ປະຈຸບັນນີ້ສໍາລັບໂລກໂຊສຽວມີເດຍນັ້ນບໍ່ສາມາດປະຕິເສດໄດ້ເລີຍວ່າ Facebook ນັ້ນມີຄວາມສໍາຄັນຕໍ່ການໃຊ້ຊິວິດປະຈໍາວັນຂອງເຮົາ ໂດຍບັນຊີຂອງເຮົານັ້ນໃຊ້ເປັນເຄື່ອງມືຕິດຕໍ່ສື່ສານ ໃນໂລກອອນໄລນັ້ນເອງ ດັ່ງນັ້ນເຮົາຈື່ງມັກໄດ້ຂ່າວເລື່ອງການເຮັກບັນຊີ Facebook ຢູ່ບາງເທື່ອນັ້ນເອງ
ໂດຍມືອາຊີບນັ້ນມັກຈະໃຊ້ຊ່ອງໂຫວ່ນີ້ອ້າງວ່າເປັນເຈົ້າໜ້າທີ່ຂອງບັນຊີເພື່ອຈຸດປະສົງບາງຢ່າງ ເພື່ອໃຫ້ໄດ້ເງີນມາ ຂໍ້ໄດ້ປຽບ ຫຼື ຂໍ້ຜູກມັດບາງປະການ ທີ່ອາດຈະນໍໄປສູ່ການເອີ້ນຄ່າຖ່າຍເພື່ອເອົາເງີນ ຫຼື ສີ່ງຂອງຈາກເຈົ້າຂອງບັນຊີໄດ້ນັ້ນເອງ ໂດຍມື້ນີ້ເຮົາຈະໄດ້ນໍາສະເໜີ ແລະ ລວບລວມຂໍ້ມູນແນວໂນ້ມຂອງພຶດຕິກໍາ ຫຼື ລັກສະນະບັນຊີຂອງຜູ້ທີ່ຖຶກເຮັກມາໃຫ້ເພື່ອນໆໄວ້ເປັນທີ່ສັງເກດເພື່ອຈະໄດ້ປ້ອງກັນ ຊີ່ງມີແນວໃດນັ້ນມາເບີ່ງນໍາກັນ.
10 ລັກສະນະທີ່ບອກວ່າບັນຊີ Facebook ທ່ານກໍາລັງອາດຖຶກເຮັກຢູ່
1. ພົບໂພດສແປກໆຂອງເຮົາ ໂດຍທີ່ເຮົາບໍ່ໄດ້ເປັນຄົນໂພດສສີ່ງນັ້ນເອງ.
2. ມີອິມິວແຈ້ງເຕືອນຈາກ Facebook ວ່າມີຄົນພະຍະຍາມ Login ເຂົ້າສູ່ບັນຊີຂອງເຮົາ.
3. ພົບບັນຊີທີ່ປອມຕົວເປັນບັນຊີຂອງເຮົາ.
4. ບາງຢ່າງເຮົາຕັ້ງເປັນຄ່າສ່ວນຕົວໄວ້ແຕ່ກໍ່ມີຄົນອື່ນເຫັນ.
5. ມີຂໍ້ຄວາມໃນປະຫວັດການສົ່ງຂໍ້ມູນທີ່ເຮົາບໍໄດ້ເປັນຄົນສົ່ງ.
6. SMS ແຈ້ງເຕືອນຈາກ Facebook ເພື່ອຂໍປ່ຽນລະຫັດຜ່ານ.
7. ເພື່ອນຂອງເຮົາຖຶກ Unfriend ໄປຫຼາຍຄົນໂດຍເຮົາບໍ່ໄດ້ກໍານົດເອງ.
8. ມີເພື່ອນໃໝ່ເພີ່ມເຂົ້າມາຈໍານວນຫຼາຍໂດຍທີ່ເຮົາບໍ່ໄດ້ກົດຮັບ.
9. ມີເພຈສແປກໆໂພດສຂື້ນມາໜ້າ Facebook ໂດຍທີ່ເຮົາບໍ່ເຄີຍໄປກົດຖຶກໃຈມາກ່ອນ.
10. ລະຫັດຜ່ານຖຶກປ່ຽນໂດຍເຮົາບໍ່ສາມາດ Login ເຂົ້າສູ່ບັນຊີຂອງເຮົາ.
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