ຄອມພິວເຕີມັກ Restart ເອງ ຢູ່ຕະຫຼອດນັ້ນເປັນບັນຫາທີ່ຫຼາຍຄົນນັ້ນເຈັບຫົວນໍາ ເນື່ອງຈາກໃນບາງເວລານັ້ນເຮົາອາດຈະກໍາລັງທໍາງານເຊັ່ນ: ພິມເອກະສານຢູ່ ແລ້ວຍັງບໍ່ໄດ້ບັນທຶກນັ້ນເອງ ເຮັດໃຫ້ເອກະສານເຮົາເສຍຫາຍ.
ເຊີ່ງບັນຫາຄອມພິວເຕີ Restart ເອງນັ້ນມັກຈະແບ່ງອອກເປັນ 2 ປະເພດຄຶ: ບັນຫາທາງດ້ານຮາດແວ ແລະ ບັນຫາທາງດ້ານຊອບແວ ຫຼຶ ລະບົບປະຕິບັດການວິນໂດນັ້ນເອງ ຊື່ງມີສາເຫດແນວໃດນັ້ນມາເບີ່ງນໍາກັນເລີຍ
ສາເຫດ ແລະ ວິທີແກ້ບັນຫາຄອມພິວເຕີ restart ເອງ
1. ເກິດຈາກການອັບເດດອຸປະກອນໃໝ່ເຂົ້າໄປ
ສາເຫດ: ແຕ່ອຸປະກອນນັ້ນບໍ່ສາມາດທໍາງານຮ່ວມກັບອຸປະກອນຕ່າງໆລວມໄປເຖິງແມນບອດ ເກິດຈາກການໃຊ້ແຣມຄົນລະຍີ່ຫຍໍ້ ທີ່ຕ່າງກັນ
ວິທີແກ້ບັນຫາ: ກວດເຊັກແຣມທີີ່ອັບເດດເຂົ້າໄປໃໝ່ອອກເສຍກ່ອນ ແລ້ວຈື່ງທົດສອບໃຊ້ງານ ຫາກບັນຫານີ້ໝົດໄປ ນັ້ນສະແດງວ່າເປັນເພາະແຣມຕົວໃໝ່ ນັ້ນເອງ.
2. ເກີດຈາກພາວເວີສະພຣາຍ(Power Supply)
ສາເຫດ: ເນື່ອງຈາກບາງຄັ້ງພາຍໃນແຄສຂອງເຮົາມີການຕິດຕັ້ງອຸປະກອນຫຼາຍເກີນໄປ ແລະ ແຕ່ລະຕົວກໍ່ລ້ວນກີນໄຟຂ້ອນຂ້າງຫຼາຍເຊັ່ນ: ຕິດຕັ້ງຮາດດິດສ 2 ຕົວ ຫຼື ຕິດຕັ້ງກາດຈໍ 3 ມິຕິລາຄາແພງ ອຸປະກອນເຫຼົ່ານີ້ອາດທໍາໃຫ້ພາວເວີສະພຣາຍ(PowerSupply)ຈ່າຍໄຟບໍ່ພຽງພໍເຮັດໃຫ້ເຄື່ອງຕ້ອງ Restart ໃໝ່ເປັນໄລຍະ.
ວິທີແກ້ບັນຫາ: ປ່ຽນພາວເວີສະພຣາຍ (Power Supply) ຕົວໃໝ່ທີ່ສູງກວ່າເດີມ.
3. ເກິດຈາກໄວຣັດສ Restart
ສາເຫດ: ມີຄວາມເປັນໄປໄດ້ວ່າຄອມພິວເຕີທີ່ຕິດໄວຣັດສຕົວນີ້ ອາດຈະໄດ້ຮັບຜົນກະທົບຈາກການທີ່ໄວຣັດສນັ້ນເຂົ້າໄປປ່ຽນແປງຄ່າ Restart ພາຍໃນລະບົບ ປະຕິບັດການ ຂອງເຮົາໃຫ້ມີຄວາມຜິດພາດປົກກະຕິຂື້ນນັ້ນເອງ.
