Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

phpMyAdmin ແມ່ນຫຍັງ ?

 phpMyAdmin ແມ່ນຫຍັງ  ?


ເປັນ​ໂປຣ​ແກຣມທີ່​ຖຶກພັດທະນາ​ໂດຍ​ໃຊ້​ພາສາ PHP ​ເພື່ອ​ໃຊ້​ໃນ​ການ​ບໍລິຫານ​ຈັດການ​ຖານ​ຂໍ້​ມູນ Mysql ​ແທນ​ການ​ປ້ອນ​ຄໍາ​ສັ່ງ ​ເນື່ອງ​ຈາກ​ຖ້າ​ເຮົາ​ຈະ​ໃຊ້​ຖານ​ຂໍ້​ມູນ​ທີ່​ເປັນ MySQL ບາ​ງຄັ້ງ​ຈະ​ມີ​ຄວາມລໍາ​ບາກ ​ແລະ ຫຍຸ້ງຍາກ​ໃນ​ການ​ໃຊ້​ງານ​ດັ່ງ​ນັ້ນ​ຈື່ງ​ມີ​ເຄື່ອງ​ມື​ໃນ​ການ​ຈັດການ​ຖານ​ຂໍ້​ມູນ MySQL ຂື້ນ​ມາ​ເພື່ອ​ສາມາດ​ຈັດການ​ຕົວ DBMS  ທີ່​ເປັນ MySQL ​ໄດ້​ງ່າຍ ​ແລະ ສະດວກ​ຫຼາຍ​ຂື້ນ ​ໂດຍ phpMyAdmin ກໍ່​ເປັນ​ເຄື່ອງມື​ຊະນິດ​ໜື່ງ​ໃນ​ການ​ຈັດການ​ນັ້ນ​ເອງ, phpMyAdmin ​ໃຊ້​ຈັດກາ​ນຖານ​ຂໍ້​ມູນ MySQL ຜ່ານ​ເວັບ​ບຣາວ​ເຊີ​ໂດຍ​ສາມາດ​ສ້າງ​ຖານ​ຂໍ້​ມູນ​ໃໝ່ ຫຼື ສ້າງ​ຕາຕະລາງ TABLE ​ໃໝ່ ​ແລະ ຍັງ​ມີ function ທີ່​ໃຊ້​ສໍາ​ລັບ​ການ​ທົດ​ສອບ​ການ query ຂໍ້​ມູນ​ດ້ວຍ​ພາສາ SQL, ພ້ອມ​ກັນ​ນັ້ນຍັງ​ສາມາດ​ທໍ​າການ insert, delete, update.   

ຄວາມ​ສາມາດ phpMyAdmin ຄຶ
1. ສ້າງ ​ແລະ ລົບ​ຖານ​ຂໍ້​ມູນ Database.
2. ສ້າງ ​ແລະ ຈັດການ Table ​ເຊັ່ນ​: ບັນທຶກ record, ລົບ record, ​ແກ້​ໄຂ record, ລົບ Table, ​ແກ້​ໄຂ   field ຕ່າງໆ​ໄດ້.
3. ​ໂຫຼ​ດ​ເທັກ​​ໄຟ​ລ​ເຂົ້າ​ໄປ​​ເກັບ​ເປັນ​ຂໍ້​ມູນ​ໃນ​ຕາຕະລາງ​ໄດ້.
4. ສາມາດ​ສະຫຼຸບ​ຜົນ,ປະມວນ​ຜົນ (Query) ດ້ວຍ​ຄໍາ​ສັ່ງ SQL.

10. ຊະນິດ​ຂອງ​ຂໍ້​ມູນ​ໃນ MySQL

- VARCHAR : ສໍາລັບ​ເກັບ​ຂໍ້​ມູນ​ປະ​ເພດ​ຕົວ​ອັກສອນ​ທຸກ​ຄັ້ງທີ່​ເລືອກ​ຊະນິດ​ຂອງ​​ຟີ​ວ​ເປັນ​ປະ​ເພດ​ນີ້​ຈະ​ຕ້ອງ​ມີ​ການ​ກໍານົດ​ຄວາມ​ຍາວ​ຂອງ​ຂໍ້​ມູນ​ລົງ​ໄປ​ດ້ວຍ ຊື່​ງສາມາດ​ກໍາ​ນົດຄ່າ​ໄດ້​ຕັ້ງ​ແຕ່ 1-255 ຕົວ​ອັກສອນ, ​ຟີ​ວລຊະນິດ​ນີ້​ເໝາະ​ສໍາລັບ​ການ​ເກັບ​ຂໍ້​ມູນ​ສັ້ນໆ​ເຊັ່ນ: ຊື່ ​ແລະ ນາມສະກຸນ ຫຼື ຫົວ​ຂໍ້​ຕ່າງໆ​ເປັນ​ຕົ້ນ.

