Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ການພັດທະນາເວັບໄຊດ້ວຍພາສາ PHP

ກາ​ນພັດທະນາ​ເວັບ​ໄຊດ້ວຍ​ພາສາ PHP

ຄວາມ​ຮູ້​ພື້ນຖານ​ກ່ຽວ​ກັບ​ເວັບ​ໄຊ

1. Website ເວັບ​ໄຊ ​ໝາຍ​ເຖີງສື່​ນໍາ​ຂໍ້​ມູນ​ເຖີງລະບົບ​ຄອມ​ພິວ​ເຕີ ຫຼື ຄື​ການ​ລວບ​ລວມໜ້າ​ເວັບ​ເພ​ຈຫຼາຍໆ​ໜ້າ​ຊື່​ງ​ເຊຶ້ອມ​ໂຍງ​ກນຜ່ານ​ທາງ Hyper Link ຊື່​ງຕ້ອງ​ເປີດ​ໂປຣ​ແກຣມທີ່​ເອີ້ນ​ວ່າ Web Browser ​ໂດຍ​ຖືກ​ຈັດ​ເກັບ​ຢູ່​ໃນ www ​ແລະ ​ເວັບ​ໄຊ​ນັ້ນ​ຖຶກສ້າງ​ຂື້ນ​ດ້ວຍ​ພາສາ​ທາງ​ຄອມ​ພິວ​ເຕີ​ທີ່​ເອື້​ນວ່າ HTML (Hyper Text Markup Language) ​ແລະ ​ໄດ້​ມີ​ການ​ພັດທະນາ ​ແລະ ນໍາ​ເອົາ​ພາສາ​ອື່ນໆ​ເຂົ້າມາ​ຮ່ວມ​ເຂົ້ົ້າກັນ​ເພື່ອ​ໃຫ້​ມີ​ຄວາມ​ສາມາດ​ຫຼາຍ​ຂື້ນ​ເຊັ່ນ: PHP , SQL , Java, ໂດຍ​ເວັບ​ໄຊ​ນັ້​ນມີ​ໄວ້​ເພື່ອ​ສະ​ແດງ​ຂໍ້​ມູນ​ທີ່​ແຕກ​ຕ່າງ​ກັນ​ຂື້ນ​ຢູ່​ກັບ​ຈຸດປະສົງ​ຂອງ​ຜູ້​ອອກ​ແບບ ​ແລະ ຂຽນ​ເວັບ​ນັ້ນໆ​ເຊັ່ນ: ສະ​ແດງ​ຂໍ້​ມູນ​ຂ່າວສານ​ຕ່າງໆ, ຂໍ້​ມູນ​ບໍລິສັດ, ຂາຍ​ສີນ​ຄ້າ​ເປັນ​ຕົ້ນ.

2. (domain name) ຄື​ຊື່​ທີ່​ໃຊ້​ລະ​ບຸ​ລົງ​ໃນ​ຄອມ​ພິວ​ເຕີ​ເພື່ອ​ໄປ​ຄົ້ນຫາ​ໃນ​ລະບົບ​ໂດ​ເມນ​ແນມ(Domain Name System)  ​ເພື່ອລະບຸ​ເຖີງ​ໄອ​ພີ​ແອດ​ແດຣດສ (IP Address) ຂອງ​ຊື່​ນັ້ນໆ​ເປັນ​ຊື່​ທີ່​ຜູ້ຈົດ​ທະບຽນ​ລະບຸ​ໃຫ້​ກັບ​ຜູ້​ໃຊ້​ເພື່ອ​ເຂົ້າ​ໄປ​ຍັງ​ເວັບ​ໄຊ​ຂອງ​ຕົນ​ບາງ​ເທື່ອ​ເຮົາ​ອາດ​ຈະ​​ໃຊ້​ທີ່ຢູ່​ເວັບ​ໄຊ ຫຼື  Web Address ​ແທນ​ກໍ່​ໄດ້.

