ນັກວິເຄາະລະບົບ
ຄວາມໝາຍຂອງລະບົບ
ລະບົບ (System) ເປັນກຸ່ມຂອງອົງປະກອບຕ່າງໆ
ທີ່ເຮັດວຽກຮ່ວມກັນເພື່ອຈຸດປະສົງ ແລະ ເປົ້າໝາຍອັນດຽວກັນ, ລະບົບອາດຈະປະກອບດ້ວຍບຸກຄະລາກອນ,
ເຄືອງມື, ເຄື່ອງໃຊ້, ວິທີການ…ເຊິ່ງທັງໝົດນີ້ຈະຕ້ອງມີລະບົບໃນການຈັດການເພື່ອໃຫ້ບັນລຸຈຸດປະສົງອັນດຽວກັນ.
ນັກວິເຄາະລະບົບ
ນັກວິເຄາະລະບົບໝາຍເຖິງຄົນກາງ ຫຼື ຕົວກາງໃນການຕິດຕໍ່ລະຫວ່າງລະບົບຂໍ້ມູນຂ່າວສານກັບກຸ່ມທີ່ກ່ຽວຂ້ອງເຊິ່ງໄດ້ແກ່:
ເຈົ້າຂອງລະບົບ (System Owner), ຜູ້ໃຊ້ລະບົບ (System
User) ແລະ ຜູ້ສ້າງລະບົບ (System Builders) ເພື່ອພັດທະນາລະບົບຂໍ້ມູນຂ່າວສານຂອງອົງກອນຂື້ນ.
ໜ້າທີ່ຫຼັກຂອງນັກວິເຄາະລະບົບ
ນັກວິເຄາະລະບົບມີ 2
ໜ້າທີ່ຫຼັກຄື:
1. ວິເຄາະລະບົບ (System Analysis)
ການວິເຄາະລະບົບ (System Analysis)
ໝາຍເຖິງການວິເຄາະ ແລະ
ແຍກບັນຫາທີ່ເກີດຂື້ນໃນລະບົບພ້ອມທັງສະເໜີແນວທາງແກ້ໄຂບັນຫາຕາມຄວາມຕ້ອງການຂອງຜູ້ໃຊ້ງານ
ແລະ ຄວາມເໝາະສົມຕໍ່ສະຖານະການເສດຖະກິດຂອງອົງກອນນັ້ນໆ.
2. ອອກແບບລະບົບ (System Design)
ເປັນວິທີການອອກແບບ ແລະ ກຳນົດຄຸນສົມບັດທາງເຕັກນິກໂດຍນຳລະບົບຄອມພິວເຕີມານຳໃຊ້ເພື່ອແກ້ໄຂບັນຫາທີ່ໄດ້ວິເຄາະມາແລ້ວ.
ນອກຈາກນັ້ນ ນັກວິເຄາະລະບົບຍັງມີໜ້າທີ່ອີກຫຼາກຫຼາຍດັ່ງນີ້:
1) ຮວບຮວມຂໍ້ມູນ.
2) ສ້າງພົດຈະນານຸກົມຂໍ້ມູນ
(Data Dictionary).
3) ອອກແບບລະບົບ
(System Design).
4) ສ້າງແບບຈຳລອງ (System Model).
5) ທົດສອບໂປຣແກຣມທີ່ພັດທະນາ (Testing).
6) ຕິດຕັ້ງ
ແລະ ປັບປ່ຽນລະບົບ (Installation).
7) ສ້າງຄູ່ມື
(Manual).
8) ບຳລຸງຮັກສາ ແລະ ປະເມີນຜົນການປະຕິບັດງານຂອງລະບົບ (Maintaining)
ບົດບາດຂອງນັກວິເຄາະລະບົບ
ທີ່ຈະຈັດເກັບເຂົ້າສູ່ລະບົບງານຄອມພິວເຕີ, ການໝູນວຽນ, ການປ່ຽນແປງຂອງຂໍ້ມູນ ແລະ ໄລຍະເວລາເພື່ອໃຫ້ເກີດປະໂຫຍດສູງສຸດຕໍ່ຜູ້ໃຊ້.
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