Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ປະຫວັດຄວາມເປັນມາຂອງລະບົບປະຕິບັດການ Windows Vista

 ປະຫວັດຄວາມເປັນມາຂອງ Windows Vista

ໜ້າຕ່າງ window Vista



      ໄມໂຄຣຊອບຟ Windows Vista ເປັນການພັດທະນາຈາກ ບໍລິສັດໄມໂຄຣຊອບຟ ເຊີ່ງພັດທະນາຈາກ Windows XP ແລະ Windows Server 2003 ເພື່ອໃຊ້ກັບເຄື່ອງ ໄມໂຄຣຄອມພິວເຕີ ຫລື ຄອມພິວເຕີສ່ວນບຸກຄົນ (Personal Computer: PC) ຊຶ່ງຄອມພິວເຕີທຸກເຄື່ອງຈະຕ້ອງມີໂປຣແກຣມລະບົບປະຕິບັດການ (Operating System) ໃນການເຮັດຫນ້າທີ່ຄວບຄຸມການເຮັດວຽກງານຕ່າງ ໆ ຂອງເຄື່ອງ ແລະ ອຸປະກອນຕ່າງ ໆ ຊຶ່ງມີຄຸນສົມບັດ ແລະ ປະສິດທິພາບທີ່ສູງຂຶ້ນ ຈາກລະບົບ Windows XP ໂດຍຕ້ອງກຽມຄຸນສົມບັດ ຂອງເຄື່ອງຄອມພິວເຕີ ກຽມຮາດດິດ(Hardisk) ການແບ່ງພາຕິຊັນ(Partition) ການຟໍແມດ(Format) ແລ້ວຈຶ່ງຕິດຕັ້ງ ລະບົບປະຕິບັດການ Windows Vista ໄດ້ ຊຶ່ງລະບົບປະຕິບັດການຕ່າງ ໆ ທີ່ທາງໄມໂຄຣຊອບຟ ໄດ້ອອກແບບມາ ຕ້ອງສຳພັນກັນກັບ ອຸປະກອນພາຍໃນຕົວເຄື່ອງຄອມພິວເຕີດ້ວຍ ບໍ່ເຊັ່ນນັ້ນ ການເຮັດວຽກງານຂອງລະບົບອາດ ບໍ່ມີປະສິດທິພາບພຽງພໍ
    Windows Vista ໄດ້ຮັບການປັບປຸງ ແລະ ພັດທະນາໃຫ້ມີຄວາມທັນສະໄໝທັງຮູບໜ້າຕາ ແລະ ຟັງຊັນການໃຊ້ງານຕ່າງໆ ແລະ ໄດ້ປັບປຸງເລື່ອງຄວາມປອດໄພ ແລະ ລະບົບເນັດເວີກ (Network) ໃຫ້ສາມາດເຮັດວຽກໄດ້ມີປະສິດທີພາບຫຼາຍຂື້ນເຊີ່ງໄດ້ວາງຈໍາໜ່າຍໃຫ້ກັບອົງກອນທຸລະກິດ ໃນເດືອນ 08 ພະຈິກ ພສ 2549 ແລະ ວາງຈໍາໜ່າຍໃຫ້ກັບຜູ້ໃຊ້ທົ່ວໄປໃນວັນທີ 30 ມີນາ ພສ 2550

ຄວາມສຳຄັນຂອງລະບົບປະຕິບັດການ.

ໃນອະດີດການພັດທະນາໂປຣແກຣມສຳລັບຫນ້າທີ່ໜຶ່ງໆ ຕ້ອງໃຊ້ເວລາຫລາຍ ເພາະຕ້ອງຂຽນ ໂປແກມເຖິງ 2 ສ່ວນນຳກັນ ໄດ້ແກ່ ໂປຣແກຣມເຮັດວຽກ ແລະ ໂປຣແກຣມທີ່ເຮັດຫນ້າທີ່ຄວບຄຸມອຸປະກອນຮາດແວຕ່າງ ໆ ພາຍໃນເຄື່ອງ ເມື່ອມີການສ້າງໂປຣແກຣມໃໝ່ ບັນຫາກໍຄື ຕ້ອງມີການສ້າງໂປຣແກຣມຄວບຄຸມອຸປະກອນ ຮາດແວອີກເທື່ອ ຊ້ຳຊ້ອນກັບຜູ້ອື່ນທີ່ໄດ້ສ້າງໂປຣແກຣມນີ້ໄວ້ແລ້ວ ເຮັດໃຫ້ການພັດທະນາໂປຣແກຣມເປັນໄປ ຢ່າງຊັກຊ້າ ເພື່ອແກ້ບັນຫານີ້ຈຶ່ງໄດ້ມີການຄິດຄົ້ນໂປຣແກຣມທີ່ເຮັດຫນ້າທີ່ເປັນຕົວກາງຄວບຄຸມອຸປະກອນຮາແວຂຶ້ນ ຊຶ່ງມີຊື່ເອື້ນວ່າ ລະບົບປະຕິບັດການ ຫລື ໂອເອດ (OS: Operating System) ເຮັດໃຫ້ບໍ່ຕ້ອງມີການຂຽນໂປຣແກຣມທີ່ໃຊ້ຄວບຄຸມອຸປະກອນຮາແວອີກຕໍ່ໄປ ເພາະສາມາດເຮັດວຽກຜ່ານລະບົບປະຕິບັດການໄດ້ໂດຍກົງ

