ພາສາຄອມພິວເຕີ ຈໍາແນກຕາມລັກລະນະທໍາງານ ໄດ້ເປັນ ດັ່ງນີ້
1. ພາສາໂປຣແກຣມ
2. ພາສາສຄິບຕ໌
3. ພາສາມາກັບ (Markup)
4. Query language
5. Transformationlanguage
ໂດຍພາສາແຕ່ລະປະເພດ ມີລັກສະນະ ດັ່ງນີ້
1. ພາສາໂປແກມ
ພາສາໂປແກມ ຄື ພາສາທີ່ສາມາດໃຊ້ຄວບຄຸມກໍານົດພຶດຕິກຳການທໍາງານຂອງເຄື່ອງຈັກໄດ້ ໂດຍສະເພາະຄອມພິວເຕີ ພາສາໂປແກມກໍເໝືອນພາສາມະນຸດທີ່ຈະຕ້ອງໃຊ້ຫຼັກໄວຍະກອນສຳພັນ (syntax) ແລະຄວາມຫມາຍ (semantic) ເພື່ອກໍານົດໂຄງສ້າງແລະຕີຄວາມຫມາຍຕາມລໍາດັບ ພາສາໂປແກມຊ່ວຍໃຫ້ການສື່ສານໃນພາລະກິດຂໍ້ມູນສະດວກຫລາຍຂຶ້ນ
2. ພາສາສຄິບຕ໌
ພາສາສຄິບຕ໌ ຄືໂຄດຄໍາສັ່ງທີ່ທໍາງານໃນແບບ Text File ໂດຍມີຕົວ Interpreter ຫລືຕົວແປພາສາທໍາຫນ້າທີ່ແປຄວາມຫມາຍໃນການທໍາງານ ການທໍາງານຂອງໂປແກມໃນແບບ Script ນີ້ຈະເປັນການທໍາງານຕາມຄໍາສັ່ງເທື່ອລະແຖວ
1. Client-Side Scripting ເປັນການຂຽນໂປແກມພາສາສຄິບຕ໌ ໃຫ້ທໍາງານເທິງ Web Browser ໂດຍຂຽນໂປແກມແທກຫລືແຝງ (Embed) ເຂົ້າໄປເປັນສ່ວນຫນຶ່ງຂອງເອກະສານ HTML ໂປແກມພາສາສຄິບຕ໌ ປະເພດນີ້ໄດ້ແກ່ JavaScript, VBScript
2. Server-Side Scripting ເປັນການຂຽນໂປແກມພາສາສຄິບຕ໌ ໃຫ້ທໍາງານເທິງ Web Server ໂດຍ Web Browser ຈະເປັນພຽງແຕ່ຕົວທີ່ສະແດງຜົນການທໍາງານເທົ່ານັ້ນໂປແກມທີ່ທໍາງານເທິງ Web Server ເຫລົ່ານີ້ເຮົາເອີ້ນວ່າ CGI Script ຊຶ່ງສາມາດຂຽນໄດ້ຫລາຍພາສານຳກັນເຊັ່ນ Perl , C, Pascal , VB ເປັນຕົ້ນ ແລະ ໂປແກມພາສາສຄິບຕ໌ປະເພດນີ້ໄດ້ແກ່ JSP, ASP , PHP
3. ພາສາມາກກັບ (Markup language)
4. ພາສາສອບຖາມ (Query language)
