Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ແກ້ໄຂບັນຫາຂໍ້ມູນໃນ USB ເປິດບໍ່ໄດ້ສະແດງຂໍ້ຄວາມວ່າ is not accessible

  ແກ້ໄຂບັນຫາຂໍ້ມູນໃນ USB ເປິດບໍ່ໄດ້ສະແດງຂໍ້ຄວາມວ່າ is not accessible 

ບັນຫາກ່ຽວກັບຂໍ້ມູນໃນ USB ແມ່ນພົບຫຼາຍບັນຫາສົມຄວນ, ເຊີ່ງບັນຫາທີ່ຈະນໍາສະເໜີໃນການແກ້ໄຂຕໍ່ໄປນີ້ແມ່ນໃນເມື່ອເຮົາເປິດຂໍ້ມູນທີ່ຢູ່ໃນ USB ແລ້ວຈະສະແດງຂໍ້ຄວາມອອກມາ my is not accessible , my ແມ່ນຊື່ຟ້ອນເດີ


ວິທີການແກ້ໄຂ

1. ທີ່ແທບຄົ້ນຫາຂໍ້ມູນໃນ window ພີມຄໍາວ່າ command Prompt ແລ້ວໂປຣແກຣມຈະສະແດງອອກມາແລ້ວຄຣິກຂວາເລືອກເມນູ Run as administrator

2. ໂປຣແກຣມ 
command Prompt ຈະສະແດງອອກມາ ໃຫ້ສັງເກດວ່າຊື່ຊ່ອງ USB ສະແດງຕົວອັກສອນຫຍັງ ແລ້ວພີມຄໍາສັ່ງດັ່ງນີ້: 
chkdsk /f G: ແລ້ວກົດ Enter G ໝາຍວ່າຊ່ອງ USB ສະແດງຕົວອັກສອນ G



3.ລໍຖ້າຈົນກວ່າສໍາເລັດ


4.ໂປຣແກຣມ 
command Prompt ຈະກວດສອບ ແລະ ແກ້ໄຂຂໍ້ມູນໃນ USB ຫຼັງຈາກສໍາເລັດແລ້ວຂໍ້ມູນກໍ່ຈະສະແດງອອກ




Post a Comment

0 Comments