ວິວັດທະນາການຂອງ Windows Vista.

           ໄມໂຄຣຊອບຟ Windows Vista ເປັນໂປຣແກຣມລະບົບປະຕິບັດການທີ່ພັດທະນາໂດຍບໍລິສັດ     ໄມໂຄຣຊອບຟ ເພື່ອໃຊ້ກັບເຄື່ອງໄມໂຄຣຄອມພິວເຕີ ຫລືຄອມພິວເຕີ ສ່ວນບຸກຄົນ (Personal Computer: PC) ຄອມພິວເຕີທຸກເຄື່ອງຈະຕ້ອງມີໂປຣແກຣມ ລະບົບປະຕິບັດການ (Operating System) ເຮັດຫນ້າທີ່ຄວບຄຸມການ-ເຮັດ-ວຽກງານຂອງເຄື່ອງ ແລະ ອຸປະກອນຕ່າງ ,ບໍ່ມິເຊັ່ນນັ້ນຄອມພິວເຕີຈະບໍ່ສາມາດນຳມາໃຊ້ງານໄດ້ ບໍລິສັດໄມໂຄຣຊອບຟ ໄດ້ພັດທະນາລະບົບປະຕິບັດການຂຶ້ນມາໃຊ້ກັບເຄື່ອງ PC ມາຕັ້ງແຕ່ຍຸກທໍາອິດ ເອີ້ນຊື່ລະບົບປະຕິບັດການນັ້ນວ່າ MS-DOS (Microsoft Disk Operating System) ທີ່ມີການເຮັດວຽກງານໃນ ແບບເທັກຊ໌ໂໝດ ແລະ ໄດ້ປ່ຽນມາເປັນລະບົບປະຕິບັດການ Windows ທີ່ມີການເຮັດວຽກງານແບບໂໝດກາຣຟິກ ຊຶ່ງທາງບໍລິສັດໄມໂຄຣຊອບຟ ໄດ້ທໍາການພັດທະນາໄປເລື່ອຍໆ ຕາມການປ່ຽນແປງທາງດ້ານຮາດແວຂອງເຄື່ອງຄອມພິວເຕີ ແນວຄິດໃນການພັດທະນາຊອບຟແວລະບົບປະຕິບັດການຂອງບໍລິສັດໄມໂຄຣຊອບຟ ຈະເນັ້ນກຸ່ມລູກຄ້າເປົ້າໝາຍຢູ່ສອງກຸ່ມໃຫຍ່ໆ ຄື: ກຸ່ມຜູ້ໃຊ້ງານທົ່ວໄປ ແລະ ກຸ່ມຜູ້ໃຊ້ງານດ້ານ ລະບົບປະຕິບັດການເຄືອຂ່າຍ ເລີ່ມຈາກ Windows 3.0 ແລະ 3.1, Windows 95, Windows 98, Windows Me ຊຶ່ງເປັນ Windows ສຳລັບກຸ່ມຜູ້ໃຊ້ງານທົ່ວໄປ ແລະ Windows NT ແລະ Windows 2000 ທີ່ລວມເອົາ ຄວາມສາມາດໃນການເຮັດວຽກງານ​.

ລະດັບເຄືອຂ່າຍໄວ້ດ້ວຍຕໍ່ມາໄມໂຄຣຊອບຟໄດ້ລວມ window ທັງສອງສາຍພັນນີ້ເຂົ້າໄວ້ນຳກັນເປັນ  Windows XP ຊຶ່ງມີ 2 ລຸ້ນສຳຄັນຄື Home Edition (ສຳລັບ ຜູ້ໃຊ້ງານທົ່ວໄປ) ແລະ Professional Edition (ສຳລັບຜູ້ໃຊ້ງານອົງກອນ)   Windows XP ນັບເປັນ.




