ວົງຈອນການພັດທະນາລະບົບ (System Development Life Cycle: SDLC)
1.1. ການກຳນົດບັນຫາ (Problem
Definition)
ການກຳນົດບັນຫາ
ແມ່ນການກຳນົດຂອບເຂດຂອງບັນຫາ,
ສາເຫດຂອງບັນຫາທີ່ມີຢູ່ໃນລະບົບປະຈຸບັນ,
ສຶກສາຄວາມເປັນໄປໄດ້ໃນການສ້າງລະບົບໃໝ່,
ກຳນົດຄວາມຕ້ອງການລະຫວ່າງຜູ້ໃຊ້ງານກັບນັກວິເຄາະລະບົບ
ໂດຍຂໍ້ມູນແມ່ນໄດ້ຈາກການຮວມຮວມຂໍ້ມູນໃນແບບຟອມຕ່າງໆ, ການສຳພາດ, ການສັງເກດ
ແລະ ການດຳເນີນງານໃນຕົວຈິງແລ້ວຈິ່ງສາມາດສະຫຼຸບຊອກຂໍ້ກຳນົດໃຫ້ຊັດ
ແລະ ຕົງປະເດັນທີ່ສຸດ.
ໃນຂັ້ນຕອນນີ້ຫາກເປັນໂຄງການທີ່ມີຂະໜາດໃຫຍ່ອາດເອີ້ນຂັ້ນຕອນນີ້ວ່າ:
ຂັ້ນຕອນການສຶກສາຄວາມເປັນໄປໄດ້ (Feasibility
Syudy).
ສະຫຼຸບຂັ້ນຕອນຂອງໄລຍະການກຳນົດບັນຫາມີດັ່ງນີ້:
1) ຮັບຮູ້ສະພາບຂອງບັນຫາທີ່ເກີດຂຶ້ນ.
2) ຄົ້ນຫາຕົ້ນເຫດຂອງບັນຫາ
ແລະ ຮວບຮວມບັນຫາຂອງລະບົບເກົ່າ.
3) ສຶກສາຄວາມເປັນໄດ້ຂອງໂຄງການພັດທະນາລະບົບ
4) ຮວບຮວມຄວາມຕ້ອງການຈາກຜູ້ທີ່ກ່ຽວຂ້ອງດ້ວຍວິທີການຕ່າງໆ
ເຊັ່ນ: ການຮວບຮວມເອກະສານ, ການສຳພາດ, ການສັງເກດ ແລະ ແບບສອບຖາມ.
5) ສະຫຼຸບຂໍ້ກຳນົດຕ່າງໆໃຫ້ມີຄວາມຊັດເຈນ
ແລະ ເຫັນດີເປັນເອກະພາບທັງ 2 ຝ່າຍ.
1.2. ການວິເຄາະ (Analysis)
ການວິເຄາະແມ່ນນຳເອົາຂໍ້ມູນຕ່າງໆທີ່ໄດ້ຮວບຮວມຈາກຄວາມຕ້ອງການຂອງລະບົບເກົ່າມາວິເຄາະເພື່ອສະຫຼຸບເປັນຂໍ້ກຳນົດທີ່ຊັດເຈນ
ແລະນຳຂໍ້ກຳນົດເຫຼົ່ານັ້ນໄປພັດທະນາເປັນຄວາມຕ້ອງການຂອງລະບົບໃໝ່ດ້ວຍການພັດທະນາເປັນແບບຈຳລອງຂຶ້ນມາ
ເຊັ່ນ: ແບບຈຳລອງຂະບວນການ (Data
Flow Diagram) ແລະ
ແບບຈຳລອງຂໍ້ມູນ (Data
Model) ເປັນຕົ້ນ.
ສະຫຼຸບຂັ້ນຕອນຂອງການວິເຄາະມີດັ່ງນີ້:
1) ວິເຄາະລະບົບປະຈຸບັນ.
2) ຮວບຮວມຄວາມຕ້ອງການ
ແລະ ກໍານົດຄວາມຕ້ອງການຂອງລະບົບໃໝ່.
3) ວິເຄາະຄວາມຕ້ອງການເພື່ອສະຫຼຸບເປັນຂໍ້ກຳນົດ.
