Science Technology Open Doors to Enhancement of Environment and Quality Life;
Open up your business to new possibilities.

ລະບົບຖານຂໍ້ມູນ Database System

 ລະບົບຖານຂໍ້ມູນ Database System


1 ຄວາມໝາຍ​ຂອງ​ລະບົບ​ຖານ​ຂໍ້​ມູນ (Significance of Database System)

     ລະບົບ​ຖານ​ຂໍ້​ມູນເປັນ​ການ​ຈັດ​ເກັບ​ຂໍ້​ມູນ​ທີ່​ແຕກ​ຕ່າງ​ຈາກ​ການ​ຈັດ​ເກັບ​ຂໍ້​ມູນ​ແບບ​ແຟ້ມ​ຂໍ້​ມູນ ເນື່ອງ​ຈາກ

​ຖານ​ຂໍ້​ມູນ​ເປັນ​ການ​ນຳ​ເອົາ​ຂໍ້​ມູນ​ຕ່າງໆ ທີ່​ມີ​ຄວາມ​ສຳພັນ​ກັນ ຊຶ່ງ​ທໍາອິດ​ຈັດ​ເກັບ​ຢູ່ໃນ​ແຕ່​ລະ​ແຟ້ມ​ຂໍ້​ມູນ​ມາ​ຈັດ​

ເກັບ​ໄວ້​ໃນ​ທີ່​ດຽວ​ກັນ ເຊັ່ນ: ຂໍ້​ມູ​ນພະ​ນັກ​ງານ, ຂໍ້​ມູນ​ສິນ​ຄ້າ​​ຄັງ, ຂໍ້​ມູ​ນພະ​ນັກ​ງານ​ ແລະ​ ຂໍ້​ມູນ​ລູກ​ຄ້າ ທໍາອິດ​

ຢູ່ໃນ​ຮູບ​ຂອງ​ແຟ້ມ​ຂໍ້​ມູນ​ຂອງ​ຝ່າຍ​ຕ່າງໆ ໄດ້​ຖືກ​ນຳ​ມາ​ຈັດ​ເກັບ​ລວມ​ກັນ​ໄວ້​ພາຍ​ໃນ​ຖານ​ຂໍ້​ມູນ​ດຽວ ຊຶ່ງ​ເປັນ​ຖານ​

ຂໍ້​ມູນ​ລວມ​ຂອງ​ບໍລິສັດ  ສົ່ງ​ຜົນ​ເຮັດໃຫ້​ແຕ່​ລະ​ຝ່າຍ​ສາມາດ​ໃຊ້​ຂໍ້​ມູນ​ຮ່ວມ​ກັນ ແລະ​ ສາມາດ​ແກ້​ໄຂ​ບັນຫາ​ຕ່າງໆ 

ທີ່ເກິດຂື້ນ​ໃນ​ລະບົບ​ແຟ້ມ​ຂໍ້​ມູນ​ໄດ້.

    ຂໍ້​ມູນ​ຕ່າງໆທີ່​ຖືກ​ຈັດ​ເກັບ​ຖານ​ຂໍ້​ມູນ ນອກ​ຈາກ​ຈະ​ຕ້ອງ​ເປັນ​ຂໍ້​ມູນ​ທີ່​ມີ​ຄວາມ​ສຳພັນ​ກັນ​ແລ້ວ 

ຍັງ​ຈະ​ຕ້ອງ​ເປັນ​ຂໍ້​ມູນ​ທີ່​ໃຊ້​ສະໜັບສະໜູນ​ການ​ດຳ​ເນີນ​ງານ​​ຢ່າງ​ໃດ​ຢ່າງ​ໜຶ່ງ​ຂອງ​ອົງກອນ​ດັ່ງ​ນັ້ນ​ຈຶ່ງ​ອາດ​ກ່າວ​ໄດ້​ວ່າ​

