Wi-Fi ແລະ Wireless ຄຶຫຍັງ ແຕກຕ່າງກັນບໍ
Wi-Fi (Wireless fidelity) ໝາຍເຖີງອົງກອນທີ່ເຮັດໜ້າທີ່ທົດສອບຜະລິດລະບົບເຄື່ອຄ່າຍແບບໄຮ້ສາຍ (wireless Lan) ພາຍໃຕ້ເທັກໂນໂລຊີການສື່ສານມາດຕະຖານ IEE 802.11 ວ່າອຸປະກອນແຕ່ລະຍີ່ຫໍ້ນັ້ນສາມາດຕິດຕໍ່ສື່ສານກັນໄດ້ໂດຍບໍ່ມີບັນຫາ ຊື່ງເມື່ອອຸປະກອນເຫຼົ່ານັ້ນຜ່ານການກວດສອບເປັນທີ່ຮຽບຮ້ອຍແລ້ວ ອຸປະກອນຈະຖຶກປະທັບຕາສັນຍາລັກ Wi-Fi Certified ຮັບຮອງວ່າອຸປະກອນນັ້ນສາມາດຕິດຕໍ່ສື່ສານກັບອຸປະກອນຕົວອື່ນທີ່ມີສັນຍາລັກ Wi-Fi Certified ໄດ້ ນີ້ແຫຼຈື່ງເຮັດໃຫ້ຫຼາຍໆຄົນນໍາຄໍານີ້ມາໃຊ້ເອີ້ນແທນອຸປະກອນເຊື່ອມຕໍ່ໄຮ້ສາຍນັ້ນເອງ.
Wireless ຄືຫຍັງ
Wireless ໝາຍເຖີງລັກສະນະຂອງການໃຊ້ງານອຸປະກອນດ້ານການສື່ສານຕໍ່ກັນ ແລະ ກັນ ຫຼືເອື້ນວ່າໄຮ້ສາຍ ສະນັ້ນອຸປະກອນຫຍັງກໍ່ຕາມທີ່ຕິດຕໍ່ສື່ສານກັນໂດຍບໍ່ໃຊ້ສາຍສັນຍານ ເພາະສະນັ້ນຈະເອີ້ນຄໍາໃດກໍ່ຄືກັນ ບໍ່ຜິດ ຈະເອີ້ນວ່າ Wireless ຫຼື Wi-Fi ກໍ່ຖຶກ.
Wi-Fi ແລະ Wireless ແຕກຕ່າງກັນບໍ
ສະຫຼຸບຄຶ Wi-Fi ຫຼື Wireless ກໍ່ໝາຍເຖີງເຄື່ອຄ່າຍໄຮ້ສາຍ(wireles LAN : WLAN ) ກໍ່ເປັນເທັກໂນໂລຊີທີ່ຊ່ວຍໃນການຕິດຕໍ່ສື່ສານລະຫວ່າງກຸ່ມຂອງເຄື່ອງຄອມພິວເຕີຫຼືອຸປະກອນທີ່ສາມາດເຊື່ອມຕໍ່ເຄື່ອຄ່າຍໄດ້ເຊັ່ນ: ສະມາດໂຟນ, ແທັບແລບ, ໃຫ້ສາມາດສື່ສານກັນໄດ້ຜ່ານ Access point ລວມເຖີງການຕິດຕໍ່ສື່ສານລະຫວ່າງເຄື່ອງຄອມພິວເຕີກັບອຸປະກອນເຄື່ອຂ່າຍຄອມພິວເຕີໂດຍການເຊື່ອມຕໍ່ແບບ WLAN ນີ້ຈະປາສະຈາກການໃຊ້ສາຍສັນຍານໃນການເຊື່ອມຕໍ່ ແຕ່ຈະໃຊ້ຄື້ນວິທະຍຸເປັນຊ່ອງທາງການສື່ສານແທນການຮັບສົ່ງຂໍ້ມູນລະຫວ່າງກັນຈະຜ່ານອາກາດ ເຮັດໃຫ້ບໍ່ຕ້ອງເດີນສາຍສັນຍານ ແລະ ຕິດຕັ້ງໃຊ້ງານໄດ້ສະດວກຂື້ນ ຊີ່ງແຕກຕ່າງຈາກລະບົບ LAN ທີ່ຈະຕ້ອງໃຊ້ສາຍ Lan ເປັນຕົວເຊື່ອມຕໍ່ຄອມພິວເຕີເຂົ້າກັບເຄື່ອຂ່າຍນັ້ນເອງ.
ປະເພດຂອງອຸປະກອນ Wi-Fi
1. 802.11a ມາດຕະຖານນີ້ຈະມີຄວາມໄວ ແລະ ຄວາມສະຖຽນລະພາບຂອງການເຊື່ອມຕໍ່ຕົວສູງ ແຕ່ບໍ່ສາມາດທີ່ຈະທໍາງານຮ່ວມກັບ 802,11b ໄດ້ ສໍາລັບ 802.11a ນີ້ສາມາດທີ່ຈະສົ່ງຖ່າຍຂໍ້ມູນໄດ້ທີ່ຄວາມໄວສູງເຖີງ 54 Mbps ແລະ ທໍາງານທີ່ຄວາມຖີ່ 5 GHz.
2. 802.11b ມາດຕະຖານນີ້ຈະນິຍົມໃຊ້ຕາມສະໜາມບີນໃຫ່ຍໆ ຫຼື ການບໍລິການໃນຮ້ານອິນເຕີເນັດກາເຟ ຊີ່ງຈະທໍາງານທີ່ຄວາມຖີ່ 2,4 GHz (ເປັນຄວາມທີ່ດຽວກັບມືຖື ແລະ ໄມໂຄຣເວັບຊື່ງບໍ່ອັນຕະລາຍ) ແລະ ສາມາດທີ່ຈະສົ່ງຖ່າຍຂໍ້ມູນໄດ້ທີ່ຄວາມໄວເຖີງ 11Mbps.
3. 802.11g ມາດຕະຖານນີ້ທໍາງານໄດ້ທີ່ຄວາມຖີ່ 2,4 GHz ແລະ ສາມາດເຂົ້າກັບມາດຕະຖານ 502,11b ແຕ່ມີອັດຕາການສົ່ງຖ່າຍຂໍ້ມູນໄດ້ທີ່ຄວາມໄວສູງສຸດເຖີງ 54Mbps ມັກນໍາມາໃຊ້ກັບງານທີ່ຕ້ອງການຄວາມແນ່ນອນ ແລະ ຄວາມໄວໃນການເຊື່ອມຕໍ່ລວມເຖີງການແຊລໄຟລຂະໜາດໃຫ່ຍ.
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