4) ສ້າງແຜນພາບ
DFD
ແລະ ແຜນພາບ ER.
1.3. ການອອກແບບ (Design)
ການອອກແບບແມ່ນການນຳເອົາຜົນລັບທີ່ໄດ້ຈາກການວິເຄາະມາອອກແບບລະບົບງານໃໝ່
ຫຼື
ນຳເອົາລະບົບງານເກົ່າມາອອກແບບໃໝ່ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງຜູ້ໃຊ້ວຽກງານຕົວຈິງ,
ເຊິ່ງການອອກແບບປະກອບດ້ວຍງານອອກແບບສະຖາປັດຕະຍະກຳລະບົບທີ່ກ່ຽວຂ້ອງກັບຮາດແວ໌
(Hardware),
ຊອບແວ໌ (Software) ແລະ
ລະບົບເຄືອຂ່າຍ (Network
System), ການອອກແບບລາຍງານ, ການອອກແບບໜ້າຈໍອິນພຸດຂໍ້ມູນ,
ການອອກແບບຜັງງານລະບົບ (Flowchart
design), ການອອກແບບຖານຂໍ້ມູນ (Data store) ແລະ
ການອອກແບບໂປຣແກຣມເປັນຕົ້ນ.
1.4. ການພັດທະນາ (Development)
ການພັດທະນາເປັນຂັ້ນຕອນກ່ຽວກັບການພັດທະນາໂປຣແກຣມໂດຍການສ້າງຊຸດຄຳສັ່ງ
ຫຼື ຂຽນໂປຣແກຣມເພື່ອສ້າງລະບົບງານທາງຄອມພິວເຕີຂຶ້ນມາ ໂດຍໂປຣແກຣມເມີ ສາມາດນຳເຄື່ອງມືເຂົ້າຊ່ວຍໃນການພັດທະນາໂປຣແກຣມໄດ້ເພື່ອຊ່ວຍໃຫ້ລະບົບງານພັດທະນາໄດ້ໄວຂຶ້ນ
ແລະ ມີຄຸນນະພາບ.
ສະຫຼຸບຂັ້ນຕອນການພັດທະນາລະບົບມີດັ່ງນີ້:
1) ພັດທະນາໂປຣແກຣມ.
2) ເລືອກພາສາໂປຣແກຣມທີ່ມີຄວາມເໝາະສົມໃນການພັດທະນາລະບົບ.
3) ສາມາດນຳເຄື່ອງມືມາຊ່ວຍໃນການພັດທະນາໂປຣແກຣມໄດ້.
4) ສ້າງເອກະສານປະກອບໂປຣແກຣມ.
1.5. ການທົດສອບ (Testing)
ການທົດສອບການເຮັດວຽກແມ່ນຂັ້ນຕອນໜຶ່ງທີ່ສຳຄັນເມື່ອໂປຣແກຣມໄດ້ພັດທະນາຂຶ້ນມາແລ້ວ
ຈະຕ້ອງທົດສອບເພື່ອຫາຂໍ້ຜິດພາດ ແລະ ປັບປຸງແກ້ໄຂໃຫ້ຖືກຕ້ອງ.
ການທົດສອບລະບົບມີການກວດສອບໄວຍະກອນຂອງພາສາຂຽນ ແລະ ກວດສອບວ່າລະບົບຖືກຕາມຄວາມຕ້ອງການຂອງຜູ້ໃຊ້
ຫຼື ບໍ?
ສະຫຼຸບຂັ້ນຕອນການທົດສອບມີດັ່ງນີ້:
1) ທົດສອບໄວຍະກອນພາສາຄອມພິວເຕີ.
2) ທົດສອບຄວາມຖືກຂອງຜົນລັບທີ່ໄດ້ຮັບ.
3) ທົດສອບວ່າລະບົບທີ່ພັດທະນາຖືກຕາມຄວາມຕ້ອງການຂອງຜູ້ໃຊ້
ຫຼື ບໍ?.
