Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ສ່ວນປະກອບໃນໜ້າຈໍຂອງ Windows 7 (Desktop)

  ສ່ວນ​ປະກອບ​ໃນໜ້າຈໍຂອງ Windows 7 (Desktop)


A.  ປຸ່ມ(Start) ເປັນຈຸດເລີ່ມຕົ້ນສຳລັບການເປີດໂປຣແກຣມທີ່ຕ້ອງການ.

B.  ທາສກ໌ບາຣ໌(Taskbar) ຄືແຖບຍາວໆທີ່ວາງຢູ່ດ້ານລຸ່ມຂອງໜ້າຈໍໃຊ້ສະແດງຊື່ຮຽກໃຊ້ໂປແກຣມທີ່ກຳລັງເປີດຢູ່ໃນຂະນະນັ້ນ.

C.  ໄອຄອນ(Icon) ເຖິງວ່າປຸ່ມຈະເປີດໂປຣແກຣມໄດ້ທຸກຕົວແຕ່ບາງຄັ້ງກໍຄົ້ນຫາໄດ້ຍາກດັ່ງນັ້ນ, ຈິ່ງມີພາບນ້ອຍໆທີ່ຮຽກວ່າໄອຄອນ(Icon)ເປັນສັນຍາລັກແທນແຕ່ລະໂປແກຣມຂື້ນມາເຮັດໃຫ້ຜູ້ໃຊ້ເປີດ​​ໂປຣແກຣມນັ້ນໄດ້ໂດຍການດັບເບີນຄຼິກໄອຄອນພຽງຄັ້ງດຽວໂປຣແກຣມກໍຈະເປີດຂື້ນມາ.

D.  ຕົວຊີ້ເມົາສ໌(Mouse Pointer)ຄືສັນຍາລັກສະແດງຕຳ​​ແໜ່ງເມົາສ໌ໃຊ້ຊີ້ຈຸດຕ່າງໆກ່ອນສັ່ງຄຼິກ, ດັບເບີນຄຼິກແລະຄຼິກຂວາ.

E.  Notification Area ເປັນສ່ວນທີ່Windowsໃຊ້ບອກສະຖານະການການທຳງານຕ່າງໆກັບຜູ້ໃຊ້ງານເຊັ່ນ: ວັນເວລາ, ການເຕືອນຫຼາຍຢ່າງ.

F.  ໜ້າຈໍ(Desktop)ເປັນພື້ນທີໜ້າຈໍທີ່ໃຊ້ທຳງານກັບWindows 7ທັງໝົດໂດຍຈະພົບວ່າມີທາສກ໌ບາຣ໌, ປຸ່ມແລະໄອຄອນຫຼືໜ້າຕ່າງໂປຣແກຣມທີ່ຖືກໃຊ້ງານວາງຢູ່​​ເທິງໜ້າຈໍ(Desktop).


1      ໄອຄອນ (Icon) ທີ່​ຄວນ​ຮູ້

ໄອຄອນ(Icon)ຄືສັນຍາລັກພາບນ້ອຍໆທີ່ສະແດງຢູ່ເທິງໜ້າຈໍແຕ່ລະໄອຄອນຈະມີຄວາມສາມາດແຕກຕ່າງກັນໄອຄອນຈະຊ່ວຍໃຫ້ຜູ້ໃຊ້ທຳງານປະຈຳວັນໄດ້ໄວຂື້ນຫາກຮູ້ວິທີການ​​ໃຊ້ງານ.




Post a Comment

0 Comments