- CHAR : ສໍາລັບ​ເກັບ​ຂໍ້​ມູນ​ປະ​ເພດ​ຕົວ​ອັກສອນ​ແບບ​ທີ່​ຖຶກຈໍາກັດ​ຄວາມ​ກວ້າງ​ເອົາ​ໄວ້ 255 ຕົວ​ສອນ​ຊື່​ງບໍ່​ສາມາດ​ປັບ​ປ່ຽນ​ໄດ້​ຄື​ກັບ VARCHAR .

- TINYTEXT : ສໍາລັບ​ເກັບ​ຂໍ້​ມູນ​ຄວາມ​ຍາວໆ ຫຼື ຕ້ອງການ​ທີ່​ຈະ​ຄົ້ນ​ຫາ​ຂໍ້​ຄວາມ​ ​ເປັນ FULL TEXT SEARCH ຂອງ MySQL ​ໂດຍ TINYTEXT ນີ້​ສາມາດ​ເກັບ​ຂໍ້​ມູນ​ໄດ້ 256 ຕົວອັກສອນ ຊື່​ງກໍ່​ບໍ​ແຕກ​ຕ່າງ​ຈາກ CHAR ຫຼື VARCHAR(255).

- TEXT : ສໍາລັບ​ເກັບ​ຂໍ້​ມູນ​ປະ​ເພດ​ຕົວ​ອັກສອນ​ເຊັ່ນ​ດຽວ​ກັນ​ກັບ TINYTEXT ​ແຕ່​ສາມາດ​ເກັບ​ໄດ້​ຫຼາຍ​ກວ່າ​ສູງ​ສຸດ​ເຖີງ 65.535 ຕົວ​ອັກສອນ ຫຼື 64 KB ​ເໝາະ​ສໍາລັບ​ເກັບ​ຂໍ້​ມູນ​ປະ​ເພດ​ເນື້ອ​ຫາ​ຕ່າງໆ​ທີ່​ຍາວໆ.

- MEDIUMTEXT : ​ເກັບ​ຂໍ້​ມູນ​ປະ​ເພດ​ຕົວ​ອັກສອນ​ເຊັ່ນ​ດຽວ​ກັນ​ກັບ TINYTEXT ​ແຕ່​ເກັບ​ຂໍ້​ມູນ​ໄດ້ 16,777,215 ຕົວ​ອັກສອນ.

- LONGTEXT : ​ເກັບ​ຂໍ້​ມູນ​ປະ​ເພດ​ຕົວ​ອັກສອນ​ເຊັ່ນ​ດຽວ​ກັບ TINYTEXT ​ແຕ່​ເກັບ​ຂໍ້ມູນ​ໄດ້ 4,294,967,295 ຕົວ​ອັກສອນ.

- TINYINT : ສໍາລັບ​ເກັບ​ຂໍ້​ມູນ​ຊະນິດ​ຕົວ​ເລກ​ທີ່​ມີ​ຂະໜາດ 8 ບິດ ຂໍ້​ມູນ​ປະ​ເພດ​ນີ້​ເຮົາ​ສາມາດ​ກໍານົດ​ເພີ່ມ​ຕື່ມ​ໃນ​ສ່ວນ​ຂອງ ​ແອນ​ທີ່​ບີ​ວ ​ໄດ້​ວ່າ​ຈະ​ເລືອກ​ເປັນ UNSIGNED ຫຼື UNSIGNED ZEROFILL ​ໂດຍ​ຈະ​ມີ​ຄວາມ​ແຕກ​ຕ່າງ​ດັ່ງ​ນີ້:

  - UNSIGNED : ໝາຍ​ເຖີງ​ເກັບ​ຄ່າ​ຕົວ​ເລກ​ແບບ​ບໍ່​ມີ​ເຄື່ອງໝາຍ​ແບບ​ນີ້​ສາມາດ​ເກັບ​ຄ່າ​ໄດ້​ຕັ້ງ​ແຕ່ 0-255.

      - UNSIGNED ZEROFILL : ຈະ​ຄື​ກັນ​ກັບ UNSIGNED ​ແຕ່​ຫາກ​ວ່າ​ຂໍ້​ມູນ​ທີ່​ບັນທຶກ​ເຂົ້າ​ໄປ​ບໍ​ຄົບ​ຕາມ​ຈໍານວນ​ຫຼັກ​ທີ່​ເຮົາ​ກໍານົດ​ຕົວ MySQL ຈະ​ທໍາ​ການ​ເພີ່ມ 0 ​ໃຫ້​ຄົບ​ຫຼັກ​ເອງ​ເຊັ່ນ: ຖ້າ​ກໍານົດ​ໃຫ້​ໃສ່​ໄດ້ 3 ຫຼັກ​ແລ້ວ​ການ​ເກັບ​ຂໍ້​ມູນ 25 ​ເຂົ້າ​ໄປ​​ເວລາ​ທີ່​ຄົ້ນ​ຫາ​ອອກ​ມາ​ເຮົາ​ຈະ​ໄດ້​ຄ່າ​ອອກ​ມາ​ເປັນ 025.