ແຕ່​ລະ​ຖານ​ຂໍ້​ມູນ​ຈະ​ທຽບ​ເທົ່າ​ກັບ​ລະບົບ​ແຟ້ມ​ຂໍ້​ມູນ 1ລະບົບ ແລະ ຈະ​ເອີ້ນ​ຖານ​ຂໍ້​ມູນ​ທີ່​ຈັດ​​ຂຶ້ນ​ເພື່ອ​ສະ

ໜັບສະໜູນ​ກິດຈະກຳ​ການ​ດຳ​ເນີນ​ງານ​ຢ່າງ​ໃດ​ຢ່າງ​ໜຶ່ງ​ວ່າ ລະບົບ​ຖານ​ຂໍ້​ມູນ (Database System) ເຊັ່ນ: 

ລະບົບ​ຖານ​ຂໍ້​ມູນ​ເງີນ​ເດືອນ ຊຶ່ງ​ເປັນ​ຖານ​ຂໍ້​ມູນ​ທີ່​ຈັດ​ເກັບ​ຂໍ້​ມູນ​ຕ່າງໆ ທີ່​ສະໜັບສະໜູນ​ການ​ຄິດໄລ່​ເງີນ​ເດືອນ ຫຼື

 ລະບົບ​ຖານ​ຂໍ້​ມູນ​ປະຊາກອນ ຊຶ່ງ​ເປັນ​ຖານ​ຂໍ້​ມູນ​ທີ່​ຈັດ​ເກັບ​ຂໍ້​ມູນ​ຕ່າງໆ ທີ່​ສະໜັບສະໜູນ​ການ​ຈັດ​ເຮັດ​ສຳ​ມະ​ໂນ​

ຄົວປະຊາກອນເປັນ​ຕົ້ນ.

     ເມື່ອ​ລະບົບ​ແຟ້ມ​ຂໍ້​ມູນ​ໄດ້​ມີ​ການ​ໃຊ້​ງານ​ໄດ້​ຈົນ​ເຖິງ​ລະ​ດັບ​ໜຶ່ງ  ເຮັດໃຫ້​ຮູ້​ເຖິງ​ບັນຫາ​ຕ່າງໆ​ ຕາມ​

ມາ​ຫລວງຫຼາຍ ໃນ​ດ້ານ​ຂອງ​ຄວາມ​ບໍ່​ຄ່ອງ​ຕົວ​ໃນ​ຫຼາຍໆດ້ານ ວິວັດທະນາການ​ຂອງ​ເທັກ​ໂນ​ໂລ​ຍີ​ການ​ຈັດ​ລະບົບ​ຂໍ້​

ມູນ​ກໍເກິດ​ຂຶ້ນ​ໃໝ່ ໂດຍ​ມີ​ແນວ​ຄວາມ​ຄິດ​ທີ່​ຈັດການ​ຂໍ້​ມູນ​ແບບ​ໃໝ່​ທີ່​ມີ​ປະ​ສິດ​ທິ​ພາບ​ໂດຍ​ລວມ​ທີ່​ດີກວ່າ ລວມ​

ທັງ​ມີ​ຄວາມ​​ຄ່ອງ​ຕົວ​ສູງ​ຂຶ້ນ ນັ້ນ​ກໍ​ຄື​ແນວ​ຄິດ​ຂອງ​ລະບົບ​ຖານ​ຂໍ້​ມູນ.

2 ສ່ວນ​ປະກອບ​ຂອງ​ສະພາບ​ແວດ​ລ້ອມ​ລະບົບ​ການ​ຈັດການ​ຖານ​ຂໍ້​ມູນ 

(Components of the DBMS Environment)

ໃນ​ສະພາບ​ແວດ​ລ້ອມ​ຂອງ​ລະບົບ​ການ​ຈັດການ​ຖານ​ຂໍ້​ມູນ​ຊຶ່ງ​ປະກອບ​ດ້ວຍ 5 ສ່ວນ​ນຳກັນ:

1       ຮາດແວ (Hardware)