ພາສາສອບຖາມ (Query language) ເປັນພາສາຄອມພິວເຕີທີ່ໃຊ້ສາໍລັບສອບຖາມຫລືຈັດການກັບຂໍ້ມູນໃນ DBMS ໂດຍພາສາປະເພດນີ້ທີ່ໄດ້ຮັບຄວາມນິຍົມສູງສຸດຄື ພາສາສອບຖາມເຊີງໂຄງສ້າງ (Structure Query Language: SQL) ຄິດຄົ້ນໂດຍນັກວິທະຍາສາດຂອງໄອບີເອັມໃນປີ 1970 ມີຮູບແບບຄໍາສັ່ງທີ່ຄ້າຍກັບ ປະໂຫຍກໃນພາສາອັງກີດຫລາຍ ຊຶ່ງປະຈຸບັນອົງກອນ ແອນຊີ ໄດ້ປະກາດໃຫ້ພາສາສອບຖາມເຊີງໂຄງສ້າງ ເປັນ
ພາສາມາດຕະຖານສາໍລັບລະບົບການຈັດການຖານຂໍ້ມູນເຊີງສຳພັນ (Relational Database management System ຫລື RDBMS) ເປັນລະບົບ DBMS ແບບທີ່ໃຊ້ກັນແພ່ຫລາຍທີ່ສຸດໃນປະຈຸບັນ ລະບົບການຈັດການຖານຂໍ້ມູນເຊີງສຳພັນທຸກລະບົບຈະໃຊ້ຄໍາສັ່ງພື້ນຖານຂອງພາສາ SQL ໄດ້ເໝືອນ ໆ ກັນ ແຕ່ອາດມີຄໍາສັ່ງພິເສດທີ່ແຕກຕ່າງກັນນຳ ເນື່ອງຈາກບໍລິສັດຜູ້ຜະລິດແຕ່ລະບໍລິສັດພະຍາຍາມທີ່ຈະພັດທະນາ RDBMS ຂອງຕົນເອງໃຫ້ມີລັກສະນະທີ່ເດັ່ນກວ່າລະບົບອື່ນໂດຍເພີ່ມຄຸນສົມບັດທີ່ເກີນຂໍ້ກໍາໜົດຂອງ ແອນຊີ ຊຶ່ງຄິດວ່າຈະເປັນປະໂຫຍດຕໍ່ຜູ້ໃຊ້ເຂົ້າໄປ
5. Transformationlanguage
ພາສາຄອມພິວເຕີສໍາລັບພັດທະນາໂປແກມ
ໃນປະຈຸບັນມີພາສາຄອມພິວເຕີທີ່ໃຊ້ສາໍລັບພັດທະນາໂປແກມຫລວງ-ຫລາຍ ບາງພາສາເຖິງວ່າຈະມີມາດົນແລ້ວແຕ່ກໍຍັງໄດ້ຮັບຄວາມນິຍົມຢູ່ເນື່ອງຈາກມີການພັດທະນາມາຢ່າງຍາວ-ນານ ຈຶ່ງມີເຄື່ອງມືຊ່ວຍໃຫ້ຂຽນໂປແກມໄດ້ງ່າຍຂຶ້ນຫລວງ-ຫລາຍ ພາສາແຕ່ລະພາສາຈະມີໂຄງສ້າງຂອງພາສາແຕກຕ່າງກັນ ມີຄວາມສາມາດເດັ່ນໆ ຕ່າງກັນ ແລະແຕ່ລະພາສາກໍໃຊ້ສະພາບແວດລ້ອມຂອງເຄື່ອງຄອມພິວເຕີຕ່າງກັນດ້ວຍ ພາສາຄອມພິວເຕີທີ່ນິຍົມໃຊ້ໃນການຂຽນໂປແກມໄດ້ແກ່
ພາສາເບສິກ (BASIC)
ພາສາເບສິກເປັນພາສາລະດັບສູງ ເກີດຂຶ້ນເມື່ອປີ ຄ. ສ.1963 ທີ່ມະຫາວິທະຍາໄລ Dartmouth College ຕໍ່ມາໄດ້ຖືກນໍາມາໃຊ້ໃນຄອມພິວເຕີທົ່ວໄປໃນປີ ຄ. ສ.1980 ຄາວ່າ BASIC ຫຍໍ້ມາຈາກຄໍາວ່າ Beginner’s Allpurpose Symbolic Instruction Code ພາສານີ້ເໝາະສໍາລັບຜູ້ເລີ່ມຕົ້ນຂຽນໂປແກມເນື່ອງຈາກເປັນຮູບແບບຄໍາສັ່ງທີ່ງ່າຍ ແຕ່ຄວາມສາມາດຈະນ້ອຍກວ່າພາສາອື່ນ ໆ ເນື່ອງຈາກເປັນພາສາທີ່ພັດທະນາມາດົນແລ້ວ
