Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ການຄຳນວນພື້ນຖານໃນ Excel

 ການຄຳນວນພື້ນຖານໃນ Excel

ເມື່ອ​ພິມ​ຕົວ​ອັກສອນ​ລົງ​ໃນ​ເຊ​ລ໌ ​ເຮົາ​ສາມາດ​ນຳ​ມາ​ປະມວນ​ຜົນ ຫາ​ຜົນ​ລັບ​ໂດຍ​ການ​ນຳ​ຕົວ​ອັກ​ເລກ​ມາ ບວກ, ລົບ, 

ຄູນ, ຫານ ກັນ​ໄດ້ ​ເຄື່ອງໝາຍ​ທີ່​ໃຊ້​ງານ​ມີ ດັ່ງ​ນີ້:

+        ເຄື່ອງໝາຍ​ບວກ           -         ​ເຄື່ອງໝາຍ​ລົບ              /         ​ເຄື່ອງ​ໝາຍ​ຫານ


          *         ​ເຄື່ອງໝາຍ​ຄູນ              ^         ​ເຄື່ອງໝາຍ​ຍົກ​ກຳລັງ


          ຕົວຢ່າງ​ການ​ຄຳນວນ​ທາງ​ຄະນິດ​ສາດຢ່າງ​ງ່າຍໆ


         ການ​ຄຳນວນ​ໃນ Excel ​ເຮັດ​ໄດ້​ໂດຍ​ການ​ປ້ອນ​ຕົວ​ເລກ​ເຂົ້າ​ໃນ​ເຊ​ລ໌ ​ແຕ່ລະ​ເຊ​ລ໌ຈາກ​ນັ້ນ ຈິ່ງ​ກຳນົດ​ໃຫ້​ນຳ​

ຕົວ​ເລກ​ໃນ​ແຕ່ລະ​ເຊ​ລ໌ມາ ບວກ, ລົບ, ຄູນ, ຫານ ກັນ​ລອງ​ເບິ່ງ​ຕົວຢ່າງ ​ແລະ ​ເຮັດ​ຕາມຕໍ່​ໄປ​ນີ້:


-        ຄຼິກທີ່​ຕຳ​ແໜ່​ງ A1 ​ແລ້ວພິມ​ເລກ 20


-        ​ແລ້​ວກົດ Enter ​ເຄລ໌​ເຊ​ລ໌ຈະ​ເລື່ອນ​ມາ​ທີ່​ເຊ​ລ໌ A2


-        ທີ່​ຕຳ​ແໜ່​ງ​ເຊ​ລ໌ A2 ພິມ​ເລກ 30 ​ແລ້​ວກົດ Enter


-        ​ເຄລ໌​ເຊ​ລ໌ຈະ​ເລື່ອນ​ມາ​ທີ່ A3 ​ໃຫ້​ພິມ =A1+A2


-        ​ເຄື່ອງໝາຍ​ເທົ່າ​ກັບ​ຂ້າງ​ໜ້າ​ເປັນ​ການ​ບອກ Excel ວ່າ​ເປັນ​ການ​ໃຊ້​ສູດ ບໍ່​ແມ່ນ​ເປັນ​ການ​ພິມ​ຂໍ້ຄວາມ


ທຳ​ມະ​ດາ ​ແລະ ຈະ​ສັງ​ເກດ​ສີ​ຂອງ ຂໍ້ຄວາມ A1 ​ແລະ A2 ​​ແຕກ​ຕ່າງ​ໄປ​ຈາກ​ສີ​ທຳ​ມະ​ດາ ​ແລະ ​ເມື່ອ​ຂະນະ​ພິມ


A1 ຈະ​ມີ​ຂອບ​ເກີດຂື້ນ​ທີ່​ຕຳ​ແໜ່​ງ A1 ອີກ ​ແລະ ຂະນະ​ທີ່​ພິມ A2 ກໍ​ຈະ​ມີ​ຂອບ​ເກີດ​ທີ່​ຕຳ​ແໜ່​ງ A2 ສະ​ແດງ


​ຂອບ​ເຂດ​ທີ່​ຖືກ​ເລ​ືອກ ດັ່ງ​ຮູບ


-        ​ເມື່ອ​ພິມ​ສຳ​ເລັດ​ແລ້ວ ​ໃຫ້​ກົດ​ປຸ່ມ Enter ຂອບ​ຈະ​ເລື​່ອນ​ໄປ​ຍັງ​ຕຳ​ແໜ່​ງ A4 ​ແລະ ຈະ​ໄດ້ຜົນ​ລັບ​ເທົ່າ


​ກັບ 50 ​ໃນ​ຕຳ​ແໜ່​ງ​ເຊ​ລ໌ A3 ດັ່ງ​ຮູບ





Post a Comment

0 Comments