ແນະນໍາການສ້າງ boot windows 7,8,10 ໃນ USB
ສີ່ງທີ່ຕ້ອງກະກຽມໃນການລົງ window 10 ຜ່ານ USB
1. ໄຟລ window 7, 8,10 ນາມສະກຸນ .ISO
2. ໂປຣແກຣມ rufus
3. USB ຂະໜາດ 4 Gb ຂື້ນໄປ (ຂື້ນຢູ່ກັບຂະໜາດຂອງໄຟລ window)
I. ຂັ້ນຕອນການສ້າງ boot window 7, 8, 10 ລົງໃນ USB
1. ໃຫ້ດາວໂລດໂປຣແກຣມ rufus ຜ່ານເວັບໄຊ https://rufus.ie/downloads/ ເຊີ່ງໂປຣແກຣມ rufus ເປັນໂປຣແກຣມທີ່ທໍາການແຕກໄຟລວິນໂດເຂົ້າ USB.
2.ກະກຽມໄຟລວິນໂດ 7, 8, 10 ທີ່ເປັນໄຟລ ISO ຫຼື ສາມາດດາວໂລດໄຟລວິນໂດໄດ້ຜ່ານເວັບໄຊ https://igetintopc.com/category/operating-systems-os/
3. ເປິດໂປຣແກຣມ rufus ທີ່ໄດ້ດາວໂລດມາ
4. ໂປຣແກຣມ rufus ຈະແດງອອກມາ
ໝາຍເຫດ: ສຽບ USB ເຂົ້າໄປໃນເຄື່ອງຄອມພິວເຕີ ໜ່ວຍ USB ຕ້ອງບໍມີຂໍ້ມູນສໍາຄັນ ຫຼື format USB ເພື່ອລ້າງຂໍ້ມູນກ່ອນ
5. ເລືອກໄຟລ window 7, 8, 10 ISO
6. ເລືອກໄຟລ window 7, 8, 10 ແລ້ວຄຣິກ Open
7. ຄຣີກໃສ່ Start ເພື່ອເລີ່ມການສ້າງໄຟລ window 7, 8, 10 ເຂົ້າໃນ USB Drive
8. ໂປຣແກຣມຈະແຈ້ງເຕືອນເພື່ອໃຫ້ຢຶນຢັນອິກຄັ້ງ ຄຣີກ OK
9. ລໍຖ້າຈົນໂປຣແກຣມແຕກໄຟລສໍາເລັດ
10. ສໍາເລັດການສ້າງໄຟລ window 7, 8, 10 ແລ້ວ
ແລ້ວນໍາເອົາ window ທີ່ໄດ້ສ້າງລົງໃນເຄື່ອງ USฺ ໄປຕິດຕັ້ງລະບົບປະຕິບັດການ window ໄດ້ເລີຍ
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