ພາສາຟອລ໌ແທຣນ (FORTRAN)
ພາສານີ້ເປັນພາສາລະດັບສູງເກີດຂຶ້ນປີ ຄ. ສ.1950 ຄໍາວ່າ FORTRAN ຫຍໍ້ມາຈາກຄໍາວ່າ FORmularTRANslatorພາສານີ້ເປັນພາສາທີ່ມີປະສິດທິພາບສູງໃນການຄໍານວນ ເໝາະສໍາລັບການຂຽນໂປຣແກຣມປະຍຸກທາງຄະນິດສາດທໍາງານເທິງເຄື່ອງເມນເຟຼມ ແຕ່ໃນປະຈຸບັນໄດ້ມີຄອມໄພ໌ເລີລ໌ຫລາຍຕົວທີ່ພັດທະນາຂຶ້ນສາໍລັບແປພາສານີ້ເທິງເຄື່ອງຄອມພິວເຕີທົ່ວໄປ
ພາສາປາດຄານ (Pascal)
ພາສານີ້ເກີດຂຶ້ນເມື່ອປີ 1970 ຊື່ຂອງພາສາເປັນການຕັ້ງຊື່ຕາມນັກຄະນິດສາດທີ່ປະດິດເຄື່ອງຄໍານວນໃນຍຸກທໍາອິດທີ່ຊື່ Blaise Pascal ພາສານີ້ເປັນພາສາລະດັບສູງທີ່ໃຊ້ຂຽນໂປຣແກຣມເຊີງໂຄງສ້າງໄດ້ ຕົວແປພາສາທີ່ໄດ້ຮັບຄວາມນິຍົມຫລາຍ ຄື ໂປແກມເທີລ໌ໂບປາດສຄານ (Turbo Pascal) ຂອງບໍລິສັດບອລ໌ແລນດ໌ ໃນປະຈຸບັນປະເທດໄທໄດ້ໃຊ້ໂປແກມນີ້ໃນການສອນໂປແກມເບື້ອງຕົ້ນໃຫ້ກັບນັກຮຽນນັກສຶກສາທົ່ວໄປ
ພາສາ C
ພາສານີ້ພັດທະນາຂຶ້ນໃນຫ້ອງປະຕິບັດການເບນລ໌ (Bell Laboratory) ຂອງບໍລິສັດ ເອທີແອນດ໌ທີ ໃນປີ ຄ. ສ. 1970 ເພື່ອໃຊ້ເທິງລະບົບປະຕິບັດການຍູນິກສ໌ (UNIX) ຕໍ່ມາໄດ້ມີຕົວແປພາສາອອກມາຫລາຍຕົວ ແລະໄດ້ຖືກໃຊ້ຢ່າງແພ່ຫລາຍເທິງເຄື່ອງຄອມພິວເຕີທົ່ວໄປ ພາສານີ້ເປັນພາສາທີ່ມີຄວາມຍືດຫຍຸ່ນສູງສາມາດທໍາງານເທິງລະບົບປະຕິບັດການຕ່າງ ໆໄດ້ເປັນຢ່າງດີ ສາມາດໃຊ້ຄວບຄຸມຮາດແວໄດ້ໂດຍກົງ ແຕ່ຊຸດຄໍາສັ່ງຈະມີກົດເກນແລະລາຍລະອຽດຕ່າງ ໆ ຈໍານວນຫລາຍ