- SMALLINT : ສໍາລັບ​ເກັບ​ຂໍ້​ມູນ​ປະ​ເພດ​ຕົວ​ເລກ​ທີ່​ມີ​ຂະໜາດ 16 ບິດ ຊື່​ງສາມາດ​ເກັບ​ຄ່າ​ໄດ້​ຕັ້ງ​ແຕ່ -32768 ​ເຖີງ 32767.

- MEDIUMINT : ສໍາ​ລັບ​ເກັບ​ຂໍ້​ມູນ​ຂໍ້​ມູນ​ປະ​ເພດ​ຕົວ​ເລກ​ທີ່​ມີ​ຂະໜາດ 24 ບິດ ​ໝາຍ​ຄວາມ​ວ່າສາມາດ​ເກັບ​ຂໍ້​ມູນ​ຕົວ​ເລກ​ໄດ້​ຕັ້ງ​ແຕ່ -8388608 ​ເຖີງ 8388607.

- INT : ສໍາລັບ​ເກັບ​ຂໍ້​ມູນ​ປະ​ເພດ​ຕົວ​ເລກ​ທີ່​ມີ​ຂະໜາດ 32 ບິດ ຫຼື​ສາມາດ​ເກັບ​ຂໍ້​ມູນ​ໄດ້​ຕັ້ງ​ແຕ່ -2147483648 ​ເຖີງ 2147483647.

-BIGINT : ສໍາລັບ​ເກັບ​ຂໍ້​ມູນ​ປະ​ເພດ​ຕົວ​ເລກ​ທີ່​ມີ​ຂະໜາດ 64 ບິດ ສາ​ມາດ​ເກັບ​ຂໍ້​ມູນ​ໄດ້​ຕັ້ງ​ແຕ່ 9223372036854775808 ​ເຖິງ 9223372036854775807.

- FLOAT[(M,D)] : ສໍາລັບ​ເກັບ​ຄ່າ​ເປັນ​ຕົວ​ເລກ​ທົດ​ສະ​ນິຍົມ​ ​ໂດຍ​ເກັບ​ຂໍ້​ມູນ​ແບບ 32 ບິດ​ຄື​ມີຄ່າ​ຕັ້ງ​ແຕ່ -3.402823466E+38 ​ໄປ​ເຖີງ -1.175494351E- 38, 0 ​ແລະ1.175494351E-38 ​ເຖີງ 3.402823466E+38.

- DOUBLE[(M,D)] : ສໍາລັບ​ເກັບ​ຂໍ້​ມູນ​ປະ​ເພດ​ຕົວ​ເລກ​ທົດ​ສະ​ນິຍົມ​ເຊັ່ນ​ດຽວ​ກັບ FLOAT ​ແຕ່​ມີ​ຂະໜາດ​ເປັນ 64 ບິດ ສາມາດ​ເກັບ​ໄດ້​ຕັ້ງ​ແຕ່ -1.7976931348623157E+308 ​ເຖີງ-.2250738585072014E-308, 0 ​ແລະ 2.2250738585072014E-308 ​ເຖີງ 1.7976931348623157E+308.

- DECIMAL[(M,D)] : ສໍາລັບ​ເກັບ​ຂໍ້​ມູນ​ປະ​ເພດ​ຕົວ​ເລກ​ທົດ​ສະ​ນິຍົມ​ເຊັ່ນ​ດຽວ​ກັບ FLOAT ​​ແຕ່​ໃຊ້​ກັບ​ຂໍ້​ມູນ​ທີ່​ຕ້ອງການ​ຄວາມ​ລະອຽດ ​ແລະ ຖຶກຕ້ອງ​ຂອງ​ຂໍ້​ມູນ​ສູງ. ກໍ່​ຄື​ເວລາ​ກໍາ​ນົດຄວາມ​ຍາວ​ຂອງ​ຂໍ້​ມູນ​ໃນ​ຟິວຈະ​ຖຶກ​ເກັບ​ໄວ້​ໃນ​ຮູບ​ບ (M,D) ຊື່​ງໝາຍ​ຄວາມ​ວ່າ​ຕ້ອງ​ມີ​ການ​ລະບຸ​ວ່າ​ຈະ​ໃຫ້​ມີ​ຕົວ​ເລກ​ສ່ວນ​ທີ່​ເປັນ​ຈໍານວນ​ເຕັມ​ຈັກ​ຫຼັກ​ແລະ​ມີ​ເລກ​ທົດ​ສະ​ນິຍົມຈັກ​ຫຼັກ​ເຊັ່ນ: ຖ້າ​ເຮົາ​ກໍານົດ​ວ່າ FLOAT(5,2) ຈະ​ໝາຍຄວາມ​ວ່າ​ເຮົາ​ເກັບ​ຂໍ້​ມູນ​ເປັນ​ຕົວ​ເລກ​ຈໍານວນ​ເຕັມ 5 ຫຼັກ ​ແລະ ທົດ​ສະ​ນິຍົມ 2 ຫຼັກ ດັ່ງ​ນັນ​ຫາກ​ກໍານົດ​ໃສ່​ຂໍ້​ມູນ 12345.6789 ​ເຂົ້!​ໄປ​ສີ່​ງທີ່​ຈະ​ເຂົ້າ​ໄປ​ຢູ່​ໃນ​ຂໍ້​ມູນ​ຈີ​ງກໍ່​ຄື 12345.68 .

