ວິທີລົບໂຄສະນາອອກຈາກໂປຣແກຣມ Chrome ຫຼືແຈ້ງເຕືອນທີ່ສະແດງດ້ານຂວາມືຂອງໜ້າຈໍ
ບົດຮຽນນີ້ຈະມານໍາສະເໜີວິທີລົບໂຄສະນາອອກຈາກໂປຣແກຣມ Chrome ຫຼືແຈ້ງເຕືອນທີ່ສະແດງດ້ານຂວາມືຂອງໜ້າຈໍ ຕອນທີ່ເຮົາເປິດໂປຣແກຣມ Chrome ຂື້ນມາເຖີງເຮົາປິດໄປແລ້ວແຕ່ຍັງສະແດງອອກມາອິກ ຫຼາຍຄົນກໍ່ເກິດຄວາມລໍາຄານ ຕ້ອງການປິດໂຄສະນາ ຫຼື ລົບອອກໄປເລີຍ
ໜ້າຕ່າງດ້ານຂວາມືທີ່ສະແດງອອກມານັ້ນຈະເປັນການແຈ້ງເຕືອນຈາກເວັບໄຊທີ່ເຮົາເຂົ້າໄປເປິດອ່ານຂໍ້ມູນ ແລ້ວເຮົາກົດໃສ່ Allow (ອະນຸຍາດ) ໃຫ້ແຈ້ງເຕືອນເມື່ອມີຂໍ້ມູນໃໝ່ ຫຼື ໂພດສໃໝ່ ທີ່ເພີ່ມໃນເວັບນັ້ນ ຊື່ງອາດຈະເປັນໂປຣໂມຊັນໃໝ່ ຫຼື ສີນຄ້າໃໝ່
ຊີ່ງກໍ່ເຮັດໄດ້ງ່າຍໆຕາມຂັ້ນຕອນລຸ່ມນີ້:
1. ທີ່ໜ້າຕ່າງໂປຣແກຣມ Chrome ໃຫ້ຄຣິກທີ່ customize and control
(ກໍານົດຄ່າ ແລະ ຄວບຄຸມ)
2.ຈາກນັ້ນຄຣິກເລືອກ Settints
4. ຄຣິກທີ່ site Settings (ການຕັ້ງຄ່າເວັບໄຊ)
5. ຄຣິກເລືອກ Notifications (ການແຈ້ງເຕືອນ)
6. ຈາກນັ້ນໃຫ້ເບີ່ງລາຍການຊື່ເວັບໄຊທີ່ຢູ່ພາຍໃຕ້ຫົວຂໍ້ອະນຸຍາດ(Allow) ທີ່ບໍ່ແມ່ນຂອງ Google ໃຫ້ທໍາການຄຣິກທີ່ More Action ຈະເປັນຈຸດ 3 ຈຸດ ທີ່ດ້ານຫຼັງຂອງ URL ເວັບນັ້ນໆ
7. ແລ້ວຄຣີກເລືອກ Block
8. ເລືອກແກ້ໄຂແບບນີ້ກັບຊື່ເວັບໄຊ ອື່ນໆທີ່ເຫຼືອ ຕາມທີ່ເຮົາຕ້ອງການ Block ການແຈ້ງເຕືອນ
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