ແຮກເກີ (Hacker) ຕ້ອງການຫຍັງ ? ເປັນຫຍັງຂໍ້ມູນເຮົາຈື່ງຖຶກ hack
ຫາກເຮົາຕີດຕາມກ່ຽວກັບ Cyber Security ຈະພົບລາຍງານຂ່າວການຕົກເປັນເຫຍື່ອຍໃນໂລກອອນໄລ ໃຫ້ເຫັນເປັນປະຈໍາເຊັ່ນ: ອົງກອນຂະໜາດໃຫ່ຍຖຶກ Ransomware ໂຈມຕີ ຫຼື ຂໍ້ມູນທາງດ້ານການເງິນຕ່າງໆຖຶກໂຈມຕີໃນໂລກອອນໄລ ໂດຍທົ່ວໄປຈະເກີດຈາກການໃຊ້ງານອິນເຕີເນັດບໍ່ລະມັດລະວັງ ມອງຂ້າມຄວາມປອດໄພ ຈື່ງເກີດຄວາມເສຍຫາຍທາງດ້ານຊັບສີນ, ຊື່ສຽງ ແລະ ອື່ນໆ ແຕ່ສາເຫດຫຼັກເກີດຈາກແຮັກເກີ ຫຼື ຜູ້ບໍ່ຫວັງດີມຸ້ງເປົ້າໂຈມຕີໜ່ວຍງານອົງກອນທີ່ມີຊື່ສຽງ ຊື່ງອາດເກີດຄໍາຖາມວ່າແຮັກເກີມີຈູດປະສົງຫຍັງ ເປັນຫັຍງຈື່ງຕ້ອງການແຮັກກຸ່ມເປົ້າໝາຍເຫຼົ່ານີ້ ?
1. ຮູ້ສຶກສະໃຈ ແລະ ໄດ້ເງີນງ່າຍ
ໃນອະດີດການແຮັກ ແລະ ການລັກຂໍ້ມູນອາດເກີດຄວາມຮູ້ສືກສະໜຸກ ສະໃຈ ເພາະເປັນຕ້ອງການໃຫ້ເກີດຄວາມອັບອາຍໃຫ້ແກ່ອົງກອນນັ້ນ ແຕ່ໃນປະຈຸບັນບໍ່ແມ່ນແນວນັ້ນ ແຮັກເກີໂຈມຕີເພື່ອຕ້ອງການເງີນດ້ວຍ ເພາະສ່ວນໃຫ່ຍຈະພົບຂ່າວການແຮັກຂໍ້ມູນຂອງບຸກຄົນທີ່ມີຊື່ສຽງ ຫຼື ອົງກອນຂະໜາດໃຫ່ຍ ເນື່ອງຈາກມີໂອກາດໄດ້ເງິນງ່າຍ ຫາກເຫຍື່ອທວງພາບລັກສະນະຂອງຕົວເອງ ແລະ ອົງກອນກໍ່ຈະຕ້ອງຍອມຈ່າຍເງີນຢ່າງແນ່ນອນ.
2. ຕ້ອງການເປັນແຮັກເກີທີ່ມີຊື່ສຽງ
ການແຮັກຂໍ້ມູນກໍ່ເໝືອນການສ້າງໂປຣໄຟລການທໍາງານຂອງຕົວເອງ ຍີ່ງມີປະສົບການຫຼາຍເທົ່າໃດ ຊື່ສຽງ ແລະ ລາຍໄດ້ຈາກການແຮັກກໍ່ຈະຫຼາຍຂື້ນຕາມໄປດ້ວຍ ໂດຍຈະໃຊ້ຄວາມຮູ້ດ້ານ Social Engineering ແລະ ຄວາມຮູ້ດ້ານໂປຣແກຣມເມີເພື່ອສ້າງໂປຣແກຣມອັນຕະລາຍ(Malware) ຊື່ງມັກຈະເລີ່ມໂຈມຕີຕັ້ງແຕ່ຂໍ້ມູນຜູ້ໃຊ້ງານທົ່ວໄປຈົນເຖີງການແຮັກອົງກອນໃຫ່ຍລະດັບໂລກທີ່ສໍາຄັນ ແຮັກເກີເຫຼົ່ານີ້ຈະລະມັດລະວັງຫຼາຍທີ່ຈະບໍ່ໃຫ້ຖີ້ມຮ່ອງຮວຍໃນການສຶບຫາຕົວຕົນ.
3. ໂຈມຕີເປົ້າໃຫ່ຍ ໄດ້ຜົນຕອບແທນຫຼາຍກວ່າ
ແຮັກເກີ ຫຼື ມືອາຊີບຈະມຸ້ງເປົ້າບຸກຄົນທີ່ມີຊື່ສຽງເຊັ່ນ: ດາລາ ນັກຮ້ອງ Youtuber ເນື່ອງຈາກບຸກຄົນເຫຼົ່ານັ້ນມີຖານແຝນຄຣັບທີ່ພ້ອມສະໜັບສະໜູນ ຫາກແຮັກຂໍ້ມູນນີ້ໄດ້ຈະໄດ້ເງີນຈາກບັນດາແຝນຄຣັບ ແລະ ຄົນອື່ນໆຢ່າງງ່າຍດາຍ ສະນັ້ນຜູ້ໃຊ້ງານຈະຕ້ອງຮູ້ເທົ່າທັນແຮັກເກີ ແລະ ເພີ່ມຄວາມປອດໄພໃຫ້ບັນຊີ Social media ສະເໝີ ເຊັ່ນ: ບັນຊີ Facebook, Gmail ແລະ ອື່ນໆ ຈື່ງຈະສາມາດຫຼຸດຄວາມສ່ຽງໃນການຖຶກແຮັກໄດ້.
4. ມຸ້ງທໍາລາຍພາບລັກສະນະ ແລະ ຊື່ສຽງ
ອົງກອນຂະໜາດໃຫ່ຍຈະໃຫ້ຄວາມສໍາຄັນດ້ານພາບລັກສະນະຂອງອົງກອນເປັນອັນດັບທໍາອີດ ເພາະມີຜົນຕໍ່ຄວາມໜ້າເຊື່ອຖືໃນການດໍາເນີນທຸລະກິດ ແຮັກເກີຈື່ງໃຊ້ເປັນຈຸດອ່ອນເພື່ອໂຈມຕີ ແລະ ຮຽກຄ່າຖ່າຍຈະເຫັນໄດ້ຈາກຂ່າວຖຶກ Ransomware ໂຈມຕີ ໂດຍສະເພາະຢ່າງຍີ່ງສະຖາບັນການເງີນ, ທະນະຄານ ຄວາມເສຍຫາຍດ້ານພາບລັກສະນະທີ່ໜ້າເຊື່ອຖືນັບວ່າຮຸນແຮງຢ່າງທີ່ສາມາດປະເມີນຄ່າໄດ້ ສະນັ້ນທຸກອົງກອນຄວນມີໜ່ວຍງານ ໂປຣແກຣມ ຫຼື ອຸປະກອນທີ່ດູແລປ້ອງກັນລະບົບໄອທີ ໂດຍສະເພາະເຊັ່ນ: ພະນັກງານຜູ້ທີ່ປະຕິບັດການທີ່ທີມງານທໍາໜ້າທີ່ເຝົ້າລະວັງຕະຫຼອດ 24/7
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