Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ຮູ້ຈັກ email ແລະ ການປ້ອງກັນ email ຫຼອກຫຼວງ (Spam Mail)

 ຮູ້ຈັກ email ແລະ ການປ້ອງກັນ email  ຫຼອກຫຼວງ (Spam Mail) 

    ອິມີວໃຫ້ປະໂຫຍດຫຼາຍຢ່າງ ຊ່ວຍໃຫ້ອົົງກອນ, ທຸລະກິດຕ່າງໆບົນໂລກນີ້ສາມາດຕິດຕໍ່ສື່ສານ ແລະ ຊ່ວຍໃຫ້ທຸລະກິດລວມທັງຂ່າວສານຕ່າງໆ ໃຫ້ດໍາເນີນ ຂັບເຄື່ອນໄປໄດ້ຢ່າງລາບລື່ນວ່ອງໄວ ໃນລາຄາທີ່ຖຶກ . ສະນັ້ນຄວນຮຸ້ທັນ ແລະ ປ້ອງກັນອິມີວຂອງເຮົາບໍ່ໄຫ້ຖຶກຫຼອກຫຼວງ.


     

  ສີ່ງທີ່ເປັນບັນຫາຂອງອິມີວທີ່ມີຕະຫຼອດ ໜື່ງໃນນັ້ນກໍ່ຄື ການໄດ້ຮັບອິມີວແປກໆ(Spam mail) ທັງນີ້ Spam mail ຜູ້ສົ່ງມັກຕ້ອງການສື່ສານໃຫ້ເຂົ້າເຖີງກຸ່ມເປົ້າໝາຍ ຫຼື ກຸ່ມບໍລິໂພກຫຼາຍທີ່ສຸດ ເພື່ອຈຸດມຸ່ງໝາຍໃນການດໍາເນີນສຸຈະລິດ ໂດຍ Spam mail ຈະມີລັກສະນະດັ່ງນີ້:



 1.  ການສົ່ງອີມີວແລ້ວບໍ່ເຂົ້າໃນ Inbox ຜູ້ຮັບອີມີວຈະບໍ່ໄດ້ເຫັນມີວໃນກ່ອງ Inbox ປົກກະຕິເໝືອນມີວອື່ນໆ ແຕ່ພັດໄດ້ຮັບຢູ່ໃນອີມີວໃນຖາງຂີ້ເຫຍື້ອຍ(Junk Email) ແທນ ເຊີ່ງເຮັດໃຫ້ເກີດບັນຫາເວລາຈະເປິດເບີ່ງອິມີວກໍ່ຕ້ອງໄປເປີດທັງສອງບ່ອນ ຫາກເປັນແບບນີ້ທຸກຄັ້ງ ອິມີວທີ່ມີຄວາມສໍາຄັນຫຼາຍ ອາດສົ່ງໄປເຖີງຜູ້ຮັບໄດ້ຊ້າ ຫຼື ອາດຈະບໍໄດ້ຮັບເລີຍ ຫາກຜູ້ຮັບບໍ່ໄດ້ເບີ່ງໃນ Junk Email ອາດສົ່ງຜົນໃຫ້ການຕິດຕໍ່ສື່ສານຊັກຊ້າ ແລະ ເກີດຜົນເສຍຫາຍໄດ້.


2. ມີ Spam mail ຫຼືອິມິວທີ່ສົ່ງມາກໍ່ກວນ ໂດຍຈຸດປະສົງໃນການສົ່ງມາເພື່ອການໂຄສະນາຊວນເຊື່ອຕ່າງໆ ການຫຼອກຫຼວງ ການປະຊາສໍາພັນ ຫຼື ເປັນອິມີວທີ່ບໍ່ເພີ່ງປະສົງທີ່ຈະໄດ້ຮັບຕ່າງໆ ຈາກມີວຂອງຜູ້ທີ່ບໍ່ສາມາດລະບຸວ່າເປັນໃຜໄດ້ ບາງອີມີວເມື່ອເປີດແລ້ວອາດຈະທໍາໃຫ້ອຸປະກອນທີ່ໃຊ້ງານເສຍຫາຍໄດ້ຫາກມີການຝັງ Script ແລ້ວແນບໄຟລມາກັບອີມີວນັ້ນໆ


3. ມີການສົ່ງມາເພື່ອຫຼອກຫຼວງໃຫ້ປ້ອນຂໍ້ມູນທີ່ເປັນຄວາມລັບຂອງເຮົາໃສ່ ຫຼື ຂໍ້ມູນທີ່ບໍ່ຄວນເປິດເຜີຍໃນທີ່ສາທາລະນະ ຫາກເຮົາມີການຕອບກັບ ຫຼື ໃຫ້ຂໍ້ມູນກໍ່ອາດຈະສົ່ງຜົນເສຍຫາຍຕໍ່ເຈົ້າຂອງອິມີວໄດ້.