1.6. ການຕິດຕັ້ງ (Installation)
ເມື່ອດຳເນີນການທົດສອບລະບົບວ່າພ້ອມທີ່ຈະນຳໄປຕິດຕັ້ງເພື່ອໃຊ້ງານຕົວຈິງ
ແຕ່ວ່າຂັ້ນຕອນການນຳລະບົບໄປໃຊ້ງານອາດຈະເກີດບັນຫາຈາກການທີ່ລະບົບທີ່ພັດທະນາໃໝ່ບໍ່ສາມາດນຳໄປໃຊ້ງານແທນລະບົບເກົ່າໄດ້ທັນທີ
ສະນັ້ນ, ຕ້ອງແປງຂໍ້ມູນລະບົບເກົ່າໃຫ້ຢູ່ໃນຮູບແບບທີ່ລະບົບໃໝ່ສາມາດນຳໄປໃຊ້ງານໄດ້ສາກ່ອນ
ຫຼື ອາດພົບຂໍ້ຜິດພາດເມື່ອນຳໄປໃຊ້ງານຕົວຈິງ. ເມື່ອລະບົບສາມາດໃຊ້ງານໄດ້ຈົນເປັນທີ່ເພີ່ງພໍໃຈທັງສອງຝ່າຍ
ກໍຈະຕ້ອງສ້າງຄູ່ມືລະບົບ ລວມເຖິງການເຝິກອົບຮົມຜູ້ໃຊ້.
ສະຫຼຸບຂັ້ນຕອນຂອງການຕິດຕັ້ງມີດັ່ງນີ້:
1) ສຶກສາສະພາບແວດລ້ອມຂອງພື້ນທີ່ກ່ອນທີ່ຈະນຳລະບົບໄປຕິດຕັ້ງ.
2) ຕິດຕັ້ງລະບົບໃຫ້ເປັນໄປຕາມສະຖາປັດຕະຍະກຳທີ່ອອກແບບໄວ້.
3) ສ້າງຄູ່ມືລະບົບ.
4) ເຝິກອົບຮົມຜູ້ໃຊ້.
5) ດຳເນີນການນຳໃຊ້ລະບົບໃໝ່.
6) ປະເມີນຜົນການໃຊ້ງານຂອງລະບົບໃໝ່.
1.7. ການບຳລຸງຮັກສາ (Maintenances)
ຫຼັງຈາກລະບົບທີ່ພັດທະນາຂຶ້ນໃໝ່ໄດ້ຖືກນຳໄປໃຊ້ງານເປັນທີ່ຮຽບຮ້ອຍແລ້ວ
ອາດມີຂໍ້ບົກຜ່ອງໃນດ້ານການເຮັດວຽກຂອງໂປຣແກຣມ ດັ່ງນັ້ນ,
ຈະຕ້ອງດຳເນີນການແກ້ໄຂໃຫ້ຖືກຕ້ອງລວມກໍລະນີທີ່ຂໍ້ມູນທີ່ຈັດເກັບມີປະລິມານເພີ່ມຂຶ້ນ
ຕ້ອງວາງແຜນການຮອງຮັບເຫດການນີ້ອີກ ນອກຈາກນີ້ການບຳລຸງຮັກສາຍັງກ່ຽວຂ້ອງກັບການຂຽນໂປຣແກຣມເພີ່ມເຕີມໃນກໍລະນີທີ່ຜູ້ໃຊ້ມີຄວາມຕ້ອງການເພີ່ມຂຶ້ນ.
ສະຫຼຸບຂັ້ນຕອນການບຳລຸງຮັກສາມີດັ່ງນີ້:
1) ກໍລະນີເກີດຂໍ້ຜິດພາດຂຶ້ນຈາກລະບົບ
ໃຫ້ດຳເນີນການແກ້ໄຂໃຫ້ຖືກຕ້ອງ.
2) ອາດຈຳເປັນຕ້ອງຂຽນໂປຣແກຣມເພີ່ມເຕີມ
ກໍລະນີທີ່ຜູ້ໃຊ້ມີຄວາມຕ້ອງການເພີ່ມຂຶ້ນ.
3) ວາງແຜນຮອງຮັບເຫດການທີ່ອາດເກີດຂຶ້ນໃນອະນາຄົດ.
4) ບຳລຸງຮັກສາລະບົບງານ
ແລະ ອຸປະກອນ.
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