ວິວັດທະນາການຂອງລະບົບປະຕິບັດການ Windows ນີ້ຍັງບໍ່ລວມກັບປະຈຸບັນນີ້ ກັບລະບົບປະຕິບັດການ Windows 7ລຸ້ນຕ່າງ ໆ ຂອງ Windows Vista .

          Microsoft Windows Vista ໄ ດ້ຮັບການອອກແບບໃຫ້ມີປະສິດທິພາບການເຮັດວຽກງານທີ່ດີຍິ່ງຂຶ້ນ ສຳລັບຜູ້ໃຊ້ຄອມພິວເຕີທຸກກຸ່ມ ຕັ້ງແຕ່ຜູ້ໃຊ້ງານທີ່ເຮືອນຊຶ່ງໃຊ້ເຄື່ອງຂອງຕົນໃນການເຮັດວຽກປົກກະຕິ ຈົນເຖິງນັກທຸລະກິດທີ່ຕ້ອງຈັດລະບຽບ ແລະ ຈັດການຂໍ້ມູນທີ່ມີປະລິມານຫລາຍ ລວມເຖິງນັກວິທະຍາສາດທີ່ຕ້ອງເຮັດ ການວິເຄາະທາງຄະນິດສາດທີ່ຊັບຊ້ອນ ເພື່ອໃຫ້ທຸກຄົນໄດ້ຮັບຜະລິດຕະພັນທີ່ອອກແບບມາໂດຍສະເພາະເພື່ອ ຕອບສະຫນອງການໃຊ້ງານສະເພາະຂອງແຕ່ລະຄົນ Microsoft ຈະນຳສະເໜີ Windows Vista ໃນລຸ້ນຕ່າງໆ 4 ລຸ້ນ ນຳກັນໄດ້ແກ່ Home Basic, Home Premium, Business ແລະ ລຸ້ນ Ultimate ທີ່ເປັນລຸ້ນທີ່ໄດ້ ລວບລວມຄຸນສົມບັດການໃຊ້ງານທັງໝົດໄວ້ ແຕ່ລະລຸ້ນຈະເນັ້ນໃນການຕອບສະຫນອງການໃຊ້ງານແຕ່ລະປະເພດ ໂດຍສະເພາະ ບໍ່ວ່າເຮົາຈະໃຊ້ຄອມພິວເຕີ ເພື່ອຈຸດປະສົງໃດກໍຕາມ ຕັ້ງແຕ່ຄວາມບັນເທີງພາຍໃນເຮືອນໄປ ຈົນເຖິງປະສິດທິຜົນທາງທຸລະກິດ Windows Vista ຈະມີລຸ້ນທີ່ເໝາະສຳລັບທຸກຄົນສະເໝີ ສຳລັບອົງກອນລະດັບໂລກທີ່ມີຂະໜາດໃຫຍ່ ມີໂຄງສ້າງດ້ານ IT ທີ່ຊັບຊ້ອນ ເຮົາຂໍແນະນຳໃຫ້ ພິຈາລະນາ Windows Vista ໃນລຸ້ນພິເສດ ຄື Windows Vista Enterprise,Edition ສ່ວນ Windows Vista ລຸ້ນ Starter Edition ນັ້ນ ເປັນລຸ້ນທີ່ອອກມາເນັ້ນ​​ລາຄາຖືກ ແລະ ມີຂາຍໃນ ບາງປະເທດເທົ່ານັ້ນ ແຕ່ມີຂໍ້ຈຳກັດກວ່າ Windows Vista ລຸ້ນທົ່ວໄປຫລາຍປະການ ເຊັ່ນ ມີຄວາມສາມາດ ດ້ານເຄືອຂ່າຍທີ່ຈຳກັດ ແລະ ຮອງຮັບພຽງລະບົບ 32 ບິດ ເທົ່ານັ້ນ.

  ແນະນໍາ Windows Vista ແຕ່ລະປະເພດ.