4. ເປັນອິມິວທີ່ສົ່ງມາໃນຮູບແບບຂອງຮູບພາບ ບໍ່ແມ່ນການສົ່ງແບບເນື້ອຫາຂໍ້ຄວາມຄືກັບອິມິວທົ່ວໄປ ເພາະຈຸດປະສົງເພື່ອໃຫ້ຍາກຕໍ່ການດັກກວດຈັບ Spam.


 ວິທີປ້ອງກັນການໄດ້ຮັບອີມີວທີ່ເປັນ Spam mail 

    ວິທີປ້ອງກັນທີ່ດີທີ່ສຸດຄື ການແກ້ທີ່ຕົ້ນເຫດຂອງການ Spam mail ໂດຍອິມີວທີ່ໄດ້ຮັບການລາຍງານວ່າເປັນ Spam  ຫາກເບີ່ງທີ່ຕົ້ນເຫດກໍ່ມັກຈະມາຈາກການທີ່ຜູ້ສ້າງ Spam ເຄີຍໄດ້ຮັບອີມີວ ຫຼື ຮູ້ຈັກທີ່ຢູ່ຂອງອີມີວຂອງຜູ້ໃຊ້ງານມາກ່ອນ ດັ່ງນັ້ນຄວນປ້ອງກັນບໍ່ໃຫ້ຜູ້ທີ່ບໍ່ກ່ຽວຂ້ອງໄດ້ຮັບ ຫຼື ຮູ້ຈັກທີ່ຢູ່ຂອງອີວມິວ ຫາກບໍ່ສາມາດແກ້ທີ່ຕົ້ນເຫດໄດ້ກໍ່ຄວນໃຊ້ Microsoft Outlook , G-suit , Microsoft Exchange Anti-Spam ຊ່ວຍກັ່ນຕອງອິມີວກ່ອນກໍ່ໄດ້.

 


ວິທີປ້ອງກັນບໍ່ໃຫ້ອິມີວຂອງຕົນເອງຖຶກຫຼວງຫຼວງ


* ບໍ່ຄວນຕອບຮັບອິມີວ Spam ຫາກໄດ້ຮັບອິມີວສະແປມ ບໍ່ຄວນຕອບກັບ ເພາະເປັນການບອກວ່າຜູ້ໃຊ້ງານຍັງຄົງໃຊ້ອີມີວນີ້ເປັນການເປີດຊ່ອງທາງໃຫ້ຜູ້ທີ່ຕ້ອງການສົ່ງ Spam  Mail  ສົ່ງມາຫາອິກໄດ້ ເຊີ່ງເຮັດໃຫ້ຍັງສາມາດຮັບອິມີວປະເພດນີ້ໄດ້ອີກໃນຄັ້ງຕໍ່ໄປ.


* ລົບອິມີວຖີ້ມ ດ້ວຍການເຂົ້າໄປລົບໃນຊ່ອງທາງທີ່ເຄີຍໃຫ້ອິມິວນີ້ໄວ້ເຊັ່ນ: ອາດຈະເປັນເວັບ ຫຼື ຊ່ອງຕ່າງໆ ທີ່ເຄີຍສະມັກໄວ້ ວິທີນີ້ກໍ່ເຮັດໄດ້ຍາກ ແຕ່ຖ້າເຂົ້າໄປໄດ້ ຫຼື ຄົ້ນຫາພົບ ແລະ ມີຊ່ອງທາງທີ່ຈະລົບໄດ້ກໍ່ຄວນລົບຖີ້ມ.


* ບໍ່ສົ່ງຕໍ່ອິມີວ ໂດຍສະເພະແມ່ນອິມິວ ທີ່ຂໍຮັບການບໍລິຈາກເຄື່ອງຂອງ ບໍລິຈາກເງີນ, ບໍລິຈາກເລືອດ ໃນອົງກອນຕ່າງໆ ລວມທັງຂໍ້ຄວາມ, ຮູບພາບ, ວິດີໂອ, ຂ່າວສານຕ່າງໆ ສົ່ງຕໍ່ໄປຍັງທີ່ເພື່ອນຜູ້ທີ່ຮູ້ຈັກ ເພາະອາດຈະເປັນຜູ້ໃຊ້ງານເອງທີ່ເປັນຜູ້ສ້າງ ສະແປມ ມີວ ສົ່ງຕໍ່ໄປຍັງຜູ້ອື່ນໂດຍທີ່ບໍ່ຮູ້ຕົວ ສະນັ້ນບໍ່ຄວນສົ່ງຕໍ່ໄປຫາຜູ້ອື່ນ.


* Block ຫຼື Unsubscribe ຖ້າບໍ່ຢາກຮັບ Spam mail ທີ່ສົ່ງມາຕະຫລອດ ເຮົາກໍ່ຄວນ Block, Unsubscribe  ກໍ່ຈະເປັນການຍົກເລີກມີວທີ່ສົ່ງມາເປັນການບອກໃຫ້ເຈົ້າຂອງມີວໃຫ້ຮັບຊາບດ້ວຍ ຫາກຕ້ອງການກໍ່ຍົກເລິກໄດ້.

 

Post a Comment

0 Comments