນແກ່ຕົວ ຫຼື ຂາດຄວາມອົດທົນ ຢ່າງລັງເລທີ່ຈະເວົ້າ ຫຼື ສອບຖາມ ຫາກພົບແນວໂນ້ມພຶດຕິກໍາໄປໃນທາງທີ່ບໍ່ດີ.


9. ໝັ່ນກວດເຊັກປະຫວັດການເຂົ້າເວັບໄຊຂອງລູກ

   ໝັ່ນກວດເຊັກປະຫວັດການເຂົ້າຊົມເວັບຢ່າງໃກ້ສິດ ເພື່ອໃຫ້ຫ່າງຈາກເນື້ອຫາທີ່ບໍ່ເໝາະສົມແນະນໍາ ແລະ ຕັກເຕືອນສະໝໍ່າສະເໝີ ຫຼື ຕັ້ງຄ່າ ການຄວບຄວມໂດຍຜູ້ປົກຄອງ Parental Control ຢ່າລືມເບີ່ງໄຟລປະຫວັດການເຂົ້າເວັບທີ່ຖຶກລົບໄປແລ້ວດ້ວຍ ແລະ ຂໍເຫດຜົນຈາກລູກດ້ວຍວ່າເຮັດໃຫ້ເຖີງລົບປະຫັວດອອກໄປ.


10. ພໍ່ແມ່ຄວນທໍາຕົວເປັນແບບຢ່າງທີ່ດີໃຫ້ແກ່ລູກ

   ຫາກຕ້ອງການສອນລູກກ່ຽວກັບໂລກອອນໄລ ພໍ່ແມ່ຈະຕ້ອງເປັນແບບຢ່າງໃຫ້ລູກເຫັນກ່ອນເຊັ່ນ: ບໍ່ເຂົ້າເບີ່ງເວັບທີ່ບໍ່ເໝາະສົມ ບໍ່ແທັກກັບຄົນແປກໜ້າ ບໍ່ເປີດໄຟລທີ່ແນບມາກັບຈົດໝາຍຂອງຄົນທີ່ບໍ່ຮູ້ຈັກ ບໍ່ໃຊ້ອີນເຕີເນັດເພື່ອການທໍາຮ້າຍຜູ້ອື່ນເປັນຕົ້ນ.


11. ຕັ້ງຄ່າ Search Engine ຈໍາກັດການເຂົ້າເຖີງເນື້ອຫາ ຫຼື ຕິດຕັ້ງໂປຣແກຣມບັຣອກເວັບທີ່ບໍ່ເໝາະສົມ

     ຫາກໃຊ້ Google ຢ່າລືມເປີດການໃຊ້ງານ SafeSeach ເພື່ອປິດກັ້ນເນື້ອຫາທີ່ບໍ່ເໝາະສົມສໍາລັບເດັກ ຫຼື ຕິດຕັ້ງໂປຣແກຣມອື່ນໆ ເຊັ່ນໂປຣແກຣມຈໍາກັດເວລາໃຊ້ງານ ໂປຣແກຣມກວດສອບອີມີວ ໂປຣແກຣມກວດສອບການສົນທະນາໃນຫ້ອງສົນທະນາ ໂປຣແກຣມ ແລະຖ່າຍພາບໜ້າຈໍການໃຊ້ງານຂອງລູກເປັນຕົ້ນ ແຕ່ກໍ່ຄວນຊີ້ແຈງໃຫ້ລູກຮູ້ກ່ອນວ່າເຮົາເຮັດແບບນີ້ເພື່ອຄວາມປອດໄພຂອງລູກເອງ


12. ຫາກພົບບັນຫາຮ້າຍແຮງແຈ້ງຜູ້ໃຫ້ບໍລິການ ແລະ ເຈົ້າໜ້າທີ່ຕໍາຫຼວດທັນທີ

    ຫາກລູກເກີດອັນຕະລາຍ ຫຼື ຫາຍຕົວໄປຈາກການຫຼີ້ນໂຊຊ່ຽວ ເຊັ່ນ ແອບນັດພົບຫຼັງຈາກແທັກກັບຄົ້ນແປກໜ້າ ແລະ ອື່ນໆ ໃຫ້ຮິບແຈ້ງຜູ້ໃຫ້ບໍລິການອິນເຕີເນັດທີ່ເປັນສະມາຊິກຢູ່ ແຈ້ງເຈົ້າໜ້າທີ່ຕໍາຫຼວດ ຫຼື ໜ່ວຍງານທ່ີ່ກ່ຽວຂ້ອງທັນທີ.


ຂໍ້ມູນອ້າງອີງ


https://www.ttspy.com/12-tips-for-keeping-your-kids-out-of-trouble.html

https://digitalguardian.com/blog/6-ways-keep-your-kids-safe-online

https://www.avg.com/en/signal/how-to-keep-your-children-safe-online

Post a Comment

0 Comments