Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ການປັບແຕ່ງໜ້າຕາຂອງ Windows 7

 ການ​ປັບ​ແຕ່ງ​ໜ້າ​ຕາ​ຂອງ Windows 7


ລະບົບປະຕິບັດການ Windowsເປັນລະບົບປະຕິບັດການທີ່ມີຜູ້ໃຊ້ຫຼາຍທີ່ສຸດໃນໂລກເຊິ່ງສົ່ງຜົນໃຫ້ໜ້າຕາ ຫຼື ອີນເຕີເຟສ໌ຕ່າງໆ ອາດເບິ່ງເໝືອນກັນ ຫຼື ຄ້າຍຄືກັນໄປໝົດ ຖ້າບໍ່ການປັບແຕ່ງຫຼັງຈາກຕິດຕັ້ງສຳເລັດ.

ແນ່ນອນວ່າເມື່ອ​​ເຈົ້າໃຊ້ Windows 7 ກໍຄົງຢາກປັບແຕ່ງພາບພື້ນຫຼັງທີ່ເປັນຮູບຖ້າຍຂອງຕົນເອງ, ​ປ່ຽນສີສັນບໍລິເວນຂອບທີ່ໂປ່ໃສ ລວມເຖິງການໃຊ້ Theme ທີ່ມີຮູບແບບສຳເລັດຮູບ​​ໃຫ້ເລືອກໃຊ້ແລະໃຊ້ງານພັກໜ້າຈໍ (Screen Saver)ໃໝ່ບໍ່ໃຫ້ຊ້ຳກັບຄົນອື່ນ.

      ການ​ປ່ຽນ Theme

Theme ໝາຍເຖິງການປ່ຽນແປງຄ່າຕ່າງໆແບບຍົກຊຸດ ທັງເລື່ອງຂອງສີສັນບໍລິເວນຂອບໜ້າຕ່າງໂປຣແກຣມ, ພາບພື້ນຫຼັງ, ຊຸດສຽງປະກັບການໃຊ້ງານ ລວມທັງສີຂອງທາສ໌ບາຣ໌ເຊິ່ງຂັ້ນຕອນໃນການປ່ຽນ ThemeໃນWindows 7 ມີດັ່ງຕໍ່ໄປນີ້:





ການ​ປ່ຽນ​ສຽງ

ລະບົບປະຕິບັດການ Windows 7 ບໍ່ໄດ້ໃຫ້ຄວາມສຳຄັນສະເພາະສິ່ງທີ່ເຈົ້າມອງເຫັນເທົ່ານັ້ນແຕ່ເລື່ອງຂອງລະບົບສຽງປະກອບການໃຊ້ງານ ກໍເປັນອີກຈຸດໜຶ່ງທີ່ຖືກໃຫ້ຄວາມສຳຄັນເຊັ່ນກັນເຮັດໃຫ້ໃນ Windows 7 ນັ້ນໄດ້ກຽມສຽງດົນຕີປະກອບການໃຊ້ງານຕ່າງໆເຊິ່ງປ່ຽນໄປຕາມ Theme ທີ່ເຈົ້າເລືອກອັດຕະໂນມັດ ຫຼື ຫາກເຈົ້າຕ້ອງການປັບແຕ່ງສຽງທີ່ໄດ້ຍິນເປັນແບບຂອງຕົນເອງກໍສາມາດເຮັດໄດ້ເຊັ່ນກັນ ດັ່ງຂັ້ນຕໍ່ໄປນີ້:


 ການຈັດ​ລຽງ​ໄອ​ຄອນ​ເທິງ​ໜ້າ​ຈໍ

ໄອຄອນໂຟນເດີແລະໄຟລ໌ຕ່າງໆ ທີ່ຢູ່​​ເທິງໜ້າຈໍນັ້ນ ຖ້າມີຢູ່ເປັນຈຳນວນຫຼາຍກໍຈະເຮັດໃຫ້ເບິ່ງໜ້າຈໍລຳບາກ ດັ່ງນັ້ນ, ​ເຮົາຄວນລຽງໄອຄອນໃຫ້ເປັນລະບຽບແລະເມື່ອໄດ້ລຽງເອົາໄວ້ ຖ້າມີການເຄື່ອນຍ້າຍໄອຄອນໄອຄອນກໍຍັງຖືກຈັດລຽງ​​ໃຫ້ໂດຍອັດຕະ​​ໂນມັດອີກດ້ວຍ.



-      Nameຈັດລຽງຕາມຕົວອັກສອນ.

-      Sizeຈັດລຽງຕາມຂະໜາດ.

-      Item typeຈັດລຽງຕາມຊະນິດຂອງໂປຣແກຣມ.

-      Date modifiedຈັດລຽງຕາມວັນທີມີການແກໄຂ.


  ການ​ປັບ​ແຕ່ງ​ການສະ​ແດງ​ຜົນ (Settings)

ການສະແດງຜົນເທິງຈໍພາບຈະມີຄຸນນະພາບດີເທົ່າໃດກໍຂື້ນຢູ່ກັບລຸ້ນຂອງຈໍພາບທີ່ໃຊ້ແລະກ່ຽວກັບຮາດແວລ໌ໃນເຄື່ອງທີ່ຮຽກວ່າ: ກາດຈໍ(Display Adapter)ອີກດ້ວຍສຳລັບຈໍພາບແລະກາດຈໍທີ່ດີຈະມີຫຼາຍໃຫ້ເຮົາສາມາດເລືອກຄວາມລະອຽດການສະແດງຜົນແລະຈຳນວນສີໄດ້ຫຼາຍແບບ ​​ເພື່ອຄວາມເໝາະສົມກັບການໃຊ້ງານດັ່ງຕົວຢ່າງຕໍ່ໄປນີ້

                   1   ຄຼິກຂວາເທິງພື້ນທີ່ຫວ່າງເທິງໜ້າຈໍ




ສຳລັບຄວາມລະອຽດໃນການສະແດງຜົນທີ່ໃຫ້ເລືອກຈະຂື້ນຢູ່ກັບຊະນິດຂອງກາດຈໍ(VGA Card)ແລະໜ່ວຍຄວາມຈຳໃນການສະແດງຜົນໂດຍສ່ວນໃຫ່ຍເຮົາຈະສາມາດປັບແຕ່ງຄວາມລະອຽດໄດ້ດັ່ງນີ້:

Ø  ຕາຕະລາງສະແດງລາຍລະອຽດຂອງການກຳນົດການສະແດງຜົນ





Post a Comment

0 Comments