- DATE : ສໍາລັບ​ເກັບ​ຂໍ້​ມູນ​ປະ​ເພດ​ວັນ​ທີ​ໂດຍ​ເກັບ​ໄດ້​ຈາກ 1 ມັງກ​ອນ ຄ.ສ 1000 ​​ເຖີງ 31 ທັນວາ ຄສ 9999 ​ໂດຍ​ສະ​ແດງ​ຜົນ​ໃນ​ຮູບ​ແບບ YYYY-MM-DD.

- DATETIME : ສໍາ​ລັບ​ເກັບ​ຂໍ້​ມູນ​ປະ​ເພດ​ວັນ​ທີ ​ແລະ ​ເວລາ ​ໂດຍ​ຈະ​ເກັບ​ໄດ້​ຕັ້ງ​ແຕ່ 1 ມັງກອນ ຄສ 1000 ​ເວລາ 00:00:00 ​ໄປ​ຈົນ​ເຖີງ 31 ທັນວາ ຄສ 9999 ​ເວລາ  23:59:59 ​ໃນ​ຮູບ​ແບບ​ສະ​ແດງ​ຜົນ(query) ອອກ​ມາ​ຈະ​ເປັນ YYYY-MM-DD HH:MM:SS .

- TIMESTAMP[(M)] : ສໍາ​ລັບ​ເກັບ​ຂໍ້​ມູນ​ປະ​ເພດ​ວັນ​ທີ ​ແລະ ​ເວລາຄຶ​ກັນ​ແຕ່​ຈະ​ເກັບ​ໃນ​ຮູບ​ແບບ​ຂອງ YYYYMMDDHHMMSS ຫຼື YMMDDHHMMSS ຫຼື YYYYMMDD ຫຼື YYMMDD .

- TIME : ສໍາ​ລັບ​ເກັບ​ຂໍ້​ມູນ​ປະ​ເພດ​​ເວລາ.

- TINYBLOB :ສໍາລັບ​ເກັບ​ຂໍ້​ມູນ​ປະ​ເພດ​ໄບລນາລີ​ໄດ້​ແກ່​ໄຟ​ລຂໍ້​ມູນ​ຕ່າງໆ, ​ໄຟ​ລຮູບ​ພາບ, ​ໄຟ​ລມັນ​ຕີ​ມີ​ເດ​ຍ​ເປັນ​ຕົ້ນ​​ໂດຍ TINYBLOB ນັ້ນ​ຈະ​ມີ​ເນື້ອ​ທີ່​ເກັບ​ຂໍ້​ມູນ​ໄດ້ 256 ​ໄບລ(bype).

 

- BLOB : ສໍ​າລັບ​ເກັບ​ຂໍ້​ມູນ​ປະ​ເພດ​ໄບລນາລີสำ​ເຊັ່ນ​ດຽວ​ກັບ TINYBLOB ​ແຕ່​ສາມາດ​ເກັບ​ຂໍ້​ມູນ​ໄດ້ 64KB

- MEDIUMBLOB : ສໍ​າລັບ​ເກັບ​ຂໍ້​ມູນ​ປະ​ເພດ​ໄບລນາລີสำ​ເຊັ່ນ​ດຽວ​ກັບ TINYBLOB ​ແຕ່​ສາມາດ​ເກັບ​ຂໍ້​ມູນ​ໄດ້ 16MB.

- LONGBLOB : ສໍ​າລັບ​ເກັບ​ຂໍ້​ມູນ​ປະ​ເພດ​ໄບລນາລີสำ​ເຊັ່ນ​ດຽວ​ກັບ TINYBLOB ​ແຕ່​ສາມາດ​ເກັບ​ຂໍ້​ມູນ​ໄດ້ 4GB .


Post a Comment

0 Comments