Microsoft ປະກາດຫຍຸດສະໜັບສະໜູນ Office 2010 ແລ້ວ ໃຫ້ອັບເດດໃຊ້ເວີຊັນໃໝ່
Microsoft ປະກາດຫຍຸດສະໜັບສະໜູນ Office 2010 ແລະ Office 2016 ສໍາລັບ Mac ໂດຍສີ້ນສຸດຢ່າງເປັນທາງການແລ້ວສົ່ງຜົນໃຫ້ຈະບໍ່ມີອັບເດດ Patch ດ້ານຄວາມປອດໄພ ແລະ ການບໍລິການສະໜັບສະໜູນການຂາຍໃຫ້ກັບຜູ້ໃຊ້ເວີຊັນນີ້ອິກ ຊີ່ງມີຄວາມສ່ຽງດ້ານຄວາມປອດໄພ ຫາກຍັງໃຊ້ເວີຊັນເດີມນີຕໍ່ໄປ.
ທາງ Microsoft ແນະນໍາໃຫ້ຍ້າຍໄປໃຊ້ Office 2019 ທັງ Mac ແລະ Microsoft 365 ເຊີ່ງຈະໄດ້ຮັບການອັບເດດທັງຟີເຈີໃໝ່, ຄວາມປອດໄພ ແລະ ການບໍລິການຫຼັງການຂາຍຕະຫຼອດເວລາ, ຕະຫຼອດການເປັນສະມາຊິກດ້ວຍ ສ່ວນຜູ້ທີ່ຊື້ Office ເວີຊັນທີ່ຊື້ຂາດຕົວເທົ່ານັ້ນຈະໄດ້ຮັບການສະໜັບສະໜູນດົນເຖີງ 10 ປີ ຕາມຊື່ເວີຊັນທີ່ຊືເຊັ່ນ: Office 2016 ຈະຫຍຸດສະໜັບສະໜູນໃນເດືອນ ຕຸລາ ປີ 2025 ເປັນຕົ້ນໄປ ດັ່ງນັ້ນໃຜທີ່ຈະຊື້ Office ແບບຊື້ຂາດຕົວໂດຍບໍ່ສະໝັກ Microsoft 365 ໃຫ້ໄປໃຊ້ Office 2019 ໄດ້ເລີຍຈະໄດ້ໃຊ້ງານດົນໆ ໂດຍບໍ່ຕ້ອງເປັນຫວ່າງບັນຫາການຫຍຸດສະໜັບສະໜູນ.
ອ້າງອິງ: Microsoft
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