Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ລວມບັນຫາ IT Support ທີ່ກ່ຽວກັບອຸປະກອນສຽງ, ຈໍຄອມ, ກາດຈໍ, ກາດສຽງ ແລະ Power Supply

 ລວມບັນຫາ IT Support ທີ່ກ່ຽວກັບອຸປະກອນສຽງ, ຈໍຄອມ, ກາດຈໍ, ກາດສຽງ ແລະ Power Supply



 ໂດຍປົກກະຕິແລ້ວບັນຫາທີ່ມັກເກີດຂື້ນກັບຄອມກໍ່ມີບໍ່ຫຼາຍ ເຊີ່ງບາງບັນຫາກໍ່ສາມາດແກ້ໄຂ ໄດ້ດ້ວຍຕົນເອງ ບາງບັນຫາອາດຈະຂໍຄວາມຊ່ວຍເຫຼືອຈາກຜູ້ຊ່ຽວຊານ ໂດຍສາມາດສະຫຼຸບບັນຫາຄອມພິວເຕີທີ່ມັກພົບໄດ້ດັ່ງນີ້:

1. ອາການຈໍຄອມມຶດ


1,1. ຈໍຄອມມຶດຫຼັງຈາກການ Boot ແລະ ຍັງຄອມມີໄຟທີ່ຈໍຄອ


  ຫາກພົບບັນຫາຄອມພິວເຕີມີອາການຈໍມືດພາຍຫຼັງ Boot ສີ້ນສຸດລົງ ໂດຍທີ່ໄຟ LED ບໍລິເວນຄອມຍັງທໍາງານຕາມປົກກະຕິ ກໍລະນີນີ້ອາດເກິດຂື້ນໄດ້ຈາກຫຼາຍກໍລະນີ ທໍາອິດໃຫ້ລອງກວດສອບສາຍໄຟທີ່ຕໍ່ເຊື່ອມຕໍ່ລະຫວ່າງປັກສຽບໄຟ, ຊີພີຢູ ແລະ ໜ້າຈໍຄອມພິວເຕີກ່ອນວ່າມີອາການລຸດ ຫຼື ເຊື່ອມຕໍ່ຫຼືບໍ ແລະ ສາຍໄຟມີບັນຫາຫຼືບໍ  ຫາກບໍ່ພົບສີ່ງໃດຜິດປົກກະຕິນັ້ນໝາຍຄວາມວ່າບັນຫາອາດເກີດຂື້ນພາຍໃນກາດຈໍ ຫຼື ຕົວຈໍພາບ ເຊີ່ງຫຼອດພາບຈໍມີຄວາມເສຍຫາຍ ດັ່ງນັ້ນ ໃຫ້ເອົາຈໍຄອມໄປຕໍ່ກັບຊິພີຢູເຄື່ອງອື່ນ ຫຼື ຫາກບໍ່ໄດ້ອິກແມ່ນໃຫ້ເອົາໄປໃຫ້ຊ່າງກວດສອບ ເພາະຫາກໜ້າຈໍມີບັນຫາຈໍາເປັນທີ່ຕ້ອງໃຊ້ເວລາໃນການຊ້ອມແປງ ຫຼື ຖ້າເສຍຫາຍໜັກກໍ່ຕ້ອງປ່ຽນໃໝ່ເທົ່ານັ້ນ.


1,2 ຈໍມຶດຫຼັງຈາກການ Boot ຄອມ ແຕ່ມີໄຟຂື້ນທີ່ໜ້າຈໍ ແລະ Floppy Drive 


  ອາການນີ້ມີຄວາມແຕກຕ່າງເລັກນ້ອຍຈາກກໍລະນີ Boot ຄອມແລ້ວຈໍດັບ ແຕ່ຍັງມີໄຟຕິດທີ່ໜ້າຈໍ ຊື່ງຫາກພົບກໍລະນີດັ່ງກ່າວແຕ່ໄຟທີ່ເຄສ ແລະ Floppy Drive  ຍັງທໍາງານຕາມປົກກະຕິ ກໍ່ໃຫ້ລອງກວດສອບການທໍາງານຂອງແມນບອດວ່າມີສຽງດັງຜິດປົກກະຕິຫຼືບໍ ລວມເຖີງການເຊື່ອມຕໍ່ກັບອຸປະກອນຕ່າງໆເຊັ່ນ: Floppy Drive, CD ROM, Hard Disk ວ່າມີການລຸດຈາກຕໍາແໜ່ງທີ່ຄວນຢູ່ຫຼືບໍ ຫາກບໍ່ພົບຄວາມຜິດປົກກະຕິໃຫ້ກວດສອບຊີພີຢູວ່າມີການລຸດເສຍຫາຍບ່ອນໃດ ເພາະວ່າຫາກຊີພີຢູມີບັນຫາແລ້ວ ກໍ່ຈໍາເປັນຈະຕ້ອງນໍາໄປໃຫ້ຊ່າງຄອມກວດສອບເນື່ອງຈາກອາດມີບັນຫາເລື່ອງແຮງດັນ ທີ່ຍາກຕໍ່ການກວດສອບດ້ວຍຕົນເອງ.


