ມື້ນີ້ຈະມານໍາສະເໜີເຕັກນີກການປ້ອງກັນໄວຣັດສ autorun ທີ່ຕິດມາຈາກ USB (flash drive) ຊີ່ງໄວຣັດສ autorun ນັ້ນຈະທໍາງານກັບທີເມື່ອຕອນທີ່ເຮົາສຽບ USB ເຂົ້າກັບເຄື່ອງຄອມພິວເຕີຂອງເຮົາ ໂດຍຈະທໍາການເປີດ Drive ຂື້ນມາກັບທີ່ໂດຍທີ່ເຮົາຍັງບໍ່ທັນສັ່ງເປີດ ຫາກມີໄວຣັດສທີ່ຢູ່ໃນ USB ຂອງເຮົາກໍ່ຈະເຮັດໃຫ້ເຄື່ອງຄອມພິວເຕີຂອງເຮົາມີໂອກາດສ່ຽງທີ່ຈະຕີດໄວຣັດສເພີ່ມເຂົ້າໄປອີກໄດ້ ຊີ່ງເຮົາສາມາດປ້ອງກັນໄວຣັດສປະເພດນີ້ໄດ້ງ່າຍໆໂດຍເຕັກນິກການກົດ Shift ດັ່ງຕໍ່ໄປນີ້:
ເຕັກນິກການກົດ Shift ເພື່ອປ້ອງກັນໄວຣັດສ autorun
1. ກົດປຸ່ມ Shift ຄ້າງໄວ້.
2. ສຽບ Flash Drive ໃນພອດ USB.
3. ກົດປຸ່ມ Shift ຄ້າງຕໍ່ປະມານ 3-5 ວິນາທີ.
4. ປ່ອຍມືຈາກປຸ່ມ Shift.
5. ຈາກນັ້ນໃຫ້ກົດປຸ່ມ window + e ເພື່ອເປິດ My Computer ຫຼື This PC.
6. ຄຣີກຂວາໄດຣຂອງ Flash Drive ເລືອກຄໍາສັ່ງ Scan Virus ຈາກ Antivirus ຂອງເຮົາກ່ອນ.
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