3. ເວັບ​ໂຮດ​ສຕີງ (Web Hosting) ຄຶ​ຮູບ​ແບບ​ການ​ໃຫ້​ບໍລິການ​ສໍາລັບ​ຜູ້​ໃຊ້​ອິນ​ເຕີ​ເນັດ​ຢ່າງ​ໜື່ງຊື່​ງຜູ້​ໃຊ້​ງານ​ນັ້ນ​ມີ​ຄວາມ​ຕ້ອງການ​ທີ່​ຈະ​ຝາກ​ເວັບ​ໄຊ​ຂອງ​ຕົນ​ເອງ​ໄວ້​ກັບ​ຜູ້​ໃຫ້​ບໍລິການ​ເຊີ​ເວີ (HSP: Hosting Service Provider) ​ເພື່ອ​ໃຫ້​ເວັບ​ໄຊ​ຂອງ​ຕົນ​ນັ້ນ​ອອນ​ລາຍ​ຢູ່​ເທີ​ງ​ໂລກ​ອິນ​ເຕີ​ເນັດ​ຕະຫຼອດ 24 ຊົວ​ໂມງ.



4. Hompage: ໂຮມ​ເພ​ຈ ໝາຍ​ເຖີງໜ້າ​ຫຼັກ​ຂອງ​ເວັບ​ໄຊ​ເມື່ອ​ເປິ​ດ​ເວັບ​ໄຊ​ນັ້ນ​ຂື້ນ​ມາ​ໂຮມ​ເພ​ຈກໍ່​ຈະ​ປຽບ​ເໝືອນ​ເປັນ​ສາລະ​ບັນ ​ແລະ ຄໍາ​ນໍາ​ໜ້າ​ທີ່​ເຈົ້າ​ຂອງ​ເວັບ​ໄຊ​ນັ້ນ​ໄດ້​ສ້າງ​ຂື້ນ​ເພື່ອ​ໃຊ້​ປະຊາ​ສໍາພັນ​ອົງ​ກອນ​ຂອງ​ຕົນ​ ນອກ​ຈາກ​ນີ້​ໂຮມ​ເພ​ຈອາດ​ຈະ​ມີ​ເອກະສານ​ຫຼື​ຂໍ້ຄວາມ​ທີ່​ເຊື່ອມ​ໂຍງ​ຕໍ່​ໄປ​ຍັງ​ເວັບ​ອື່ນໆ​ອິກດ້ວຍ.

5. Webpage: ​ເວັບ​ເພ​ຈຄືໜ້າ​ເວັບ​ຕ່າງໆ​ທີ່​ສາມາດ​ສະ​ແດງ​ຂໍ້​ມູນ​ຕົວ​ເລກ,ຕົວ​ອັກສອນ​,ຮູບ​ພາບ ຫຼຶ ວິ​ດີ​ໂອ​ໂດຍ​ທຸກໆ​ໜ້າ​ຕ່າງ​ທີ່​ມີ​ຂໍ້​ມູນ​ເຫຼົ່າ​ນີ້​ພາຍ​ໃນ​ເວັບ​ໄຊ​ນັ້ນ​ຈະ​ເອີ້ນ​ວ່າ webpage  ຊີ່​ງສ້າງ​ດ້ວຍ​ພາສາ HTML (Hyper Text Markup Language) ​ເປັນ​ໂຄງ​ສ້າງ ​ແລະ ມີ​ພາສາ​ອື່ນໆ​ເຂົ້າມາ​ມີ​ສ່ວນ​ກ່ຽວຂ້ອງ​ຕາມ​ຄວາມ​ຕ້ອງການ

ຂອງ​ເຈົ້າ​ຂອງ​ເວັບ​ໄຊ​ເຊັ່ນ: ພາສາ PHP, ພາສາ SQL ​ເປັນ​ຕົ້ນ, ​ເວັບ​​ເພ​ຈປຽບ​ເໝືອນ​ໜ້າ​ໃນ​ໜັງສື​ທຸກໆ​ໜ້າ​ທີ່​ມີ​ເນື້ອຫາ ​ແລະ ຮູບ​ພາບ​ເພື່ອ​ສະ​ແດງ​ຂໍ້​ມູນ​ໃຫ້​ກັບ​ຜູ້​ອ່ານ.

6. ສ່ວນ​ປະກອບ​ຂອງ​ເວັບ​ໄຊ​ທີ່​ດີມີ​ຄຶ:

 1 ສ່ວນ​ຫົວ (Header) ສໍາລັບ​ໃຊ້​ສະ​ແດງ​ໂລ​ໂກ​ຫຼຶຂໍ້ຄວາມ​ທີ່​ບົ່ງ​ບອກ​ວ່າ​ເວັບ​ໄຊ​ຂອງ​ເຮົາ​ມີ​ເນື້ອ​ຫາ​ອັນ​ໃດ​ແດ່ ​ໃນ​ສ່ວນ​ຫົວ​ອາດ​ຈະ​ເປັນ​ພື້ນ​ທີ່​ສໍາລັບ​ໃສ່​ປ້າຍ​ໂຄສະນາ​ສໍາລັບ​ການ​ຫາ​ລາຍ​ໄດ້​ພິ​ເສດ ຫຼື ຊື່​ອົງ​ກອນ​ໃດ​ໜື່ງ.

