ພາສາ PHP (ພີເຮັດຈພີ) ຫຍໍ້ມາຈາກ Hypertext Preprocessor ພາສາ PHP ແມ່ນພາສາການຂຽນໂປຣແກຣມຄອມພິວເຕີລະດັບສູງ ທີ່ສາມາດໃຊ້ໃນເຄືອຂ່າຍອິນເຕີເນັດໄດ້ ຄວາມສາມາດສູງ ແລະ ມີຜູ້ນິຍົມໃຊ້ເປັນຈໍານວນຫຼາຍ ທ່ານສາມາດດາວໂຫຼດໄດ້ຈາກເວັບໄຊທ໌ http://php.net/.
PHP ເປັນພາສາສຄຣີບ ( Scripting Language ) ຄໍາສັ່ງຕ່າງໆຈະເກັບໃນຮູບຂອງຂໍ້ຄວາມ (Text)ອາດຂຽນແທັກຢູ່ພາຍໃນພາສາ HTML ຫຼືໃຊ້ງານອິດສະລະກໍ່ໄດ້
ແຕ່ໃນການໃຊ້ງານຕົວຈິງມັກໃຊ້ງານຮ່ວມກັບພາສາ HTMLດັ່ງນັ້ນການຂຽນໂປຣແກຣມນີ້ຕ້ອງມີຄວາມຮູ້ດ້ານພາສາ HTML ເປັນຢ່າງດີ ໂດຍໃຊ້ໂປຣແກຣມ Macromedia Dreamweaver ຫຼື ໂປຣແກຣມ Editor ເຊັ່ນ: EditPlus .
PHP ຄືພາສາຄອມພິວເຕີ Server-Side Script ຊື່ງໃຊ້ໃນການຂຽນເວັບໄຊ້ ແລະ
ສາມາດປະມວນຜົນອອກມາໃນຮູບແບບ HTML ໂດຍມີມາດຖານໂຄງສ້າງຄໍາສັ່ງມາຈາກພາສາຊີ,ພາສາຊີ,
ພາສາຈາວາ ເປົ້າໝາຍຫຼັກຂອງພາສາ PHP ຄຶໃຫ້ນັກພັດທະນາເວັບໃຊ້ສາມາດຂຽນເວັບເພສ
ໃຫ້ມີຄວາມວ່ອງໄວຂື້ນ.
ຈຸດດີຂອງ PHP
1. ດາວໂລດໄດ້ຟຣີ (Open Source).
2. ຮຽນຮູ້ໄດ້ງ່າຍ.
3. ປະມວນຜົນໄດ້ໄວ ແລະ ມີປະສິດທິພາບ.
4. ໃຊ້ຮ່ວມກັບ XML ໄດ້.
5. ໃຊ້ງານຮ່ວມກັບຖານຂໍ້ມູນໄດ້ຫຼາຍຊະນິດເຊັ່ນ MySQL.
6. ສ້າງຟອມຮັບສົ່ງຂໍ້ມູນກັບຜູ້ໃຊ້ໄດ້.
7. ໃຊ້ໂຄງສ້າງ ແລະ ໄວຍາກອນພາສາງ່າຍ.
8. ໃຊ້ງານໄດ້ກັບທຸກລະບົບປະຕິບັດການ(window).
9. ໃຊ້ງານໄດ້ກັບທຸກເວັບບຣາວເຊີ.
10. ມີຟັງຊັນທີ່ຈັດການກັບຂໍ້ມູນ.
PHP ຈະທໍາງານດັ່ງນີ້
1. ໂປຣກແຣມເວັບບຣາວເຊີຈະມີການຮ້ອງຂໍໄຟລ PHP ໄປຍັງເວັບເຊີເວີ.
2. ເຄື່ອງເຊີເວີກໍ່ຈະເອື້ນ PHP engine ຂື້ນມາແປໄຟລ PHP.
3. ຕີດຕໍ່ກັບຖານຂໍ້ມູນ.
4. ສົ່ງຜົນທີ່ໄດ້ມາຈາກການແປແລະ ປະມົນຜົນເປັນພາສາ HTML ທັງໝົດກັບໄປຍັງເວັບບຣາວເຊີ.
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