ໄວຣັດສ (Virus) ຄອມພິວເຕີຮູ້ໄວ້ປ້ອງກັນໄດ້, ຮູ້ພາຍຫຼັງອາດສ່ຽງຕໍ່ຂໍ້ມູນສູນຫາຍ
ໄວຣັດສຄອມພິວເຕີ (Computer Virus) ຄຶຊຸດຄໍາສັ່ງຫຼືໂປຣແກຣມທີ່ຖຶກສ້າງຂື້ນມາເພື່ອຈຸດປະສົງໃນການທໍາລາຍລະບົບຮັກສາຄວາມປອດໄພຂອງຄອມພິວເຕີ
ເພື່ອກໍ່ກວນ, ໂຈະລະກໍາ ແລະ ທໍາລາຍຂໍ້ມູນພາຍໃນຄອມພິວເຕີ.
ນອກຈາກນີ້ໄວຣັດສຄອມພິວເຕີຍັງມີອິກໜື່ງຄຸນສົມບັດທີ່ສໍາຄັນຄຶ
ການແຜ່ໄປຍັງຄອມພິວເຕີ ຫຼື ອຸປະກອນເອເລັກໂທນິກເຄື່ອງອື່ນໆ ຜ່ານ Platform ອອນໄລເຊັ່ນ: ເວັບໄຊ ຫຼື ໂຊຊ່ຽວມີເດຍ ຕະຫຼອດຈົນອຸປະກອນຈັດເກັບຂໍ້ມູນ Flash Drive ຫຼື
External Hard Drive ດ້ວຍເຫດນີ້ຄອມພິວເຕີໄວຣັດສຈື່ງສາມາດສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຫາກຄອມພິວເຕີບໍ່ໄດ້ຕິດຕັ້ງໂປຣແກຣມປ້ອງກັນໄວຣັດສທີ່ມີຄວາມສາມາດໃຊ້ການປ້ອງກັນຄວບຄຸມການໂຈມຕີ.
ປະເພດຂອງໄວຣັດສຄອມພິວເຕີ
ການທໍາງານຂອງໄວຣັດສຄອມພິວເຕີຄືການເຂົ້າໄປຝັງຕົວຢູ່ໃນບໍລິເວນໜ່ວຍຄວາມຈໍາແຣມ
(Ram) ຂອງຄອມພິວເຕີ ຫຼັງຈາກນັ້ນໄວຣັດສກໍ່ຄ່ອຍໆ ສ້າງຄວາມເສຍຫາຍຕໍ່ລະບົບການທໍາງານຂອງຄອມພິວເຕີ
ໂດຍມີການທໍາງານຂື້ນຢູ່ກັບຈຸດປະສົງຂອງໄວຣັດສດັ່ງກ່າວ ບໍ່ວ່າຈະເປັນການທໍາລາຍຂໍ້ມູນພາຍໃນຄອມພິວເຕີການໂຈະລະກໍາຂໍ້ມູນກ່ຽວກັບປະຫວັດສ່ວນຕົວ
ແລະ ຂໍ້ມູນທາງການເງີນຂອງເຈົ້າຂອງຄອມພິວເຕີ ຫຼື
ກໍ່ກວນເຮັດໃຫ້ບໍ່ສາມາດໃຊ້ງານຄອມພິວເຕີໄດ້ ເຊັ່ນ: ຄອມພິວເຕີບໍ່ສາມາດເປິດໄດ້, ມີຂໍ້ຄວາມແລ່ນໄປມາ
ເປັນຕົ້ນ ໄວຣັດສຄອມພິວເຕີມີຫຼາຍ
ປະເພດດ້ວຍກັນ
ໂດຍສາມາດສະຫຼຸບໄດ້ 7 ປະເພດດັ່ງນີ້:
1. ໜອນ (worm) ເປັນໜື່ງໃນໄວຣັດສຄອມພິວເຕີປະເພດອັນຕະລາຍ
ທີ່ສາມາດສ້າງຄວາມເສຍຫາຍແກ່ຄອມພິວເຕີໄດ້ຢ່າງຮ້າຍແຮງ ເນື່ອງຈາກມີຄຸນສົມບັດສາມາດແຜ່ກະຈາຍໄປຍັງຄອມພິວເຕີ
ແລະ ອຸປະກອນເອເລັກໂຕນີກອື່ນໆ ໄດ້ຢ່າງວ່ອງໄວ ຈົນສາມາດຫຼຸດປະສິດທິພາບການທໍາງານຂອງຄອມພິວເຕີໄດ້ຢ່າງຫຼວງຫຼາຍ ເນື່ອງຈາກໄວຣັດສໜອນສາມາດກະຈາຍຕົວເຂົ້າໂຈມຕີລະບົບຢ່າງວ່ອງໄວ
ເຮັດໃຫ້ການຈໍາກັດໄວຣັດສປະເພດນີ້ໄດ້ຍາກຫຼາຍ ຈໍາເປັນຕ້ອງໃຊ້ໂປຣແກຣມປ້ອງກັນໄວຣັດສທີ່ມີປະສິດທິພາບສູງໃນການປ້ອງກັນໄວຣັດສໜອນທີ່ເຂົ້າມາໃນລະບົບທໍາງານຂອງຄອມພິວເຕີ.