        ໝາຍ​ເຖິງເຄື່ອງ​ຄອມພິວເຕີ ແລະ ອຸປະກອນ​ຕ່າງໆພາຍໃນເຄື່ອງຄອມພິວເຕີ(Peripherals) ໂດຍລະບົບ

​ການ​ຈັດການ​ຖານ​ຂໍ້​ມູນ ​ແລະ ​ແອບ​ພິ​ເຄ​ຊັນ​ຈະ​ກ່ຽວ​ຂ້ອງ​ກັບ​ຮາດແວ​ທີ່​ໃຊ້​ງານ​ດ້ວຍຮາດແວທີ່​ຈະ​ນຳ​ມາ​ໃຊ້​ງານ​

ກັບ​ລະບົບ​ການ​ຈັດການ​ຖານ​ຂໍ້​ມູນ​ນັ້ນ​ສາມາດ​ເປັນ​ໄດ້​ທັງ​ເຄື່ອງ​ຄອມພິວເຕີ​ສ່ວນ​ບຸ​ຄົນ​ທີ່​ໃຊ້​ງານ​ຄົນ​ດຽວ ເມນ​ແຟ​

ຣມ​ຄອມພິວເຕີ, ມິ​ນິ​ຄອມພິວເຕີ ລວມ​ທັງ​ເຄື່ອງ​ຄອມພິວເຕີ​ທີ່​ເຊື່ອມ​ຕໍ່​ກັນ​ເປັນ​ເຄືອ​ຂ່າຍ ຊຶ່ງ​ຮາດແວ​ດັ່ງ​ກ່າວ​ຈະ​

ເປັນ​ຮູບ​ແບບ​ໃດ​ກໍ​ຂຶ້ນ​ຢູ່​ກັບ​ຄວາມ​ຕ້ອງ​ການ​ອົງການ ​ຫຼື ໝ່ວຍງານ​ເປັນ​ຫລັກ.

         ໝາຍ​ເຖິງລະບົບ​ປະຕິບັດການ (Operating Systems) ຊອບແວ ​ການ​ຈັດການ​ຖານ​ຂໍ້​ມູນລວມ​ທັງ​ແອບ​

ພິ​ເຄ​ຊັນ​ໂປ​ແກມ ແລະ​ ໂປ​ແກມຕ່າງໆ ຊຶ່ງ​ອາດ​ມີ​ສ່ວນ​ເພີ່ມ​ໃນ​ເລື່ອງ​ຂອງ​ລະບົບ​ເຄືອ​ຂ່າຍໃນ​ກໍລະນີ​ຕ້ອງ​ການ​

ລະບົບ​ການ​ຈັດການ​ຖານ​ຂໍ້​ມູນ​ທີ່​ເຮັດວຽກ​ເທິງ​ລະບົບ​ເຄືອ​ຂ່າຍຕາມ​ປົກກະຕິ​ແລ້ວ​ໂປ​ແກມ​ປະ​ຍຸກ​ອາດຈະ​ຂຽນ​

ດ້ວຍ​ພາສາ​ຍຸກ​ທີ່3 (Third-Generation Programming Language) ເຊັ່ນ: C, COBOL, FORTRAN,

 Ada ຫຼື Pascal ແລະ ພາສາ​ຍຸກ​ທີ່4 (Fourth-generation Programming Language) ເຊັ່ນ:SQL  ໂດຍ

​ລະບົບ​ການ​ຈັດການ​ຖານ​ຂໍ້​ມູນ​ນີ້​ຈະ​ເປັນ​ເຄື່ອງ​ມື​ໃນ​ພາສາ​ຍຸກ​ທີ່ໆໃຊ້​ຊຸດ​ຄຳ​ສັ່ງ SQLໃນ​ການ​ເອີ້ນໃຊ້​ງານ​ໃນ​ຮູບ

