Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ຮຽນຈົບໄອທີ (IT) ແລ້ວໄດ້ຄວາມຮູ້ຫຍັງ ? ມາຮັບຮູ້ນໍາກັນເລີຍ

 ຮຽນຈົບໄອທີແລ້ວໄດ້ຄວາມຮູ້ຫຍັງ ? ມາຮັບຮູ້ນໍາກັນເລີຍ


1. Programmer Developer ນັກພັດທະນາໂປຣແກຣມ

   ເປັນວິຊາທີ່ກ່ຽວກັບໄອທີໂດຍກົງ ທີ່ໄດ້ຮັບຄວາມນິຍົມຫຼາຍ ຄົນເຮັດວຽກສາຍນີ້ຕ້ອງມີທັກສະການຂຽນພາສາທາງຄອມພິວເຕີ້ເຊັ່ນ: ພາສາ C, C+, Java, IOS, Android ເປັນຕົ້ນ ຖ້າມີຄວາມຮູ້ດ້ານນີ້ແມ່ນສາມາດຊອກວຽກ ແລະ ມີເງີນເດືອນສູງຫຼາຍ.

2. Graphic Design ນັກອອກແບບ 

   ສາມາດເປັນນັກອອກແບບສື່ສິ່ງພິມ ສື່ Digital ເຊັ່ນ: Brochure, Poster ໜັງສືຕ່າງໆ ເພື່ອເຮັດສື່ໂຄສະນາສຳລັບໃຊ້ໃນການສື່ສານການຕະຫຼາດທັງ offline ແລະ online  ຕ້ອງເປັນຄົນທີ່ມີທັກສະທາງດ້ານສິນລະປະການອອກແບບດ້ວຍຮູບພາບ ໂຕອັກສອນ ແລະພາບເຄື່ອນໄຫວເພື່ອໃຊ້ໃນການສ້າງຜົນງານອອກແບບ

3. Website Design , Developer ນັກພັດທະນາ ອອກແບບເວັບໄຊ

   ເປັນວຽກທີ່ສຳຄັນ ແລະ ເປັນທີ່ຕ້ອງການຂອງຕະຫຼາດແຮງງານອີກສາຍໜຶ່ງຂອງວຽກໄອທີ ເນື່ອງຈາກ Website ປຽບດັ່ງໜ້າບ້ານຂອງແຕ່ລະອົງກອນເຊິ່ງຕ້ອງການຜູ້ສ້າງ ແລະ ເບິ່ງແຍງ ຄົນເຮັດວຽກສາຍນີ້ຕ້ອງມີຄວາມເຂົ້າໃຈ ແລະ ທັກສະການໃຊ້ Program ກ່ຽວກັບ Web Browser ເຊັ່ນ: PHP, HTML, PHP MyAdmin, Laravel, Yii, CodeIgniter ແລະ ພາສາອື່ນໆ . ຕ້ອງຄວບຄຸມ ແລະ ວາງລະບົບໂຄງສ້າງຂອງໜ້າບ້ານໃຫ້ສອດຄ່ອງກັບລະບົບຂອງອົງກອນ. ຖ້າມີຄວາມຮູ້ດ້ານນີ້ແມ່ນສາມາດຊອກວຽກ ແລະ ມີເງີນເດືອນສູງຫຼາຍ.


4.  Network and System ນັກອອກແບບລະບົບເຄື່ອຄ່າຍ

   ຖືເປັນຫົວໃຈສຳຄັນຂອງວຽກດ້ານໄອທີໃນທຸກອົງກອນ ເພາະການວາງແຜນເຄືອຂ່າຍພື້ນຖານ (Network) ແລະ ການຈັດການລະບົບຂອງໜ່ວຍງານຈະມີປະສິດທິພາບ ຫຼາຍ ຫຼື ໜ້ອຍນັ້ນແມ່ນຂຶ້ນກັບຄົນເຮັດວຽກສາຍນີ້

5. IT Support  ການແກ້ໄຂ, ດູແລບັນຫາຄອມພິວເຕີທົ່ວໄປ

     ຜູ້ເບິ່ງແຍງດ້ານເຕັກນິກຖືວ່າເປັນວຽກສຳຄັນ ເປັນຕຳແໜ່ງທີ່ທຸກອົງກອນຕ້ອງມີ ແລະ ຂາດບໍ່ໄດ້ເນື່ອງຈາກເປັນຄົນທີ່ຕ້ອງເບິ່ງລະບົບການເຮັດວຽກ ທັງ Software ແລະ Hardware ລະບົບ Network ເຂົ້າລະບົບເທັກໂນໂລຢີຂັ້ນພື້ນຖານ ການເຊື່ອມຕໍ່ແລະການຕິດຕໍ່ສື່ສານພາຍໃນອົງກອນເພື່ອໃຫ້ຜູ້ໃຊ້ງານບໍ່ຕິດຂັດ.


6. Server ຜູ້ຄວບຄຸມລະບົບເຊີເວີ

   ເປັນນັກຄວບຄຸມລະບົບເຊີເວີພາຍໃນອົງກອນ ແລະ ບໍລິສັດເພື່ອບໍ່ໃຫ້ລະບົບມີບັນຫາເຊັ່ນ: ລະບົບການທະນະຄານ, ລະບົບການເງິນ ຕ່າງໆ, ລະບົບບຸກຄະລະກອນ ແລະ ອື່ນໆ. ຕ້ອງມີຄວາມຮູ້ດ້ານ window server, Linux , ...........



Post a Comment

0 Comments