Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ວິທີການສັ່ງພີມ Print ໜ້າເອກະສານໃນ Excel ໃຫ້ພໍດີກັບຂະໜາດເຈ້ຍ A4 ໜ້າດຽວ

 ວິທີການສັ່ງພີມ Print ໜ້າເອກະສານໃນ Excel ໃຫ້ພໍດີກັບຂະໜາດເຈ້ຍ A4 ໜ້າດຽວ



   ການທໍາງານກັບເອກະສານຕ່າງໆ ຖ້າເອກະສານມີຫຼາຍໜ້າກໍ່ອາດຈະເຮັດໃຫ້ບໍສະດວກໃນການເບີ່ງເຊັ່ນ: ເອກະສານຢູ່ໃນ Excel ມີຫຼາຍໜ້າຈະສັ່ງປຣີນແນວໃດໃຫ້ອອກມາໃນໜ້າເຈ້ຍ A4 ພຽງໜ້າດຽວ ເພື່ອທີ່ຈະເບີ່ງຂໍ້ມູນແລ້ວສະດວກ ບໍ່ຈໍາເປັນຕ້ອງເປີດຫຼາຍໆໜ້າ,  ເຊີ່ງບົດຮຽນນີ້ຈະແນະນໍາວິທີການສັ່ງປຣີນເອກະສານໃນ Excel ໃຫເ້ບໍດີກັບຂະໜາດເຈ້ຍ  A4 ແຕ່ຂໍແນະນໍາກ່ອນວ່າຂໍ້ມູນຫຼາຍໆໜ້າລວມກັນຈະເຮັດໃຫ້ຂໍ້ມູນເອກະສານນັ້ນນ້ອຍລົງໄປດ້ວຍ

ປຣີນເອກະສານໃນ Excel ໃຫ້ພໍດີກັບເຈ້ຍ A4

  1. ທີ່ໜ້າໂປຣແກຣມ Microsoft Excel ທີ່ເປິດເອກະສານນັ້ນ ໃຫ້ຄຣີກທີ່ເມນູ File ເພື່ອທີ່ຈະສັ່ງປຣີນ
  2. ຄຣິກເລືອກທີ່ Print (ພີມ) ເຊີ່ງເຮົາຈະສັັງເກດເຫັນວ່າຂໍ້ມູນໃນໜ້າເອກະສານທີ່ສະແດງອອກ ເຊີ່ງຍັງບໍ່ຄົບທັງໝົດຢູ່ໃນໜ້າດຽວ ຈະມີຫຼາຍໆໜ້າ




  1. ກໍານົດຂະໜາດເຈ້ຍເປັນ A4 ແລະ ເລືອກວ່າຈະໃຫ້ເປັນແນວຕັ້ງ ຫຼື ແນວນອນ


  1. ຄຣິກທີ່ No Scaling (ບໍ່ມີມາດຕາສ່ວນ) ແລ້ວປ່ຽນຄ່າໃຫ້ເປັນ Ffit Sheet on One Page (ເຮັດໃຫ້ໜ້າເອກະສານເປັນໜ້າໜື່ງ) ສັງເກດເຫັນວ່າເອກະສານຈະເປັນໜ້າດຽວ


5. ແລ້ວສັ່ງປຣີນເອກະສານໄດ້ເລີຍ

Post a Comment

0 Comments