2. ບຸດໄວຣັດສ (Boot Virus) ໄວຣັດສຄອມພິວເຕີຊະນິດນີ້ແຝງຢູ່ໃນແຜ່ນຊີດີຣອມ CD Rom , Flash drive ທີ່ຈະເຂົ້າໂຈມຕີຄອມພິວເຕີທັນທີ ເມື່ອຮາດດິດສເລີ່ມອ່ານແຜ່ນຊີດີຫຼື Flash drive ດັ່ງກ່າວ ໂດຍເປົ້າໝາຍໄປທີ່ມັດສເຕີບຸດຣີຄອດກ່ອນຈະເຄື່ອນໄປທີ່ໜ່ວຍຄວາມຈໍາ
ແລະ ເລີ່ມທໍາງານທັນທີເມື່ອຄອມພິວເຕີເລີ່ມບຸດເຄື່ອງຫຼັງຈາກເປິດເຄື່ອງຄອມພິວເຕີທີ່ຕິດໄວຣັດສປະເພດນີ້ຈະບໍ່ສະແດງອາການຊັດເຈນ
ແຕ່ມັກຈະມີການແຜ່ກະຈາຍໄປຍັງຊີດີຣອມລະຫວ່າງທີ່ເຄື່ອງຄອມພິວເຕີກໍາລັງບຸດເພື່ອປິດເຄື່ອງ
ເຮັດໃຫ້ສາມາດແຜ່ໄປຍັງຄອມພິວເຕີເຄື່ອງອື່ນໆໄດ້ໂດຍບໍ່ຮູ້ຕົວ.
3.ມາໂຄຣໄວຣັດສ (Macro Virus) ເປັນໜື່ງໃນໄວຣັດສຄອມພິວເຕີປະເພດໜື່ງທີ່ສາມາດພົບໄດ້ໃນການທໍາງານ
ໂດຍສະເພາະໃນຫ້ອງການທີ່ເຮັດວຽກກ່ຽວກັບໂປຣແກຣມເອກະສານຕ່າງໆ
ໂດຍມາໂຄຣໄວຣັດສຈະແຝງຕົວມາໃນໄຟສເອກະສານ Microsoft
word, Excel.
4. ມ້າໂທຣຈັນ (Trojan Horse) ເຖີງແມ່ນວ່າໂທຣຈັນຈະບໍ່ສາມາດເອີ້ນໄດ້ຢ່າງເຕັມວ່າໄວຣັດສຄອມພິວເຕີ
ແຕ່ກໍ່ມີຈຸດປະສົງເພື່ອກໍ່ກວນ ແລະ ທໍາລາຍການທໍາງານຂອງຄອມພິວເຕີທີ່ແຕກຕ່າງຈາກໄວຣັດສປະເພດອື່ນໆ.