2. ກາດຈໍບອດເສຍ


  ກາດຈໍເສຍນັບວ່າເປັນບັນຫາທີ່ຄ້ອນຂ້າງໃຫ່ຍ ເພາະວ່າຄອມພິວເຕີຈະສາມາດເປິດໃຊ້ງານໄດ້ນັ້ນ ແຕ່ໜ້າຈໍພັດດັບ ບໍ່ປາກົດພາບໃດໆ ເຮັດໃຫ້ບໍສາມາດທໍາງານໄດ້ເລີຍ ຫາກພົບວ່າບັນຫາຈໍດັບເປັນຜົນມາຈາກກາດຈໍບອດເສຍ ກໍ່ມີຄວາມຈໍາເປັນທີ່ຈະຕ້ອງປ່ຽນລະບົບສະແດງຜົນຂອງ Chip ໃນແມນບອດໃໝ່ ຫຼື ຕິດຕັ້ງກາດ PCI ມາທົດແທນໄດ້ໃນກໍລະນີທີ່ຄອມລຸ້ນດັ່ງກ່າວບໍ່ມີສະລັອດ AGP ຫຼືໃຫ້ຊື່ກາດຈໍໃໝ່ມາປ່ຽນໃໝ່  ຫາກບໍ່ໝັ້ນໃຈໃຫ້ປຶກສາຊ່າງຄອມຈະເປັນການດີທີ່ສຸດ.


3. ກາດສຽງບໍ່ທໍາງານ


 ເຄີຍພົບບັນຫາບໍ່ເວລາຟັງເພັງພ້ອມໆກັບການທໍາງານໄປ ຢູ່ດີໆ ລໍາໂພງກໍ່ເກີດສຽງຫາຍໄປໃນທີ່ສຸດ ຫາກເຫດການນີ້ເກີດຂື້ນ ສີ່ງທໍາອິດຄວນເຮັດກໍ່ຄຶການກວດສອບສະພາບຂອງຫູຟັງ ຫຼື ລໍາໂພງທີ່ຕໍ່ເຊື່ອມກັບຄອມວ່າມີຫຍັງລຸດ ຫຼື ໄດ້ເຊື່ອມຕໍ່ສົມບູນແລ້ວຫຼືຍັງ ຫາກກວດສອບແລ້ວປົກກະຕິ ຄວາມເປັນໄປໄດ້ສູງວ່າກາດສຽງອາດຈະມີບັນຫາ ຊີ່ງບາງຄັ້ງອາດສາເຫດມາຈາກບໍ່ໄດ້ຕິດຕັ້ງ Driver ສຽງທີ່ມີຄວາມທັນສະໄໝ ຫຼື ບໍໄດ້ກໍານົດການໃຊ້ງານວົງຈອນສຽງຈາກ BIOS ວິທີແກ້ໄຂກໍ່ຄຶການດາວໂລດໄດຣເວີກາດສຽງອັບເດດໃຫ້ສໍາເລັດ.


4. ຄອມພິວເຕີມີສຽງດັງ ແລະ ບໍ່ທໍາງານ


  ອາດເຄີຍມີບາງເທື່ອທີ່ເປີດເຄື່ອງຂື້ນມາແລ້ວຄອມມີສຽງດັງຂື້ນແປກໆ ດັງອອກມາຈາກບໍລີເວັນຊີພີຢູ ຫາກພົບຄວາມຜິດປົກກະຕິນີ້ກໍ່ໝາຍຄວາມວ່າອາດຈະມີຄວາມຜິດປົກກະຕິບາງປະການເກີດຂື້ນກັບແມນບອດ ບໍ່ວ່າຈະເປັນປັກທີ່ສຽບຕໍ່ກັບແມນບອດຫຼວມ ຫຼື ສຽງບໍ່ຕິດລວມເຖີງ RAM ອາດທໍາງານບົກຜ່ອງຈາກການຕໍ່ພວງຜິດພາດ. ສະນັ້ນເມື່ອເກີດບັນຫາດັ່ງກ່າວໃຫ້ກວດສອບສາຍທີ່ເຊື່ອມຕໍ່ອຸປະກອນຕ່າງໆ.


Post a Comment

0 Comments