Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ການນໍາໃຊ້ໂປຣແກຣມ Paint ໃນລະບົບ window

 ການນໍາໃຊ້ໂປຣແກຣມ Paint ໃນລະບົບ window

1.ຄວາມໝາຍຂອງໂປຣແກຣມ Paint

     ໂປຣແກຣມ Paint ເປັນໂປຣແກຣມທີ່ຈັດຢູ່ໃນກຸ່ມໂປຣແກຣມການສ້າງພາບ ແລະ ລະບາຍສີທີ່ມີຄວາມສາມາດ

ໃນການສ້າງ ແລະ ແກ້ໄຂພາບທີ່ສ້າງຂື້ນເອງ ຫຼືອາດນໍາມາຈາກທີ່ອື່ນ ໆໂດຍຈະນໍາມາຕົບແຕ່ງດ້ວຍການໃຊ້ເຄື່ອງມືທີ່ມີ

ຢູ່ໃນໂປຣແກຣມ Paint ເປັນຕົວຊ່ວຍເຮັດໃຫ້ສວຍງາມ ຫຼື ເຮັດໃຫ້ເປັນຮູບຮ່າງຕ່າງໆຕາມທີ່ຕ້ອງການ ລວມທັງການສ້າງຮູບພາບ,ຮູບເລຂາຄະນິດຕ່າງໆ ເມື່ອຕົບແຕ່ງສໍາເລັດແລ້ວສາມາດນໍາໄປປະກອບເອກະສານອື່ນໆໄດ້

ເຊັ່ນ:ໂປຣແກຣມ word,Excel ເປັນຕົ້ນ. ໂປຣແກຣມ Paint ມີຄວາມສາມາດສ້າງພາບຢ່າງງ່າຍທີ່ບໍ່ຄ່ອຍມີລາຍລະ

ອຽດທີ່ຊັບຊ້ອນຫຼາຍ  ຢ່າງໃດກໍ່ຕາມໂປຣແກຣມ Paint ຖືວ່າເປັນໂປຣແກຣມພື້ນຖານສໍາລັບການສ້າງພາບ ຫຼື ການອອກແບບກຣາຟີກເທີງຄອມພິວເຕີ

2. ວິທີການເຂົ້າສູ່ໂປຣແກຣມ Paint

         ໂປຣແກຣມ Paint ເປັນໂປຣແກຣມທີ່ຕິດຕັ້ງມາພ້ອມກັບ Microsoft Window ທີ່ມີຢູ່ໃນເຄື່ອງຄອມພິວເຕີ

ທຸກເຄື່ອງ    ວິທີເປີດໂປຣແກຣມ Paint ມາໃຊ້ງານມີຂັ້ນຕອນດັ່ງນີ້:

    2.1 ໃຫ້ຄີກປຸ່ມ Start > All programs > Accessories > Paint



2.2 ໜ້າຕ່າງຂອງໂປຣແກຣມ Paint


3.ອະທິບາຍແຕ່ລະພາກສ່ວນໃນໂປຣແກຣມ Paint

3.4.ຮູບແບບ ຫຼື ລັກສະນະພິເສດ (Shapes) ເປັນເຄື່ອງກ່ຽວກັບຮູບບແບບ ແລະ ລັກສະນະພິເສດເຊັ່ນ:ຮູບຫົວໃຈ,ຮູບດາວເປັນຕົ້ນ



3.5.ເຄື່ອງມື (Brushes)ເປັນເຄື່ອງມືທີ່ມີໜ້າທີ່ທໍາໃຫ້ເສັ້ນມີຄວາມສວຍງາມກວ່າເຮົາສາມາດເລືອກຕາມທີ່ຕ້ອງການ ແລະ ລັກສະນະງານໄດ້


3.6.ຂະໜາດເສັ້ນ(Size line) ເປັນການປ່ຽນຂະໜາດຂອງເສັ້ນ



  3.7.ສີ (Colors) ສະແດງສີທີ່ເຮົາສາມາດນໍາມາໃຊ້ງານກັບວຽກທີ່ເຮົາສ້າງຂື້ນມາໄດ້ແບ່ງອອກເປັນສອງແບບຄື:


