Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ໂຄງສ້າງພື້ນຖານຂອງພາສາ HTML ໃນການຂຽນເວັບໄຊ້

 ໂຄງສ້າງພື້ນຖານຂອງພາສາ HTML


   ໂຄງສ້າງຂອງ HTML ຈະປະກອບໄປດ້ວຍສ່ວນຂອງຄໍາສັ່ງ 2 ສ່ວນຄຶ:ສ່ວນຫົວ(Head) ແລະ ສ່ວນທີ່ເປັນເນື້ອຫາ (Body) ໂດຍມີຮູບແບບຄໍາສັ່ງດັ່ງນີ້:




ການຈັດໂຄງສ້າງແຟ້ມເອກະສານ

    ໃນຄວາມງ່າຍໆຂອງພາສາ HTML ນັ້ນເພາະພາສານີ້ບໍ່ມີໂຄງສ້າງໃດໆມາກໍານົດນອກຈາກໂຄງສ້າງພື້ນຖານເທົ່ານັ້ນ ຫຼື ບໍ່ວ່າຈະບໍມີໂຄງສ້າງພື້ນຖານຢູ່ ໂປຣແກຣມທີ່ຂຽນມານັ້ນກໍ່ສາມາດເຮັດວຽກໄດ້ເໝືອນມີໂຄງສ້າງເພາະວ່າຕົວໂປຣແກຣມເວັບບຣາວເຊີ ຈະເບີ່ງເຫັນທຸກສີ່ງທຸກຢ່າງໃນໂປຣແກຣມ HTML ເປັນສ່ວນເນື້ອໃນທັງໝົດ.

HTML  ແມ່ນຫຍັງ?

    HTML  ເປັນພາສາປະເພດ Markup Language ທີ່ໃຊ້ໃນການສ້າງເວັບເພຈຂື້ນມາ ໂດຍມີແມ່ແບບທີ່ມາຈາກພາສາ SGML ໂດຍ HTML  ຈະເປັນພາສາໃນການສ້າງເວັບທີ່ສາມາດຮຽນຮູ້ ແລະ ທໍາຄວາມເຂົ້າໃຈໄດ້ງ່າຍ ຊີ່ງໃນປະຈຸບັນກໍ່ມີການນໍາມາໃຊ້ກັນຢ່າງຫຼວງຫຼາຍ ມີການພັດທະນາ ແລະ ກໍານົດມາດຕະຖານຈາກອົງກອນ World Wide Web Consortium (W3C).

  ອະທິບາຍງ່າຍໆ HTML   ຄຶພາສາຫຼັກທີ່ນໍາມາໃຊ້ໃນການຂຽນເວັບເພຈຈື້ນມາ ເພື່ອໃຫ້ໄດ້ໜ້າເວັບເພຈທີ່ສົມບູນທີ່ສຸດ ໂດຍຈະໃຊ້ <Tag></Tag> ໃນການກໍານົດການສະແດງຜົນຂອງ HTML ທີ່ສະແດງຢູ່ເທີງໜ້າເວັບເພຈ ແລະ ເນື່ອງຈາກ HTML    ຫຍໍ້າມາຈາກຄໍາວ່າ Hypertext Markup Language ຈື່ງມີຄວາມໝາຍໂດຍລວມວ່າ ເປັນພາສາໃນການຂຽນເວັບເພຈທີ່ໃຊ້    Tag ກໍານົດການສະແດງຜົນຮັບເທີງເວັບເພຈທີ່ຕ່າງເຊື່ອມໂຍງເຖີງກັນໃນ   Hyperspace ຜ່ານ Hyperlink  ນັ້ນເອງ


ຄວາມເປັນມາຂອງ HTML  

   ພາສາ HTML  ມີຕົ້ນກໍາເນິດຈາກເມື່ອປີ 1980 ທີ່ Tim Berners Lee ໄດ້ຄິດຄົ້ນ ແລະ ທໍາການສະເໜີຕົ້ນແບບສໍາລັບນັກວິໄຈໃນ CERN  ເພື່ອທໍາການປ່ຽນຂໍ້ມູນຂ່າວສານຕ່າງໆດ້ານການວິໄຈ ໂດຍໃສ່ຊື່ວ່າ Enquire  ຕໍ່ມາໃນປີ 1990  ເຂົາກໍ່ໄດ້ທໍາການຂຽນໂປຣແກຣມຂື້ນມາ ແລະ ທົດສອບ Run ເທີງເຊີເວີທີ່ພັດທະນາຂື້ນດ້ວຍພາສາ HTML   ແລະ ໃນປີ 1991 ກໍ່ໄດ້ມີການຮູ້ຈັກ  HTML Tag ທັງໝົດ 18 Tag  ຢ່າງແພ່ຫຼາຍດ້ວຍກັນ ຊື່ງຫຼັງຈາກນັ້ນພາສາ HTML   ກໍ່ໄດ້ມີການພັດທະນາຢ່າງຕໍ່ເນື່ອງຈົນກາຍເປັນ HTML 5.0 ທີ່ໃຊ້ກັນຢູ່ໃນປະຈຸບັນນີ້.

HTML Tag  18 Tag

  1. <a>
  2. <address>
  3. <base>
  4. <dd>
  5. <dir>
  6. <dl>
  7. <dt>
  8. <h1>, …<h6>
  9. <hp1>, …<hp2>,
  10. <isindex>
  11. <li>
  12. <listing>
  13. <menu>
  14. <nextid>
  15. <p>
  16. <plaintext>
  17. <title>
  18. <ul>

ການສະແດງຜົນທີ່ເວັບບຣາວເຊີ

  ຫຼັງຈາກມີການຂຽນໂປຣແກຣມນີ້ສໍາເລັດຮຽບຮ້ອຍແລ້ວ ໃນການບັນທຶກໄຟລທີ່ມີນາມສະກຸນ .htm ຫຼື .html  ຈາກນັ້ນໃຫ້ເອີ້ນໂປຣແກຣມເວັບບຣາວເຊີຂື້ນມາທໍາການທົດສອບຂໍ້ມູນທີ່ເຮົາສ້າງຂື້ນມານັ້ນ ຈະຖຶກນໍາມາສະແດງອອກເທີງຈໍຄອມພິວເຕີ ຖ້າການຂຽນນັ້ນບໍ່ມີໂຄດຜິດພາດ ກໍ່ຈະສະແດງຜົນຕາມນັ້ນ
 

Post a Comment

0 Comments