ວິທີການແກ້ໄຂບັນຫາຢ່າງຖຶກຕ້ອງເມື່ອຄອມພິວເຕີຖຶກນໍ້າ
ນໍ້າຫົດໃສ່ຄອມ ຫຼື ນໍ້າຫົດໃສ່ໂນດບູກ ອຸປະຕິເຫດທີ່ອາດເຮັດໃຫ້ຄອມພິວເຕີຂອງເຮົາເກີດຄວາມເສຍຫາຍໄດ້ຖ້າຫາກເຮົາບໍ່ໄດ້ລະມັດລະວັງດີໆ ເພາະອຸປະຕິເຫດຄຶສີ່ງທີ່ບໍ່ຄາດຝັນນັ້ນເອງ ແຕ່ເມື່ອມັນເກີດຂື້ນແລ້ວເຮົາຕ້ອງມີວິທີແກ້ບັນຫາຢ່າງຖຶກວິທີ ແລະ ຖຶກຕ້ອງ ບໍ່ນັ້ນຄອມພິວເຕີສຸດທີ່ຮັກຂອງເຮົາອາດຈະເສຍຫາຍແນ່ນອນ ເພາະຄອມພິວເຕີຂອງເຮົາປະກອບໄປດ້ວຍອຸປະກອນເອເລັກໂຕນິກທີ່ນໍາໄຟຟ້າສ່ວນໃຫ່ຍ ຈື່ງມີຄວາມສ່ຽງສູງທີ່ອາດຈະເກີດການລັດວົງຈອນຂອງໄຟຟ້າພາຍໃນເຄື່ອງຂະນະທີ່ນໍ້າກໍາລັງຊືມລົງໃນເຄື່ອງຂອງເຮົານັ້ໜເອງ ບົດຄວາມນີ້ຈື່ງນໍາສະເໜີວິທີການແກ້ໄຂບັນຫາເບື້ອງຕົ້ນເມື່ອນໍ້າເຂົ້າຄວາມພິວເຕີມາຝາກ.
ວິທີການແກ້ໄຂບັນຫາເມື່ອນໍ້າເຂົ້າຄວາມພິວເຕີ Laptop:
1. ປິດເຄື່ອງທັນທີ ແລະ ຖອດສາຍໄຟ ຫຼື ຖອດແບັດເຕີລີ ໂນດບຸກ ອອກຈາກຕົວເຄື່ອງໃຫ້ໄວທີ່ສຸດ ເພື່ອປ້ອງກັນການຊືມນໍ້າເຂົ້າໄປຍັງແຜງວົງຈອນ.
2.ຖ້າເປັນເຄື່ອງໂນດບຸກແມ່ນຫ້າມເຊັດ, ຫ້າມໃຊ້ໄດເປົ່າຜົມ ຫຼື ສີ່ງເປົ່າລົມເປົ່າເຄື່ອງ ເພາະຈະເຮັດໃຫ້ນໍ້າຍີ່ງກະຈາຍຊືມລົງໄປໄດ້ໄວຂື້ນເທົ່ານັ້ນ.
3.ຮິບນໍາຜ້າແຫ້ງທີ່ດູດນໍ້າໄດ້ດີ ໂດຍອ່ຽງເຄື່ອງຄອມພິວເຕີໄປຂ້າງໜື່ງ.
4. ຢ່າເປິດເຄື່ອງຂື້ນມາເປັນຄັ້ງທີ່ 2 ເດັດຂາດ(ຢ່າງໜ້ອຍເຄີ່ງວັນ).
ກໍລະນີແກ້ເຄື່ອງເປັນ
1. ແກ້ເຄື່ອງອອກມາໂດຍທໍາການແກ້ຄີບອດກ່ອນ ແລ້ວຄ່ອຍໆນໍາຜ້າແຫ້ງເຊັດໄປ ຫຼື ນໍາເຄື່ອງໄປຕາກແດດ ເພື່ອໃຫ້ເຄື່ອງແຫ້ງ.
2. ເມື່ອໝັ້ນໃຈວ່າເຄື່ອງເຮົາແຫ້ງແລ້ວກໍ່ປະກອບເຂົ້າຄືນແລ້ວລອງເປີດເບີ່ງ.
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