Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ອິນເຕີເນັດແມ່ນຫຍັງ ?

 ອິນ​ເຕີ​ເນັດ​ແມ່ນ​ຫຍັງ



 

1        ປະຫວັດຄວາມ​ເປັນ​ມາ

​​          ​ເຄືອ​ຂ່າຍແມ່ນ​ກຸ່ມ​ອຸປະກອນ​ສື່ສານ​ທີ່​ຖືກ​ເຊື່ອມ​ຕໍ່​ເຊັ່ນ ຄອມ​ພິວ​ເຕີ ​ແລະ ​ເຄື່ອງພິມ. ​ເຄືອຂ່າຍລະຫວ່າງພາຍໃນຂອງ

ມັນ(ອິນ​ເຕີ-​ເຄືອ​ຂ່າຍ) (inter-network)  ແມ່ນ​ສອງ ຫຼື ຫຼາຍ​ເຄືອ​ຂ່າຍທີ່ສາມາດ​ສື່ສານ​ເຊິ່ງກັນ​ ແລະ ​ກັນ. ອິນ​ເຕີ​​ເນັດ​ທີ່ຂະ​ຫຍາ​ຍ

ກວ້າງຂວາງທີ່ສຸດ​ຈະ​ຖືກ​ເອີ້ນ​ວ່າ ​ເປັນ​ອິນ​ເຕີ​ເນັດ​ທີ່​ລວມ​ເອົາ​ຫຼາຍ​ຮ້ອຍ​ຫຼາຍ​ພັນ​ເຄືອ​ຂ່າຍ.“​ໃນເບື້ອງຕົ້ນເບິ່ງຄືເປັນເລື່ອງເລັກນ້ອຍ,​ແຕ່

ໃນອະນາຄົດມັນຈະມີການພັດທະນາ ຢ່າງຮຸ່ງເຮືອງເຫຼືອງເຫຼື້ອມຕະຫຼອດໄປ”.

        ການທົດ​ລອງ​ນຳ​ໃຊ້​ສິ່ງທີ່ສຳຄັນ​ໃນເບື້ອງຕົ້ນຢູ່​ໃນ​ຂະ​​ແໜງ​ຂອງ​ເຄືອ​ຂ່າຍ​ຄອມ​ພິວ​ເຕີ​ແມ່ນອາພາເນັດ (AR-PANET), ຊຶ່ງ​ໄດ້

ຮັບການອຸປະຖຳທຶນຮອນຈາກອົງການໂຄງການຄົ້ນຄວ້າລະດັບສູງ ARPA (Advance Research Project Agency) ຊຸມ​

ຕົ້ນ​ປີ 1960, ຊຶ່ງ​ໃນ​ເວລາ​ນັ້ນ​, ​ເຄືອ​ຂ່າຍ​ໂທລະສັບ​ແມ່ນຖືກຄວບຄຸມທັງ​​ພື້ນຖານໂຄງລ່າງດ້ານການສື່ສານທັງໝົດ. ​ສິ່ງ​ສຳຄັນ​ຄື ອາ

ພາເນັດ ເປັນ​ເຄືອ​ຂ່າຍປິດ​-ເປິທີ່ເປັນລະບົບຖານຂໍ້ມູນ(​ແພັກ​ເກັດ​ສະ​ວິດ​ຊິງ)(packet switching) ທີ່​ແຕກ​ຕ່າງ​ຈາກ​ເຄືອ​ຂ່າຍ​ສະ​

ວິດ​ວົງ​ຈອນ (circuit switching network) ຊຶ່ງ​ຈະ​ໂອນ​ຂໍ້​ມູນ​ລະຫວ່າງ​ຜູ້​ສົ່ງ ​ແລະ ຜູ້​ຮັບໂດຍຜ່ານຊ່ອງທາງ ຫຼາຍຂັ້ນຕອນ. ຈະ​ບໍ່

​ມີ​ຊ່ອງ​ທີ່​ແນ່​ນອນຄື​ກັນ​ກັບ​​ເຄືອ​ຂ່າຍ​ສະ​ວິດ​ວົງ​ຈອນ.​ແຕ່ລະ​ແພັກ​ເກັດ​ທີ່ກະຈັດກະຈາຍ ອາດ​ຈະ​ມີ​ເສັ້ນທາງ​​ທີ່​ແຕກຕ່າງກັນ.

ລັກສະນະ​ດັ່ງກ່າວເຮັດ​​ໃຫ້​​ເຄືອ​ຂ່າຍ​ມີ​ຄວາມ​ທົນ​ທານ​ຕ້ານ​ກັບການລົບ​ກວນ​ເຄືອ​ຂ່າຍ​ຢູ່​ເທິງ​ອາວະກາດ. ແຕ່ລະ​​ເຟຣມປະກອບ​ໄປ​

ດ້ວຍ​ຂໍ້​ມູນ​ຄືກັນ​ກັບ​ຟາຍອາ​ດຈະ​ມາ​ຫາ​ຜູ້​ຮັບ​ຜ່ານເສັ້ນ ທາງ​ອື່ນ.