​ແບບ​ຂອງ​ຊຸດ​ຄຳ​ສັ່ງ​ແບບ NonProcedural ໂດຍ​ສາມາດ​ເຮັດ​ການສ້າງ​ລາຍ​ງານ (Reports Generators) ການ

ສ້າງ​ຟອມ (Forms Generators) ການສ້າງ​ພາບ (Graphics Generators) ແລະ ​ການສ້າງ​ແອບ​ພິ​ເຄ​ຊັນ 

(Application Generators) ຊຶ່ງ​ພາສາ​ຍຸກ​ທີ່ນີ້ ເປັນ​ແຫລ່ງ​ລວມ​ເຄື່ອງ​ມື​ຕ່າງໆ ທີ່​ເຮັດໃຫ້​ສາມາດ​ພັດທະນາ​

ລະບົບ​ງານ​ໄດ້​ຢ່າງ​ວ່ອງໄວ (Rapid Development).

           3*ຂໍ້​ມູນ (Data)

    ໃນ​ບາງເທື່ອ​ອາດ​ກ່າວ​ໄດ້​ວ່າ​ສິ່ງ​ທີ່​ສຳຄັນ​ທີສຸດ​ຂອງ​ສະພາບ​ແວດ​ລ້ອມ​ໃນ​ລະບົບ​ການ​ຈັດການ​ຖານ​ຂໍ້​ມູນ ໂດຍ​

ພິຈາລະນາ​ຈາກ​ຜູ້​ໃຊ້​ງານ​ທີ່​ຕ້ອງ​ການ​ສະແດງ​ໃນ​ສິ່ງ​ທີ່​ຕ້ອງ​ການ ນັ້ນ​ກໍ​ຄື: ຂໍ້​ມູນ ດັ່ງ​ຮູບ​ທີ່ 2.3 ສະແດງ​ເຖິງ​ຂໍ້​

ມູນ​ທີ່​ປຽບ​ເໝືອນກັບ​ສະພາບແວດລ້ອມ​ທີ່​ເຊື່ອມ​ລະຫວ່າງ​ສ່ວນ​ປະກອບ​ຂອງເຄື່ອງ​ມື (Machine) ແລະ​ມະນຸດ 

(Human) ຖານ​ຂໍ້​ມູນ​ຈະ​ບັນ​ຈຸ​ໄປ​ດ້ວຍ​ສ່ວນ​ຂອງ​ຂໍ້​ມູນ​ປະຕິບັດການ (Operational Data) ແລະຕົວ​ອະທິບາຍ​

ຂໍ້​ມູນ ຊຶ່ງ​ກໍ​ຄື​ຂໍ້​ມູນ​ທີ່​ບັນລະຍາຍ​ເຈົ້າ​ລັກສະນະ​ຂອງ​ຂໍ້​ມູນ (Meta-Data) ໂດຍ​ໂຄງ​ສ້າງ​ຂອງ​ຖານ​ຂໍ້​ມູນ​ຊຶ່ງ​ເອີ້ນ

ວ່າ ສະ​ຄີ​ມາ (Schema)

4 ໂພຣ​ຊີ​ດີວລ໌ (Procedure) 

       ຄື: ຂັ້ນ​ຕອນ​ການ​ປະຕິບັດ​ງານ​ທີ່​ກ່ຽວ​ຂ້ອງ​ກັບ​ຊຸດ​ຄຳ​ສັ່ງ (Instruction) ກົດ​ເກນ​ໃນ​ການ​ອອກ​ແບບ ​ແລະ​ 
ການ​ໃຊ້​ງານ​ຖານ​ຂໍ້​ມູນ ຜູ້​ໃຊ້​ງານ​ຈະ​ຈັດການ​ກັບ​ຖານ​ຂໍ້​ມູນ​ຕາມ​ຂັ້ນ​ຕອນ​ການ​ປະຕິບັດ​ງານ​ທີ່​ໄດ້​ກຳນົດ​ໄວ້​ໃນ​ຄູ່​

