Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ອີມິວໄວຣັດສ (virus email) ທໍາງານແນວໃດ, ພ້ອມວິທີປ້ອງກັນ

 ອີມິວ (Email) ໄວຣັດສທໍາງານແນວໃດ, ພ້ອມວິທີປ້ອງກັນ


  ເຊື່ອວ່າເພື່ອນໆຫຼາຍຄົນນັ້ນກໍ່ມີບັນຊີອິມີວເປັນຂອງຕົນເອງເກືອບວ່າທຸກຄົນເລີຍ ເພື່ອໃຊ້ໃນການສື່ສານຕິດຕໍ່ໃນໂລກອອນໄລ ຊີ່ງປະໂຫຍດຂອງອີມີວນັ້ນມີຢູ່ຫຼວງຫຼາຍຈົນເຮົາສັງລວມບໍ່ໄດ້ ແຕ່ນອກຈາກຂໍ້ດີຂອງອິມິວແລ້ວ ອິມິວຍັງມີຂໍ້ເສຍຢູ່ອິກຢ່າງກໍ່ຄືເປັນແຫຼ່ງກະຈາຍໄວຣັດສເຂົ້າສູ່ເຄື່ອງຄອມພິວເຕີຂອງເຮົາອິກດ້ວຍ.




    ການເຮັດວຽກຂອງໄວຣັດສອີມິວນັ້ນຈະທໍາການສ້າງ Subject ຂອງອີມິວ ແບບອັດຕະໂນມັດ ນອກຈາກນີ້ຍັງອາດມີການສົ່ງ attache file ເພື່ອໃຫ້ຜູ້ຮັບຄຣິກເພື່ອເປິດໂປຣແກຣມໄວຣັດສ ເພື່ອໃຫ້ໄວຣັດສທໍາງານ ສ່ວນການໃຊ້ ອິມິວທີ່ເປັນເວັບມີວໄດ້ແກ່ yahoo mail ຫຼື hotmail ນັ້ນເຈົ້າຂອງເວັບຈະຕິດຕັ້ງໂປຣແກຣມປ້ອງກັນໄວຣັດສໃຫ້ເຮົາແລ້ວ ດັ່ງນັ້ນຈື່ງຂ້ອນຄ້າງປອດໄພ ແຕ່ແນວໃດກໍ່ຕາມຖ້າເຮົາໄດ້ຮັບໄຟລແບບ Attach file ກໍ່ຄວນເລືອກໃຫ້ຄໍາສັ່ງ Scan virus ກ່ອນຈະເປິດ ຫຼື ດາວໂລດ ຫຼຶ ເປິດເບີ່ງ 


ວິທີປ້ອງກັນໄວຣັດສຈາກອິມີວ


1. ທໍາການອັບເດດ windows ຢູ່ສະເໝີ

2. ທໍາການອັບເດດ Browser ຢູ່ສະເໝີ

3. ທໍາການອັບເດດໂປຣແກຣມປ້ອງກັນໄວຣັດສ ຢູ່ສະເໝີ

4. ລະມັດລະວັງອິມີວທີ່ເຮົາບໍ່ຮູ້ຈັກ

5. ລະມັດລະວັງອິມິວທີ່ມີຫົວຂໍ້ຕ່າງໆເຊັ່ນ: Your Password, Games, Jokes ເປັນຕົ້ນ

6. ລະມັດລະວັງອິມິວທີ່ມີໄຟລແບບ (attached file) ທີ່ມີນາມສະກຸນ .EXE, SCR, PIF, VBS ເປັນຕົ້ນ

Post a Comment

0 Comments