ການຂຽນໂປແກມດ້ວຍພາສາລະດັບສູງນັ້ນລັກສະນະຂອງໂຄງສ້າງພາສາຈະແຕກຕ່າງກັນອອກໄປ ຊຶ່ງໂປແກມທີ່ມະນຸດຂຽນຂຶ້ນນັ້ນ ເອີ້ນວ່າໂປແກມຕົ້ນສະບັບ (Source Code) ມະນຸດຈະອ່ານໂປແກມຕົ້ນສະບັບນີ້ໄດ້ ແຕ່ຄອມພິວເຕີຈະບໍ່ເຂົ້າໃຈຄໍາສັ່ງເຫລົ່ານັ້ນ ເນື່ອງຈາກຄອມພິວເຕີເຂົ້າໃຈແຕ່ພາສາເຄື່ອງ (Machine Language) ຊຶ່ງປະກອບຂຶ້ນຈາກເລກຖານສອງເທົ່ານັ້ນ ຈຶ່ງຕ້ອງມີການໃຊ້ໂປຣແກຣມຕົວແປພາສາຄອມພິວເຕີ (Translator) ໃນການແປພາສາຄອມພິວເຕີພາສາຕ່າງ ໆ ໄປເປັນພາສາເຄື່ອງຊຶ່ງຈະປະກອບໄປດ້ວຍລະຫັດຄໍາສັ່ງທີ່ຄອມພິວເຕີສາມາດເຂົ້າໃຈແລະນໍາໄປປະຕິບັດໄດ້ ຕົວແປພາສາ ທີ່ໃຊ້ຢູ່ໃນປະຈຸບັນຈະແຕກຕ່າງກັນທີ່ຂັ້ນຕອນໃນການແປພາສາໃຫ້ຢູ່ໃນຮູບແບບທີ່ຄອມພິວເຕີສາມາດເຂົ້າໃຈໄດ້ສາມາດແບ່ງໄດ້ເປັນ 2 ແບບ ຄື
1. ຄອມໄພເລີລ໌ (Compiler) ເປັນຕົວແປພາສາລະດັບສູງ ເຊັ່ນ ພາສາປາສຄານ ພາສາໂຄບອນ ພາສາຟອລ໌ແທຣນ ແລະພາສາຊີ ຊຶ່ງປ່ຽນໂປຣແກຣມ ຕົ້ນສະບັບໃຫ້ເປັນພາສາເຄື່ອງ ການທໍາງານຈະໃຊ້ຫຼັກການແປໂປຣແກຣມຕົ້ນສະບັບທັງໂປຣແກຣມ ແລະຈະບັນທຶກໄວ້ໃນລັກສະນະຂອງແຟ້ມຂໍ້ມູນຫລືໄຟລ໌ ເມື່ອຕ້ອງການເອີ້ນໃຊ້ງານໂປຣແກຣມ ກໍສາມາດເອີ້ນຈາກໄຟລ໌ມາໃຊ້ງານ ໂດຍບໍ່ຕ້ອງທໍາການແປຫລືຄອມໄພ໌ອີກ ທໍາໃຫ້ການທໍາງານເປັນໄປຢ່າງວ່ອງໄວ ແລະນິຍົມກັນຫຼາຍໃນປະຈຸບັນ
2.ອິນເທີພີເຕີ (Interpreter) ເປັນຕົວແປພາສາລະດັບສູງເຊັ່ນດຽວກັບຄອມໄພເລີ ແຕ່ຈະແປພ້ອມການທໍາງານເທື່ອ-ລະຄໍາສັ່ງຕະຫລອດໄປທັງໂປແກມ ທໍາໃຫ້ການແກ້ໄຂໂປຼແກຼມກະທໍາໄດ້ງ່າຍແລະວ່ອງໄວ ຂໍ້ເສຍຂອງອິນເທີພີເຕີ ຄື ຖ້ານໍາໂປຼແກຼມນີ້ມາໃຊ້ງານອີກຈະຕ້ອງທໍາການແປໂປຼແກຼມໃໝ່ທຸກເທື່ອ ຕົວຢ່າງຂອງພາສາຄອມພິວເຕີທີ່ໃຊ້ຕົວແປພາສາແບບອິນເທີລ໌ພີເຕີລ໌ ເຊັ່ນ ພາສາເບສິກ
ການຂຽນໂປແກມດ້ວຍພາສາແອດເຊມບລີຊຶ່ງເປັນພາສາລະດັບຕໍ່າຈະຕ້ອງໃຊ້ຕົວແປພາສາໃຫ້ເປັນພາສາເຄື່ອງ ຕົວແປນີ້ຮຽກວ່າ ແອດເຊມເບີຣ (Assembler)
0 Comments
ຖ້າມີບັນຫາສອບຖາມຫຍັງແມ່ນສາມາດສົ່ງຄໍາຄິດເຫັນ ເພື່ອເປັນການແລກປ່ຽນກັນດ້ານໄອທີ, ຂໍຂອບໃຈທຸກທ່ານທີ່ເຂົ້າມາຊົມເວັບໄຊຂອງຂ້າພະເຈົ້າ