Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

10 ເຄັດລັບວິທີໃນການປ້ອງກັນໄວຣັດສຄອມພິວເຕີງ່າຍໆດ້ວຍຕົນເອງ

     ຂື້ນຊື່ວ່າ ໄວຣັດສຄອມພິວເຕີ ຄຶຊີບໍ່ມີໃຜຕ້ອງການເລີຍ ເພາະໄວຣັດສຄອມພິວເຕີນັ້ນເອີ້ນໄດ້ວ່າເປັນສີ່ງທີ່ນໍາມາສ້າງຄວາມເສຍຫາຍຂອງລະບົບ ແລະ ຂໍ້ມູນຕ່າງໆໃນເຄື່ອງຄອມພິວເຕີ ດັ່ງນັ້ນໃນອະດິດເຖິງປັດຈະບັນເຮົາຈື່ງເຫັນບັນດາ Antivirus ຕ່າງໆ ເກີດຂື້ນມາເປັນຈໍານວນຫຼວງຫຼາຍເພື່ອໃຊ້ໃນການປ້ອງກັນ ແລະ ຈໍາກັດໄວຣັດສ ແຕ່ນັ້ນກໍ່ຄຶວ່າເປັນການແກ້ໄຂບັນຫາທີ່ບໍ່ແມ່ນຕົ້ນເຫດ ກໍ່ວ່າໄດ້ ເພາະວ່າຫາກເຮົາຮູ້ຈັກວິທີປ້ອງກັນ ແລະ ຮັບຮູ້ເຖີງຄວາມສ່ຽງ ເຮົາກໍ່ຈະຫຼຸດໂອກາດທີ່ຄອມພິວເຕີຈະຕິດໄວຣັດສໄດ້ເຊັ່ນກັນ ດັ່ງນັ້ນບົດຮຽນນີ້ຈະມາແນະນໍາວິທີປ້ອງກັນໄວຣັດສຄອມພິວເຕີແບບງ່າຍໆໃຫ້ຮູ້ຈັກ.




ວິທີຫຼີກລ້ຽງ ແລະ ປ້ອງກັນໄວຣັດສຄອມພິວເຕີ


1. ຕິດຕັ້ງຊອບແວປ້ອງກັນໄວຣັດສທີ່ເຊື່ອຖຶໄດ້ ໝາຍຄວາມວ່າ ຊອບແວຕົວນັ້ນຈະຕ້ອງສາມາດອັດເດດຖານຂໍ້ມູນໄວຣັດສ (definition) ແລະ ເຄື່ອງມື(engine)ທີ່ສາມາດກວດຈັບ ແລະ ຈັດການໄວຣັດສສາຍພັນໃໝ່ໄດ້ໃນເວລາດຽວ.

2. ບໍ່ຕ້ອງຕັ້ງຄ່າໃຫ້ໂປຣແກຣມອີມິວເປິດໄຟລແບບອັດຕະໂນມັດ ຕ້ອງກວດສອບທຸກຄັ້ງກ່ອນດາວໂຫຼດ ຫຼື ເປີດໄຟລຂື້ນມາ.

3. ສະແກນໄຟລຂອງອິມິວທຸກສະບັບລວມທັງອີມິວຈາກຄົນທີ່ເຮົາຄຸ້ນເຄີຍດ້ວຍ ເພາະໄວຣັດສທັງຫຼາຍມັກແຝງຕົວໃນຮູບແບບອີມິວຄົນໄກ້ຕົວຂອງເຮົາສະເໝີ.

4. ຕັ້ງລະບົບປ້ອງກັນໃຫ້ທໍາງານເລີຍຕອນທີ່ເຮົາເປິດຄອມພິວເຕີໃຊ້ງານ

5. ອັບເດດຊອບແວປ້ອງກັນໄວຣັດສຢ່າງສະໝໍ່າສະເໝີ ຖ້າເປັນໄປໄດ້ໃຫ້ອັບເດດທຸກຄັ້ງທີ່ອອນໄລເພາະໄວຣັດສສາຍພັນໃໝ່ເກີດຂື້ນທຸກຄັ້ງ.

6. ບໍ່ໃຫ້ດາວໂລດໂປຣແກຣມຈາກເວັບໄຊທີ່ບໍ່ໜ້າເຊື່ອຖຶບໍ່ວ່າຈະເປັນຟຮີແວ, ແກມ ແລະ ໂປຣແກຣມປະເພດ.exe ຫຼື .com ເພາະພີຊີຂອງເຮົາອາດຈະໄດ້ໄວຣັດສແຖມມາດ້ວຍ ແຕ່ຫາກຕ້ອງການດາວໂຫຼດກໍ່ໃຫ້ສ້າງຟ້ອນເດີສະເພາະຕ່າງຫາກ ແລະ ສະແກນຫາໄວຣັດສກ່ອນເປີດໃຊ້ງານ.

7.ສະແກນໄວຣັດສສະເໝີເມື່ອມີການນໍາເຂົ້າ ຫຼື ສົ່ງອອກຂໍ້ມູນຈາກຄອມພິວເຕີເຄື່ອງໜື່ງໄປຍັງອິກເຄື່ອງໜື່ງບໍ່ວ່າຈະເປັນອຸປະກອນ Flash drive ແຜ່ນ CVD DVD ຫຼື External hard disk ກໍ່ຕາມ

8. ເວລາຈະຕິດຕັ້ງໂປຣແກຣມຫຍັງເຮົາກໍ່ຄວນອ່ານຂໍ້ຄວາມໃນຂັ້ນຕອນການຕິດຕັ້ງດ້ວຍສະເໝີ ເພາະຫຼາຍໆຄົນມັກກົດ Next ລ້ວນໆໂດຍບໍ່ອ່ານເຮັດໃຫ້ເວລາຕິດຕັ້ງໂປຣແກຣມສໍາເລັດຈື່ງໄດ້ພວກ Adware ແຖມມານໍາດ້ວຍນັ້ນເອງ.

9 ບໍ່ເປິດເວັບໄຊທີ່ຫຼໍ່ແຫຼມເຊັ່ນເວັບແຈກໂປຣແກຣມເຖື່ອນ, ເວັບໂປ້ ເພາະເວັບເຫຼົານີ້ມີຄວາມສ່ຽງສູງທີ່ຄອມພິວເຕີຂອງເພື່ອນໆຈະໄດ້ຮັບໄວຣັດສໂດຍບໍ່ຮູ້ຕົວ

10 ເຊື່ອມຕໍ່ເຄື່ອຄ່າຍອິນເຕີເນັດທີ່ໜ້າເຊື່ອຖຶໄດ້  ແລະ ໃຫ້ຈື່ໄວ້ວ່າອິນເຕີເນັດໃນເຄື່ອຂ່າຍສາທາລະນະທີ່ເປິດໃຫ້ໃຊ້ຟຣີນັ້ນມີຄວາມສ່ຽງຢູ່ສະເໝີ.


ພຽງເທົ່ານີ້ເພື່ອນໆກໍາຈະມີແນວທາງໃນການປ້ອງກັນໄວຣັດສແລ້ວ 


Post a Comment

0 Comments