2. ເມນູ (Menu) ​ເພື່ອຊ່ວຍ​ໃຫ້ການ​ຄົ້ນ​ຫາ​ຂໍ້​ມູນ​ໄດ້​ສະດວກ​ຫຼາຍ​ຂື້ນ​ການວາງ​ເມ​ນູສ່ວນ​ຫຼາຍ​ຈະ​ຢູ່​ທາງ​ເບື້ອງ​ເທີ​ງ , ດ້ານ​ຊ້າຍ ຫຼື ດ້ານ​ຂວາ​ເປັນ​ຫຼັກ ບາງ​ເທື່ອ​ອາດ​ຈ​ເພີ່ມ​ເມ​ນູ​ໃນ​ສ່ວນ​ທ້າຍ​ເພື່ອ​ເພີ່ມ​ຄວາມ​ສະດວກ​ໃນ​ການ​ເຂົ້າ​ເຖີງ​ເນື້ອ​ຫາ​ໃນ​ສ່ວນ​ອື່ນໆ.

3. ເນື້ອ​ຫາ (Contents) ໝາຍ​ເຖີງສະຖານທີ່​ສະ​ແດງ​ຂໍ້​ມູນ​ທີ່​ເຮົາ​ຕ້ອງການ​ໃຫ້​ຜູ້​ເຂົ້າມາ​ຊົມ​ໃຊ້​ຮັບ​ຮູ້​ເຖີງຂໍ້​ມູນ​ທີ່​ມີ​ຢູ່ ​ເນື້ອ​ຫາ​ທີ່​ດີ​ຄວນ​ມີ​ການຈັດ​ແບ່ງ​ເປັນ​ໝວດ​ໝູ່​ໃຫ້​ຊັດ​ເຈນ​ເພື່ອ​ໃຫ້​ສະດວກ​ໃນ​ການ​ຕິດຕາມ​ອ່ານ​ຂໍ້​ມູນ​ອື່ນໆ​ເພີ່ມ​ຕື່ມ ສ່ວນ​ປະກອບ​ຂອງ​ເນື້ອ​ຫາ​ປະ​ກອບ​ດ້ວຍ ຂໍ້ຄວາມ​ທີ່​ເປັນ​ຕົວ​ອັກສອນ, ຮູບ​ພາບ​ການ​ເຄື່ອນ​ໄຫວ ​ແລະ ອື່ນໆ.

4. ສ່ວນ​ທ້າ​ຍ(Footer) ສໍາລັບ​ສະ​ແດງ​ລາຍ​ລະອຽດ​ພື້ນຖານ​ເຊັ່ນ: ຂໍ້​ມູນ​ລິ​ຂະ​ສິດ ຫຼື ​ໃສ່​ທີ່ຢູ່​ຂອງ​ອົງ​ກອນ​​ເປັນ​ຕົ້ນ.



7. ພາສາ PHP (ພີເຮັດຈພີ) ຫຍໍ້ມາຈາກ Hypertext Preprocessor ພາສາ PHP ແມ່ນພາສາການຂຽນໂປຣແກຣມຄອມພິວເຕີລະດັບສູງ ທີ່ສາມາດໃຊ້ໃນເຄືອຂ່າຍອິນເຕີເນັດໄດ້ ຄວາມສາມາດສູງ ແລະ ມີຜູ້ນິຍົມໃຊ້ເປັນຈໍານວນຫຼາຍ ທ່ານສາມາດດາວໂຫຼດໄດ້ຈາກເວັບໄຊທ໌ http://php.net/.




 ຈຸ​ດດີ​ຂອງ PHP
1.
ດາວໂລດໄດ້ຟຣີ (Open Source).

2. ຮຽນຮູ້ໄດ້ງ່າຍ.

3. ປະມວນຜົນໄດ້ໄວ ແລະ ມີປະສິດທິພາບ.

4. ໃຊ້ຮ່ວມກັບ XML  ໄດ້.