1). Windows Vista Home Basic


       ເໝາະສຳລັບຜູ້ໃຊ້ ພາຍໃນເຮືອນທີ່ຕ້ອງການໃຊ້ງານຄອມພິວເຕີພື້ນຖານ ເຊັ່ນ: ການ ເບິ່ງ ອິນເທີເນັດ ແລະ ການເບິ່ງພາບຖ່າຍ ຕິດຕັ້ງ ແລະ ບຳລຸງຮັກສາໄດ້ງ່າຍ ຊ່ວວຍໃຫ້ເຮົາຄົ້ນຫາສິ່ງທີ່ ຕ້ອງການໃນຄອມພິວເຕີ ແລະ ອິນເທີເນັດໄດ້ຢ່າງວ່ອງໄວ ໃນຂະນະດຽວກັນກໍໃຫ້ສະພາບການໃຊ້ງານທີ່ມີຄວາມປອດໄພຫລາຍຂຶ້ນເພື່ອຊ່ວຍປົກປ້ອງເຮົາຈາກໂລກທີ່ບໍ່ ສາມາດຄາດການໄດ້




2). Windows Vista Home Premium

      ເປັນລຸ້ນທີ່ເໝາະສົມທີ່ສຸດສຳລັບເຄື່ອງເດດກ໌ທັອບ(Desktop)ທີ່ໃຊ້ງານຕາມເຮືອນແລະ ຄອມພິວເຕີແບບພົກພາ ໃນລຸ້ນນີ້ມີການອອກແບບທີ່ດີກວ່າຊ່ວຍໃຫ້ເຮົາໃຊ້ງານຄອມພິວເຕີໄດ້ຢ່າງສະເພາະເຈາະຈົ່ງຫລາຍຂຶ້ນ ໃນຂະນະດຽວກັນກໍມອບປະສິດທິຜົນການເຮັດວຽກງານ ຄວາມບັນເທີງ ແລະ ຄວາມປອດໄພ ຊຶ່ງເຮົາຕ້ອງການທີ່ຈະຫຼີ້ນຄອມພິວເຕີຂອງເຮົາໃນເຮືອນ ຫລື ນອກເຮືອນ

    

3). Windows Vista Business 



     ເປັນ Windows ລຸ້ນທໍາອິດທີ່ໄດ້ຮັບການອອກແບບມາສະເພາະເພື່ອການຕອບສະຫນອງຄວາມຕ້ອງການໃຊ້ງານຂອງທຸລະກິດຂະໜາດນ້ອຍເຮົາຈະສາມາດປະຫຍັດເວລາທີ່ຕ້ອງເສຍໄປກັບບັນຫາທີ່ກ່ຽວຂ້ອງກັບການສະໜັບ-ສະໜູນເທັກໂນໂລຍີໄດ້ຫລາຍຂຶ້ນ ເຮົາຈຶ່ງມີເວລາຫລາຍຂຶ້ນໃນການເຮັດທຸລະກິດຂອງເຮົາໃຫ້ປະສົບຄວາມສຳເລັດ Windows Vista Business ເປັນທາງເລືອກໜຶ່ງດຽວສຳລັບທຸລະກິດຂອງເຮົາເພື່ອມື້ນີ້ແລະ ມື້ຂ້າງໜ້າ






       ເປັນທາງເລືອກຂອງຜູ້ທີ່ຕ້ອງການໃຊ້ງານລັກສະນະທີ່ຄົບຖ້ວນ ສະຫລັບສັບປ່ຽນລະຫວ່າງໂລກຂອງການໃຊ້ງານກັບໂລກຂອງຄວາມບັນເທີງໄດ້ຢ່າງງ່າຍດາຍດ້ວຍລຸ້ນທີ່ສົມບູນແບບທີ່ສຸດຂອງ Windows Vista Ultimate ລັກສະນະຕ່າງ ໆ ດ້ານການໃຊ້ງານ ຄວາມປອດໄພ ແລະ ລະບົບເຄື່ອນທີ່ທີ່ຈຳເປັນສຳລັບງານຂອງເຮົາ ລວມເຖິງ​​ລັກສະນະດ້ານຄວາມບັນເທີງໃຫ້ເຮົາເພີດເພີນໄດ້ຕາມຕ້ອງການ





5). Windows Vista  Enterprise 


       ການອອກແບບທີ່ຊ່ວຍລຸດຄ່າໃຊ້ຈ່າຍ ແລະ ຄວາມສ່ຽງດ້ານ IT
ລົງຢ່າງເຫັນໄດ້ແຈ້ງ Windows Vista Enterprise ສາມາດຕອບສະຫນອງຕໍ່ຄວາມຕ້ອງການຂອງອົງກອນລະດັບໂລກຂະໜາດໃຫຍ່ທີ່ມີໂຄງສ້າງ IT ທີ່ສະຫລັບຊັບຊ້ອນໄດ້.






Post a Comment

0 Comments