- ສີກໍານົດເອງ (Edit Color)

- ສີຫຼັກທີ່ໃຊ້ສ້າງພາບ ຫຼືຂຽນ(Colors)

   3.8.ພື້ນທີ່ການທໍາງານ (Background Design) ເປັນພື້ນທີ່ເພື່ອໃຫ້ສ້າງວຽກງານມີພື້ນເປັນສີຂາວ ເຮົາສາມາດປ່ຽນສີໄດ້ ແລະ ຫຍໍ້ຂະຫຍາຍຂະໜາດໄດ້ຕາມທີ່ຕ້ອງການ ແລະ ຕາມທີ່ກໍານົດໄດ້


3.9.ປຸ່ມພັບໜ້າການທໍາງານ(Maximize)ເພື່ອພັກການທໍາງານຫຼືຕ້ອງການຈະທໍາງານອື່ນກ່ອນ

ໂດຍທີ່ຍັງບໍ່ທັນປິດໂປຣແກຣມ


3.10.ປຸ່ມຫຍໍ້ ຫຼືຂະຫຍາຍໜ້າຈໍການທໍາງານ(Minimize)ເພື່ອຫຍໍ້ ແລະຂະຫຍາຍໜ້າຈໍ

ການທໍາງານຂອງໂປຣແກຣມ


3.11.ປຸ່ມປິດໂປຣແກຣມ (Close) ຈະຢູ່ທາງຂວາສຸດຂອງໜ້າໂປຣແກຣມເມື່ອຄີກກໍ່ຈະປິດໂປຣແກຣມທັນທີ



4. ການແຕ້ມພາບດ້ວຍເຄື່ອງມືເລຂາຄະນິດ




5.  ການເພີ່ມຂໍ້ຄວາມລົງໃນພາບ


            5.1 ຄີກທີ່ເຄື່ອງມືທີ່ຕົວອັກສອນ A


               5.2 ສ້າງກອບໃນບໍລິເວັນທີ່ຕ້ອງການພີມຂໍ້ຄວາມໃສ່

6. ການຄັດອອກ ແລະ ການໂອນຍ້າຍໂດຍໃຊ້ຄໍາສັ່ງໃນແຖບລາຍການເລືອກ

6.1 ເລືອກ​ເຄື່ອງ​ມື ຫລື​ເຄື່ອງ​ມື ໃນ​ແຖບ​ເຄື່ອງ​ມື

          6.2 ຄິກ​ເມົາສ໌​ຄ້າງ​ແລ້ວ​ລາກ​ຂອບ​ເຂດ​ໃຫ້​ຄວບ​ຄຸມ​ພາບ​ ຫລື​ສ່ວນ​ຂອງ​ພາບ​ທີ່​ຕ້ອງ​ການ​ຄັດ​ອອກ​ ຫລື​ ​ຍ້າຍ

      6.3 ຄິກ​ເລືອກ​ຄຳ​ສັ່ງCut ຫລື Copy ຈາກ​ແຖບ​ລາຍ​ການ​ເລືອກ Edit ແລ້ວ​ນຳ​ໄປ​ວາງ​ທີ່​ຕ້ອງ​ການ​ໂດຍ​ໃຊ້​ຄຳ​ສັ່ງ Paste



7.ການບັນທຶກ​​ງານ (Save As)

7.1. ຄິກ​ເລືອກ​ທີ່File Menuແລ້ວ​ເລື່ອນ​ແຖບ​​ມາ​ຄິກ​ທີ່ Save As ແລ້ວເລືອກຮູບແບບນາມສະກຸນທີ່ຕ້ອງການ

            7.2. ໜ້າ​ຕ່າງ​ຈະ​ປາກົດ ຄິກ​ເລືອ​ກວ່າ​ຈະ​ເກັບງານ​ໄວ້​ທີ່​ໃດ          


7.3 ຕັ້ງຊື່ໄຟລ໌​​ງານ ແລ້ວຄິກ Save




Post a Comment

0 Comments