ມື ​ຫຼື ​ເອກະສານ ວ່າ​ໃຊ້​ງານ ​ຫຼື ​ສົ່ງ​ໃຫ້​ລະບົບ​ເຮັດວຽກ​ຢ່າງໃດ ຊຶ່ງ​ອາດຈະ​ປະກອບ​ດ້ວຍ​ຊຸດ​ຄຳ​ສັ່ງ​ ແລະ​ຂັ້ນ​ຕອນ

​ທີ່ໃຊ້​ໃນ​ການ​ປະຕິບັດ​ງານ​ດັ່ງ​ຕໍ່ໄປ​ນີ້:

        1)           ການ​ເຂົ້າ ​ຫຼື ການ​ລັອກ​ອິນ​ເຂົ້າ​ສູ່​ລະບົບ​ການ​ຈັດການ​ຖານ​ຂໍ້​ມູນ

        2)         ການ​ໃຊ້​ງານ​ລະບົບ​ການ​ຈັດການ​ຖານ​ຂໍ້​ມູນ ​ຫຼື ​ໃຊ້​ແອບ​ພິ​ເຄ​ຊັນ​ໂປ​ແກມ

          3)           ການ​ເລີ່ມ​ຕົ້ນ​ເຮັດວຽກ​ ຫຼື ຈົບ​ການເຮັດວຽກງານ​ຂອງ​ລະບົບ​ການ​ຈັດການ​ຖານ​ຂໍ້​ມູນ

        4)         ການ​ສຳ​ຮອງ​ຖານ​ຂໍ້​ມູນ

       5)           ການ​ກູ້​ຄືນ​ຖານ​ຂໍ້​ມູນ​ໃນ​ກໍລະນີ​ເກີດ​ຄວາມ​ເສຍ​ຫາຍ​ໃນ​ຂໍ້​ມູນ

      6)           ການ​ປ່ຽນ​ແປງ​ໂຄງ​ສ້າງ​ຂອງ​ຕາ​ຕະລາງ ການ​ປ່ຽນ​ອຸປະກອນ​ຈັດ​ເກັບຂໍ້​ມູນ​ການ​ປັບປຸງ​

ປະ​ສິດ​ທິ​ພາບ ຫຼື ການ​ຈັດ​ເກັບ​ຂໍ້​ມູນ​ໄປ​ຍັງ​ແຫລ່ງ​ຈັດ​ເກັບ​ຂໍ້​ມູນ​ສຳ​ຮອງ


5 ບຸ​ກຄະລາ​ກອນ (Peopleware) 

     ໝາຍ​ເຖິງບຸກ​ຄະລາ​ກອນ​ທາງ​ຄອມພິວເຕີ ​ຫຼື ມະນຸດ​ຊຶ່ງ​ຈຳ​ເປັນ​ຕ້ອງ​ຂ້ອງ​ກ່ຽວກັບ​ລະບົບ​ຢູ່​ຕະຫລອດ​ເວລາ 


ໂດຍ​ບຸກ​ຄະລາ​ກອນ​ທີ່​ຂ້ອງ​ກ່ຽວກັບ​ລະບົບ​ນັ້ນ​ຈະ​ປະກອບ ດ້ວຍ​ບຸກ​ຄະລາ​ກອນ​ທີ່​ມີ​ໜ້າທີ່​ໃນ​ການ​ຈັດການ​ຖານ​ຂໍ້​


ມູນ​ຕ່າງໆກັນ ເຊັ່ນ: ຜູ້​ບໍລິຫານ​ຂໍ້​ມູນ ​ແລະ ​ຖານ​ຂໍ້​ມູນ (Data and Database Administrators) ນັກ​ອອກ​


ແບບ​ຖານ​ຂໍ້​ມູນ (Database Designers) ນັກ​ຂຽນ​ໂປ​ແກມ​ປະ​ຍຸກ (Application Programmers) ແລະຜູ້​


ໃຊ້​ງານ (End Users)


Post a Comment

0 Comments