ລະບາດໜັກເຫັນແລ້ວຫ້າມຄຣີກໄປ Link ສົ່ງມາທາງwhatsApp ວ່າ Huawei ໃຫ້ຂອງຂວັນປີໃໝ່ ໂດຍບໍ່ເສຍຄ່າ
ເຕືອນໄພ! ລະວັງຖືກລັກຂໍ້ມູນ ທາງ WhatsApp ແລະ Email ໂດຍອ້າງວ່າຈະໄດ້ຂອງຂວັນຈາກບໍລິສັດໂທລະສັບມືຖືພົບເຫັນຫຼາຍຄົນໄດ້ມີການແຊຣ໌ເວັບໄຊ ໂດຍມີເນື້ອໃນເພື່ອລຸ້ນຮັບຂອງລາງວັນສົ່ງທ້າຍປີ, ຖ້າຫາກວ່າທ່ານໄດ້ຮັບຂໍ້ຄວາມໃນລັກສະນະດັ່ງກ່າວ ບໍ່ວ່າຈະຜ່ານທາງອີເມວ ຫຼື WhatsApp ຫ້າມແຊຣ໌ຕໍ່ເດັດຂາດ ເພາະຂໍ້ຄວາມດັ່ງກ່າວມີຈຸດປະສົງໃນການລັກຂໍ້ມູນ ຫຼັງຈາກທີ່ທ່ານໄດ້ກົດເຂົ້າລິ້ງເວັບໄຊໃນຂໍ້ຄວາມນັ້ນ ແລະ ກົດດຳເນີນການຕໍ່.
ທ່ານອາດຈະສົ່ງຕໍ່ຂໍ້ຄວາມດັ່ງກ່າວຫາຄອບຄົວ ຫຼື ຄົນທີ່ຮູ້ຈັກໂດຍບໍ່ຮູ້ໂຕ, ທາງທີ່ດີບໍ່ຄວນແຊຣ໌ ຫຼື ສົ່ງຕໍ່ຂໍ້ຄວາມດັ່ງທີ່ກ່າວມານັ້ນ ເພື່ອປ້ອງກັນບໍ່ໃຫ້ຕົນເອງຕົກເປັນເຫຍື່ອຂອງຜູ້ບໍ່ຫວັງດີ.
Huawei ບໍ່ໃຫ້ຂອງຂວັນໃຫ້ໃຜໃນປີນີ້ ມີຫຼາຍຄົນໄດ້ Share Link ດັ່ງກ່າວໄປແລ້ວໃນກຸ່ມ WhatsApp ຕ່າງໆ ຖ້າເຫັນແລ້ວຫ້າມ Click , Share, ສົ່ງຕໍ່ Link ດັ່ງກ່າວ ເພາະສ່ຽງທີ່ຈະສູນເສຍຂໍ້ມູນ.
ຂໍ້ມູນອ້າງອີງ https://www.telecomhall.net/t/huawei-is-not-giving-gifts-to-anyone-this-year/10061
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