Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ແນະນໍາການດາວໂຫຼດໂປຣແກຣມ xampp ມາຕິດຕັ້ງເພື່ອໃຊ້ເປັນຖານຂໍ້ມູນຈໍາລອງ

 ແນະນໍາການດາວໂຫຼດໂປຣແກຣມ xampp ມາຕິດຕັ້ງເພື່ອໃຊ້ເປັນຖານຂໍ້ມູນຈໍາລອງ



ໂປຣແກຣມ Xampp ແມ່ນຫຍັງ ?

    ເປັນ​ໂປຣ​ແກຣມ Apache web server ​ໄວ້​ຈໍາລອງ web server ​ເພື່ອ​ໄວ້​ທົດ​ສອບ​ສະຄຣີບ(Script) ຫຼື​ເວັບ​ໄຊ​ໃນ​ເຄື່ອງ​ຂອງ​ເຮົາ​ໂດຍ​ບໍ່​ຕ້ອງ​ເຊື່ອ​ມຕໍ່​ອິນ​ເຕີ​ເນັດ ​ແລະ ບໍ່​ຕ້ອງ​ມີ​ຄ່າ​ໃຊ້​ຈ່າຍ​ໃດໆ, ສະດວກ​ຕໍ່​ການ​ຕິດ​ຕັ້ງ ​ແລະ ​ໃຊ້​ງານ ​ໂປຣ​ແກຣມ Xampp ຈະ​ມາ​ພ້ອມ​ກັບ PHP ພາສາ​ສໍາລັບ​ພັດທະນາ​ເວັບ​ອັບ​ພຣີ​ແຄ​ຊັນ​ທີ່​ເປັນ​ທີ່​ນິຍົມ​ຫຼາຍ​ພໍ​ສົມຄວນ, MySQL ຖານ​ຂໍ້​ມູນ, Apache ຈະ​ເຮັດ​ໜ້າ​ທີ່​ເປັນ​ເວັບ​ເຊີ​ເວີ, Perl  ອິກຍັງມາ​ພ້ອມ​ກັບ OpenSSL, phpMyAdmin(ລະບົບ​ບໍລິຫານ​ຈັດການ​ຖານ​ຂໍ້​ມູນ).

-     ໂປຣ​ແກຣມXAMPP ສາມາດ​ໃຊ້​ງານ​ກັບ​ລະບົບ​ປະຕິບັດ​ການ OS ຄຶ 

1.Windows ສາມາດ​ໃຊ້​ງາ​ນ​ໄດ້​ກັບ windows 2000, 2003, xp, vista, windows 7 , windows 10.

2. Linux  ສໍາລັບ SuSE, RedHat, Mandrake, Debian ​ແລະ Ubuntu.

3. Mac OS X .

    4. Solaris ສໍາລັບ Solaris 8 ​ແລະ Solaris 9


1. ດາວໂລດໂປຣແກຣມ xampp ຄຣິກໃສ່ download



2. ຄຣິກໃສ່ download anyway



3. ລໍຖ້າດາວໂລດສໍາເລັດ


4. ສໍາເລັດການດາວໂລດຈະໄດ້ໂປແກຣມ xampp 




Post a Comment

0 Comments