5. ໃຊ້ງານຮ່ວມກັບຖານຂໍ້ມູນໄດ້ຫຼາຍຊະນິດເຊັ່ນ MySQL.

6. ສ້າງຟອມຮັບສົ່ງຂໍ້ມູນກັບຜູ້ໃຊ້ໄດ້.

7.  ໃຊ້ໂຄງສ້າງ ແລະ ໄວຍາກອນພາສາງ່າຍ.

8. ໃຊ້ງານໄດ້ກັບທຸກລະບົບປະຕິບັດການ(window).

9. ​ໃຊ້​ງານ​ໄດ້​ກັບ​ທຸກ​ເວັບ​ບຣາວ​ເຊີ.

10. ມີ​ຟັງ​ຊັນ​ທີ່​ຈັດການ​ກັບ​ຂໍ້​ມູນ.

PHP ຈະ​ທໍາ​ງານ​ດັ່ງ​ນີ້

1.    ໂປຣກ​ແຣມ​ເວັບ​ບຣາວ​ເຊີ​ຈະ​ມີ​ການ​ຮ້ອງ​ຂໍ​ໄຟ​ລ PHP ​ໄປ​ຍັງ​ເວັບ​ເຊີ​ເວີ.

2.    ​ເຄື່ອງ​ເຊີ​ເວີ​ກໍ່​ຈະ​ເອື້​ນ PHP engine ຂື້ນ​ມາ​ແປ​ໄຟ​ລ PHP.

3.    ຕີ​ດຕໍ່​ກັບ​ຖານ​ຂໍ້​ມູນ.

4.    ສົ່ງ​ຜົນ​ທີ່​ໄດ້​ມາ​ຈາກ​ການ​ແປ ​ແລະ ປະ​ມົນ​ຜົນ​​ເປັນ​ພາສາ HTML ທັງໝົດກັບໄປຍັງເວັບບຣາວເຊີ.

8. MySQLi (MySQL Improved) ​ແມ່ນ​ຫຍັງ

MySQLi ຄື​ສ່ວນ​ຂະ​ຫາຍ​ມາ​ຈາກ​ຖານ​ຂໍ້​ມູນ MySQL, MySQLi ຄື MySQL​ເວີ​ຊັນ​ໃໝ່​ທີ່​ມີ​ຄຸນສົມບັດ​ດີ​ຕ່າງໆ​ຫຼາຍ​ຂື້ນ ​ແລະ ມີ​ປະສິດທິພາບ​ສູງ​ຂື້ນການ​​ເລືອກ​ໃຊ້ MySQLi ​ແມ່ນ​ບໍ​ມີ​ຜົນ​ຕໍ່​ການ Query ຂອງ​ໂປຣ​ແກຣມຫຼື​ການ​ເຂົ້າ​ໄປ​ໃນ​ຖານ​ຂໍ້​ມູນ PhpMyAdmin.


ຄຸນສົມບັດ​ຂອງ MySQLi

  - ​ເປັນ​ແບບ object-oriented.
  - ສະໜັບສະໜຸນ​ຄໍາ​ສັ່ງ prepared (ປ້ອງ​ກັນ SQL Injection).
  - ສະໜັບສະໜຸນ​ຫຼາຍ​ຄໍາ​ສັ່ງ​ພ້ອມ​ກັນ (multiple statements).
  - ສະໜັບສະໜຸນ​ຄໍາ​ສັ່ງ transactions.
  - ສະໜັບສະໜຸນ debugging,Server ຕ່າງໆ.

ຕົວຢ່າງ​ຄໍາ​ສັ່ງ​ຂອງ MySQL

mysql_connect(“localhost”, “root”, “root”);
mysql_select_db(“db_name”);
mysql_query(“SET character_set_results=utf8”);
$sql=”SELECT name FROM member ORDER BY name”;
$query=mysql_query($sql) or die(mysql_error());
$row = mysql_fetch_array($query);
echo $row[“name”];
mysql_close();

ຕົວ​ຢ່າງ​ຄໍາ​ສັ່ງ​ຂອງ  MySQLi

$mysqli = new mysqli(“localhost”,”root”,””,”db_name”);
$mysqli->set_charset(“utf8”);
$sql = “SELECT * FROM member
$query = $mysqli->query($sql);
$row = $query->fetch_array();
$query->close();
echo $row[“name”];
$mysqli->close();



Post a Comment

0 Comments