ໂທຣຈັນຄືຊຸດໂປຣແກຣມທີ່ຖຶກຂຽນຂື້ນມາເພື່ອຫຼອກຫຼວງໃຫ້ຜູ້ໃຊ້ງານດາວໂຫຼດ ແລະ ຕິດຕັ້ງ. ຫຼັງຈາກຕິດຕັ້ງແລ້ວໂທຣຈັນເຂົ້າໄປທໍາລາຍຫຼຶໂຈະລະກໍາຂໍ້ມູນໃນເຄື່ອງຄອມພິວເຕີ ກໍ່ໃຫ້ຄວາມເສຍຫາຍ
ແລະ ຄວາມເຈັບໃຈທີ່ຜູ້ໃຊ້ງານທີ່ຫຼອກໃຫ້ຕິດຕັ້ງ.
5. ສເຕກທໄວຣັດສ ( Stealth Virus) ໄວຣັດສປະເພດນີ້ເປັນໄວຣັດສທີ່ມີໄຟລເອກະສານມີໄວຣັດສແຝງຢູ່ເຮັດໃຫ້ໄຟລນັ້ນຈະບໍ່ສາມາດກວດສອບຂະໜາດໄຟລທີ່ແທ້ຈີງໄດ້
ເພາະໄວຣັດສໄດ້ເຂົ້າໄປຄວບຄຸມ DOS ສໍາເລັດຮຽບຮ້ອຍແລ້ວເຮັດໃຫ້ໄຟລເບີ່ງເປັນປົກກະຕິເໝືອນຄືເກົ່າ
ແຕ່ບໍ່ສາມາດເບີ່ງຂະໜາດໄຟລໄດ້ ທີ່ແທ້ຈິງໄຟລນັ້ນຖຶກໄວຣັດສເຂົ້າໄປຄວບຄຸມ.
6. ໂພລີມໍຟີກໄວຣັດສ (Polymorphic Virus) ເປັນໄວຣັດສທີ່ສາມາດຄວບຄຸມຈໍາກັດໄດ້ຍາກທີ່ສຸດ
ເນື່ອງຈາກມີຄຸນສົມບັດໃນການກອບປີ Copy ຕົວເອງຈົນແຜ່ກະຈາຍໄດ້ຫຼາຍຂື້ນເປັນເທົ່າຕົວ ຫຼາຍຮູບແບບ
ໂດຍປະຈຸບັນມີໄວຣັດສຄອມພິວເຕີທີ່ມີຄຸນສົມບັດແບບນີ້ຈໍານວນຫຼາຍ.
7. ໄຟລໄວຣັດສ (File Virus) ເປັນໜື່ງໃນໄວຣັດສທີ່ໄດ້ພົບໃນການນໍາໃຊ້ຄອມພິວເຕີປະຈໍາວັນຫຼາຍທີ່ສຸດ
ໂດຍສະເພາພຜູ້ທີ່ນິຍົມດາວໂຫຼດໂປຮແກຣມຟຣີຈາກອິນເຕີເນັດ
ໂດຍໄວຣັດສຈະແຝງຕົວມາຮູບຂອງໄຟລຕີດຕັ້ງໂປຣແກຣມເຫຼົ່ານັ້ນ ເພາະອາດຈະເປັນການນໍາໄວຣັດສມາປ່ວຍລົງໃນຄອມພິວເຕີຂອງຕົນເອງໄດ້ຫາກບໍ່ມີການລະມັດລະວັງ.
ວິທີການປ້ອງກັນໄວຣັດສບໍ່ໃຫ້ຕິດເຄື່ອງຄອມພິວເຕີ
1. ຕິດຕັ້ງໂປຣແກຣມປ້ອງກັນໄວຣັດສທີ່ມີປະສິດທິພາບ ເພື່ອສະແກນໄວຣັດສ
2.ຫ້າມດາວໂຫຼດຂໍ້ມູນທົ່ວໄປຈາກເວັບທີ່ບໍ່ໜ້າເຊື່ອຖຶ
3.ໃຊ້ອຸປະກອນທີ່ສາມາດປ້ອງກັນໄວຣັດສຈາກລະບົບເຄື່ອຄ່າຍ
4.ອັບເດດໂປຣແກຣມປ້ອງກັນໄວຣັດສຕະຫຼອດ
5.ຫ້າມຄຣິກໃສ່ Link ຂໍ້ຄວາມທີ່ສົ່ງມາທາງອິມີວທີ່ບໍ່ຮູ້ຈັກ
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