ວິທີແກ້ໄຂບັນຫາ: ໃຫ້ບຸດເຄື່ອງແບບ Safe mode ແລ້ວເປິດ msconfig ໂດຍໄປທີ່ start --> run ---> ພີມຄໍາສັ່ງວ່າ msconfig ຈາກນັ້ນໄປທີ່ຊ່ອງ start up ໃຫ້ເບີ່ງສີ່ງຜິດປົກກະຕິ ທີ່ເຄື່ອງ start ນັ້ນຂື້ນມາຕອນທີ່ເຮົາເປິດເຄື່ອງ ມັນຈະມີຊື່ໄຟລແປກໆ ຫຼື ເຮົາບໍ່ເຄີຍຄຸ້ນໆ ແລະ ຕ້ອງສັງເກດວ່າມັນບໍ່ແມ່ນໂປຣແກຣມທີ່ເຮົາໃຊ້ງານຢູ່ແນ່ນອນ ສ່ວນໃຫ່ຍຈະເປັນ ຕົວເລກ ຈະສັງເກດງ່າຍ ຫຼື ເປັນຊື່ທີ່ໄກ້ຄຽງກັບໄຟລ system ຂອງລະບົບເຊັ່ນ: SVVIHOST, SCVVHOST ປະມານນີ້ ຈາກນັ້ນກໍ່ເອົາເຄື່ອງໝາຍ / ອອກແລ້ວກໍ່ Restart ເຄື່ອງໃໝ່.
4. ໄຟລ OS ບໍ່ສາມາດບຸດໄດ້ ຫຼື ເສຍຫາຍ
ສາເຫດ: ເປັນໄປໄດ້ທັງ 3 ກໍລະນີຄຶ້:
1. ໄວຣັດສ
2. ໂປຣແກຣມບາງໂປຣແກຣມເຂົ້າໄປລົບກວນການທໍາງານ ຫຼື ພະຍະຍາມເຂົ້າໄປແກ້ໄຂໄຟລ OS ຊີ່ງໂປຣແກຣມພວກນີ້ໄດ້ແກ່ໂປຣແກຣມລະເມິດລິຂະສິດຕ່າງໆ ເຊັ່ນ: ໂປຣແກຣມ Crack ເປັນຕົ້ນ.
3. ໄຟລ OS ທີ່ນໍາມາຕິດຕັ້ງນັ້ນບໍ່ສົມບູນຢູ່ແລ້ວຕັ້ງແຕ່ທໍາອິດ.
ວິທີແກ້ໄຂບັນຫາ: ຕິດຕັ້ງລະບົບປະຕິບັດການໃໝ່ໂດຍແນະນໍາໃຫ້ດາວໂລດໄຟລແກ້ແບບ Full ຈາກຜູ້ພັດທະນາໂດຍກົງນັ້ນເອງ.
5 ກະແສໄຟຟ້າບໍ່ສະຖຽນ ຫຼື ບໍ່ພຽງພໍ
ສາເຫດ: ເກິດຈາກປັກສຽບໄຟເກິດການຫຼວມ ຫຼື ປັກສຽບໄຟບໍ່ໄດ້ມາດຕະຖານຈື່ງເຮັດໃຫ້ໄຟຟ້າທີ່ຈ່າຍໃຫ້ກັບເຄື່ອງຄອມພິວເຕີຂອງເຮົານັ້ນບໍ່ພຽງພໍນັ້ນເອງ.
ວິທີແກ້ໄຂ: ລົງປ່ຽນປັກສຽບໃໝ່ ຫຼື ລອງຍ້າຍຄອມພິວເຕີໄປສຽບໃສ່ປັກສຽນໃໝ່.
ບັນຫາທີ່ເກິດຈາກອຸປະກອນຮາດແວອື່ນໆ
ແຣມ: ຕອນມີອາການຈະສະແດງໜ້າຈໍສີຟ້າ ທໍາຄວາມສະອາດ ແຣມ ອາດຊ່ວຍໄດ້ ຫຼື ປ່ຽນແຣມໃໝ່.
ກາດຈໍ: ມັກເກີດເວລາເຄື່ອງຮ້ອນ ອາດມີບັນຫາຈາກຊີບຄຸນນະພາບຕໍ່າ ລະບາຍຄວາມຮ້ອນບໍ່ດີ ລອງໃຊ້ກາດຈໍອື່ນແທນຫາກບັນຫາຫາຍໄປກໍ່ໄດ້ແລ້ວ.
ຊີພີຢູ: ລະບາຍຄວາມຮ້ອນບໍ່ດີ ອາດມີບາຫຼອກພັດລົມຫຼວມ ຊີລີໂຄນແຫ້ງ ຫຼື ພັດລົມຫຼຸມເຂົ້າ ຫຼື ບໍ່ໝູນ ຫາກເກີດບັນຫານີ້ຕ້ອງໃຊ້ເວລາດົນນານໃນການ Restart ອິກຄັ້ງ ຫຼື ອາດເປິດບໍ່ໄດ້ເປັນເວລານານ.
ແມນບອດ: ມີຊີບບາງຕົວລຸດ ເຮັດໃຫ້ແຮງກົດດັນເທິງແມນບອດບໍ່ຄົງທີ່ ເມື່ອແຮງດັນຂາດຫາຍໄປກໍ່ຈະ Restart ເອງໄດ້ ຕ້ອງສ້ອມແປງແມນບອດ ຫຼື ປ່ຽນໃໝ່.
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