     J.C.R Licklider ​ແລະ Lawrence Roberts (167) ​ໄດ້​ວາງ​ແຜນ​ສຳລັບ ອາພາເນັດ, ຊຶ່ງເປັນ​ເຄືອ​ຂ່າຍ​ຄອມ​ພິວ​ເຕີແພັກ​

ເກັດ-ສະ​ວິດ​ຕົວ​ທຳ​ອິດ​ ​ແລະ ກໍ່ເປັນ​ບັນພະບຸລຸດ​ໂດຍ​ກົງ​ຂອງ​ອິນ​ເຕີ​ເນັດ​ສາທາລະນະ​ປະຈຸ​ບັນ​ນີ້ ສະວິດຕົວນີ້ມີຊື່ວ່າຕົວປະມວນຜົນ

ຂໍ້ຄວາມອິນເຕີເຟດ (Interface Message Processor, IMP). ​ໃນ​ປີ 1969, IMPs ທັງສີ່ຖືກຕິດ​ຕັ້ງ​ຢູ່​ໃນ UCLA, ສະ​ຖາ​ບັນ​

ຄົ້ນຄວ້າ​ສະ​ແຕັນ​ຟອດ (Stanford Research Insitute, SRI), UC Santa Barbara,​ແລະ ມະຫາວິທະຍາ​ໄລ​ຢູຕາ (Utah)

ຖືກ​ເປີດ ​ແລະ ​ໄດ້​ສົ່ງ​ຄຳ​ສັ່ງຂອງ​ລະບົບ​ທີ່​ຖືກ​ທຳລາຍ​ຈາກ UCLA ຫາ SRI.

     ໄລຍະ​ຕົ້ນອາພາເນັດຂະຫຍາຍ​ມີ​ແຕ່ 15 ​ໂນ​ດ ​ແລະ ມີ​ການ​ສາທິດ​ອອກ​ສູ່​ສາທາລະນະ​ໂດຍໂຣເບີ ຄານ (Robert 

Kahn) ຢູ່​ທີ່ກອງປະຊຸມ​ສາກົນ​ກ່ຽວກັບການ​ສື່ສານ​ຄອມ​ພິວ​ເຕີ​ໃນປີ 1972. ​ໄດ້ມີການຮອງຮັບເອົາກະຕິກາຂອງຮູບແບບການສື່

ສານ​​ໃນລະບົບເຄືອຂ່າຍທາງຄອມພິວເຕີ ຫຼື (​ໂປໂຕຄໍ -Protocal) ຈາກ​​ເຈົ້າພາບເຖິງເຈົ້າພາບສະບັບທຳອິດລະຫວ່າງບັນດາ

ລະບົບປາຍທາງຂອງອາພາເນັດ, ​ຊຶ່ງເປັນທີ່ຮູ້ຈັກກັນໃນນາມວ່າໂປຣໂຕຄໍຄວບຄຸມເຄືອຄ່າ (NCP) ໃນ​ປີ 1975 ອົງການສື່ສານ

ປ້ອງກັນຊາ (DCA) ​ໄດ້ເຂົ້າ​ຄວບ​ຄຸມອາພາເນັດຊຶ່ງ​ໄດ້​ບໍລິການ​ແກ່ບັນດາຜູ້ຖືຫຸ້ນ (stakeholders).


        ໂປຣ​​ໂຕ​ຄໍ NCP ໄດ້​ຖືກ​ພັດທະນາ​ມາ​ເປັນ​ໂປຣ​​ໂຕ​ຄໍ TCP/IP ຊຶ່ງ​ມີ​ຊື່​ເຕັມວ່າໂປຣໂຕຄໍຄວບຄຸມການຖ່າຍທອດ 

(Transmission Control Protocol) ​ແລະ ໂປຣໂຕຄໍຈັດເຄືອຄ່າຍອິນເຕີເນັດ (Internet -working Protocols) ຕາມ​

ລຳດັບ. ​ໂປຣ​ໂຕ​ຄໍ IP ຈັດການ​ກັບດາ​ຕາກຣາມ (datagram) ໃນການເປີດເສັ້ນທາງ(route)​ເຂົ້າສູ່ປາຍທາງ, ທຸກຈຸດຈາກຕົ້ນທາງ

ທຸກຈຸດ​ຂະນະ​ທີ່TCPຮັບ​ຜິດ​ຊອບ​ການ​ເຊື່ອມ​ຕໍ່ທີ່ໝັ້ນໃຈຈາກສົ້ນໜຶ່ງໄປຫາອີກສົ້ນໜຶ່ງ.

Post a Comment

0 Comments