Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ຮຽນຮູ້ກ່ຽວກັບ IPv6 ( Internet Potocol 6 )

 

ຮຽນຮູ້ກ່ຽວກັບ IPv6  ( Internet Potocol 6 )

        IPv6 ມີແອດເດຣດຂະໜາດ 128 ບິດ ຈຳນວນແອດເດຣດລວມປະມານ 3.4 x 1038 ທຽບໃສ່ກັບ IPv4 ທີ່ມີແອດເດຣດຂະໜາດ  32 ບິດ ຊຶ່ງມີຈຳນວນແອດເດຣດເກືອບສີ່ພັນລ້ານແອດເດຣດ

        ຮູບແບບການຂຽນ IPv6  ໄອພີລຸ່ນ 6 ຂຽນແທນດ້ວຍເລກຖານ 16 ຈຳນວນ 4 ຫຼັກ ແລະໃຊ້ເຄື່ອງໝາຍ “ : ” ຂັ້ນລະຫວ່າງຕົວເລກ ດັ່ງຕົວຢ່າງຕໍ່ໄປນີ້: FEDC:BA98:7654:3210:FEDC:BA98:7654:3210

        ແອດເດຣດບາງແບບສາມາດຂຽນຫຍໍ້ໄດ້ ໂດຍສະເພາະແອດເດຣດທີ່ມີເລກສູນຕໍ່ເນື່ອງກັນ ເຊັ່ນ 1080:0000:0000:0000:0000:0008:0800:200C:417A

ສາມາດຂຽນຫຍໍ້ໂດຍໃຊ້ 0 ຕົວດຽວແທນ 0000 ໄດ້ ຈາກຕົວເລກຊຸດຂ້າງເທີງສາມາດຂຽນໃໝ່ເປັນ 1080:0:0:0:0:8:800:200C:417A ແລະເລກ 0 ທີ່ຕິດກັນຢ່າງຕໍ່ເນື່ອງເປັນຊຸດ ສາມາດໃຊ້ສັນຍາລັກ:: ແທນເລກ 0 ທີ່ຢູ່ຕິດກັນໄດ້ ເຊັ່ນ ຈາກຕົວຢ່າງຂັ້ນຕົ້ນເຮົາສາມາດຂຽນແທນດ້ວຍ

     1080::0008:0800:200C:417A ເປັນຕົ້ນ

ສ່ວນຫົວຂອງ IPv6 Header


2 ບັນຫາທີ່ມັກພົບເຫັນສ່ວນຫຼາຍ

        ບໍ່ເຫັນ ຫຼືບໍສາມາດຕິດຕໍ່ສື່ສານກັບເຄື່ອງອື່ນໄດ້ພາຍໃນວົງ LAN

       Netmask ມີຄ່າບໍ່ເທົ່າກັນ

       IP ບໍ່ໄດ້ຢູ່ໃນ Network ID ອັນດຽວກັນ

       IP ຊໍ້າກັນ ຫຼືອາດຈະໃຊ້ໃນສ່ວນທີ່ເປັນ Network ID ຫຼື Broadcast ID


Post a Comment

0 Comments